ຊົມເຊີຍ! ຄົບຮອບ 5 ປີ ການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສ.ອາເມລິກາ ແລະ ສປປ ລາວ


ເມື່ອປີ 2016 ຫຼື 5 ປີທີ່ຜ່ານມາ, ທ່ານ ບາລັກ ໂອບາມາ ປະທານາທິບໍດີຄົນທຳອິດຂອງສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມ ສ.ປປ ລາວ ເຊິ່ງການມາຢ້ຽມຢາມໃນຄັ້ງນັ້ນ ເຮັດໃຫ້ ສປປ ລາວ ແລະ ສະຫະລັດອາເມລິກາ ໄດ້ລົງນາມການເປັນຄູ່ຮ່ວມມືແບບກວມລວມ. ຕະຫຼອດໄລຍະເວລາ 5 ປີ ຈົນຮອດປັດຈຸບັນ, ສະຫະລັດອາເມລິກາ ແມ່ນໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍຂົງເຂດເຊັ່ນ: ດ້ານສາທາລະນະສຸກ, ດ້ານການສຶກສາ, ດ້ານສຸຂະພາບ ແລະ ໂພຊະນາການ, ດ້ານສິ່ງແວດລ້ອມ, ດ້ານເສດຖະກິດ, ການຊ່ວຍເຫຼືອທາງດ້ານກົດໝາຍ, ການເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານກະສິກໍາ ແລະ ອື່ນໆອີກຫຼາຍດ້ານ.

ທ່ານ ເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ກ່າວຕໍ່ສື່ມວນຊົນຫວ່າງບໍ່ດົນນີ້ວ່າ: ນັບແຕ່ການປະກາດການຮ່ວມມືແບບກວມລວມຈົນມາຮອດປັດຈຸບັນ ເຫັນໄດ້ວ່າການຮ່ວມມືຂອງສອງປະເທດແມ່ນຫັນໄປໃນທາງບວກ ແລະ ເຕີບໂຕຕໍ່ເນື່ອງໃນຫຼາຍຂະແໜງການ.

ການເປັນຄູ່ຮ່ວມມືແບບກວມລວມດັ່ງກ່າວ ໄດ້ເຮັດໃຫ້ສະຫະລັດອາເມລິກາເພີ່ມທະວີຄວາມສຳຄັນ ແລະ ເພີ່ມຄວາມເຂັ້ມແຂງໃນການຊ່ວຍເຫຼືອ ສປປ ລາວ ເພີ່ມຂຶ້ນກໍຄືການຊ່ວຍເຫຼືອຮອບດ້ານໃນຂອບເຂດອິນໂດປາຊີຟິກ ບົນພື້ນຖານການເຄົາລົບຄວາມເປັນເອກະລາດ ແລະ ອະທິປະໄຕຂອງກັນ ແລະ ກັນ.

ນອກຈາກນັ້ນ, ໃນສະຖານະການການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນຊຸມປີທີ່ຜ່ານມານີ້ຈົນຮອດປັດຈຸບັນ, ສະຫະລັດອາເມລິກາ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ເພີ່ມຂຶ້ນ ໃນສະຖານະການສຸກເສີນແບບນີ້ ໂດຍສະເພາະແມ່ນການຊ່ວຍເຫຼືອທາງດ້ານວັກຊີນ, ການຝຶກອົບຮົມຕ່າງໆ, ອຸປະກອນການແພດ ແລະ ຫຼ້າສຸດ ກໍແມ່ນການຊ່ວຍເຫຼືອວັກຊີນຈອນສັນ ແອນ ຈອນສັນ ຈຳນວນ 1,008,000 ໂດສ ເພື່ອສະໜັບສະໜູນໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ 50% ພາຍໃນທ້າຍປີນີ້.

ພ້ອມນັ້ນ, ປະທານາທິບໍດີສະຫະລັດອາເມລິກາຄົນປັດຈຸບັນ ກໍຄື ທ່ານ ໂຈ ໄບເດັນ ທີ່ໃຫ້ຄຳໝັ້ນສັນຍາວ່າ ຈະເປັນຄັງວັກຊີນໃຫ້ແກ່ສັງຄົມໂລກຕື່ມອີກ. 

ແນວໃດກໍຕາມ, ສະຫະລັດອາເມລິກາ ຈະສືບຕໍ່ໃນການດຳເນີນການຊ່ວຍເຫຼືອ ໃນດ້ານຕ່າງໆ ລວມທັງການສຶກສາ ເຊິ່ງສາມາດເຫັນໄດ້ ໃນການໃຫ້ທຶນແກ່ນັກຮຽນ, ນັກສຶກສາ ແລະ ໄວໜຸ່ມ ຈາກ ສປປ ລາວ ໃຫ້ໄດ້ໄປສຶກສາ ແລະ ແລກປ່ຽນທີ່ສະຫະລັດອາເມລິກາໃນແຕ່ລະປີນຳອີກດ້ວຍ.

“ຂ້າພະເຈົ້າມີຄວາມພາກພູມໃຈທີ່ເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການຮ່ວມມືອັນສຳຄັນນີ້. ຂ້າພະເຈົ້າຈະສືບຕໍ່ເຮັດວຽກອັນສຳຄັນນີ້ຕໍ່ໄປໃນອະນາຄົດ,” ກ່າວໂດຍ ທ່ານ ເອກອັກຄະລັດຖະທູດ ເຮມ໋ອນ.

ທີ່ມາ: U.S Embassy Vientiane

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/