William Shatner ນັກສະແດງຮູບເງົາຊື່ດັງ Star Trek ຈະໄດ້ຂຶ້ນໄປອະວະກາດແທ້ແລ້ວ!


ວິລລຽມ ແຊັດເນີ ຫຼື William Shatner ນັກສະແດງສັນຊາດແຄນນາດາທີ່ໄດ້ຮັບບົດເປັນກັບຕັນເຄີກ (Captain Kirk) ໃນຮູບເງົາດັງເລື່ອງ Star Trek ກຳລັງຈະໄດ້ຂຶ້ນໄປອະວະກາດຕາມບົດບາດໃນຮູບເງົາ.

Star Trek ເປັນຮູບເງົາກ່ຽວກັບວິທະຍາສາດທີ່ຖືກນຳມາດັດແປງຈາກນິຍາຍດັງຈົນເປັນທີ່ຮູ້ຈັກກັນທົ່ວໂລກ. ເຊິ່ງຕົວລະຄອນກັບຕັນເຄີກທີ່ຮັບບົດໂດຍ ວິລລຽມ ແຊັດເນີ ກໍເປັນທີ່ຮູ້ຈັກຂອງແຟນໆ ຕັ້ງແຕ່ຮຸ່ນທຳອິດໃນປີ 1960. ປັດຈຸບັນລາວມີອາຍຸ 90 ປີ ແລະ ທາງບໍລິສັດເທັກໂນໂລຢີຈາກສະຫະລັດອາເມຣິກາ Blue Origin ເຊິ່ງເປັນບໍລິສັດທ່ອງທ່ຽວອະວະກາດຈາກຜູ້ສ້າງຕັ້ງ Amazon, Jeff Bezos ເສດຖີພັນລ້ານໄດ້ເປັນຜູ້ປະກາດສົ່ງຕົວນັກສະແດງຮຸ່ນໃຫຍ່ຂຶ້ນໄປສູ່ອະວະກາດຂອງແທ້ຕາມຄືໃນຮູບເງົາ.

ໃນປີ 2013,​ ຕົວວິລລຽມນັ້ນໄດ້ເຄີຍປະຕິເສດຂໍ້ສະເໜີຈາກ Sir Richard Branson ທີ່ຈະສົ່ງລາວຂຶ້ນໄປອະວະກາດກ່ອນແລ້ວ. ເຊິ່ງເມື່ອຄັ້ງນັ້ນ Sir Richard ໄດ້ໃຫ້ລາຍງານກັບສຳນັກຂ່າວເຖິງເຫດຜົນການປະຕິເສດວ່າວິລລຽມມີຄວາມຢ້ານຕໍ່ການບິນຂຶ້ນໄປ ແຕ່ຕົວວິລລຽມໃຫ້ລາຍງານວ່າເສດຖີຜູ້ຈະສົ່ງລາວຂຶ້ນໄປນັ້ນຕ້ອງການໃຫ້ຕົນເອງເປັນຜູ້ອອກຄ່າໃຊ້ຈ່າຍເອງ.

ຈົນປັດຈຸບັນ, ວິລລຽມ ແຊັດເນີໃນອາຍຸ 90 ປີ ກໍໄດ້ຕົກລົງຂຶ້ນໄປອະວະກາດກັບ Blue Origin ໃນວັນທີ 12 ເດືອນຕຸລານີ້ທີ່ລັດເທັກຊັສ. “ຂ້ອຍເຄີຍໄດ້ຍິນເລື່ອງຂອງອະວະກາດມາດົນ ແລະຄັ້ງນີ້ຂ້ອຍກຳລັງໄດ້ມີໂອກາດເຫັນມັນດ້ວຍຕົວຂ້ອຍເອງ, ມັນເປັນເລື່ອງທີ່ມະຫັດສະຈັນຫຼາຍ” ລາວໄດ້ເວົ້າໄວ້ໃນການສຳພາດ. ຕົວວິລລຽມຈະໄດ້ຂຶ້ນຍານອະວະກາດພ້ອມກັບລູກເຮືອອີກ 3 ຄົນ ໃນການບິນຂຶ້ນໄປອະວະກາດຄັ້ງທີສອງຂອງບໍລິສັດ Blue Origin. ເຊິ່ງເຫດການຄັ້ງນີ້ ກັບຕັນເຄີກໃນຊີວິດຈິງກໍຈະໄດ້ຂຶ້ນໄປໃນອະວະກາດແທ້ເປັນຄັ້ງທຳອິດໃນຊີວິດ. ນອກຈາກນີ້ແລ້ວຕົວວິລລຽມຈະໄດ້ເປັນຄົນທີ່ມີອາຍຸສູງທີ່ສຸດທີ່ໄດ້ຂຶ້ນໄປໃນອະວະກາດອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/