ໂຮງສາຍຮູບເງົາ AMC ຂອງ ອາເມຣິກາ ຈະຮອງຮັບການຊື້ປີ້ດ້ວຍ “Bitcoin’’


ເຮົາເຄີຍລອງຈິນຈະນາການເບິ່ງບໍ່ວ່າ ຖ້າຫາກໃນອະນາຄົດເຮົາມີການໃຊ້ສະກຸນເງິນດິຈິຕອນແທນເງິນສົດໃນການຈັບຈ່າຍໃຊ້ສອຍ ເຄື່ອງອຸປະໂພກຫຼືບໍລິໂພກ ໃນຊີວິດປະຈຳວັນ ແລ້ວມັນຈະອອກມາໃນຮູບແບບໃດ. ເຊິ່ງອາເມຣິກາໄດ້ກ້າວໜ້າໄປອີກຂັ້ນດ້ວຍການອະນຸຍາດໃຫ້ໃຊ້ ບິດຄອຍ ໃນການຊື້ປີ້ເຂົ້າຊົມຮູບເງົາ ແລະ ປັອບຄອນໄດ້.

ສຳນັກງານຂ່າວຊີເອັນເອັນໄດ້ລາຍງານວ່າ ໂຮງຮູບເງົາໃນເຄືອ AMC (AMC Entertainment Holdings) ໄດ້ກ້າວຕາມກະແສໂລກ ເຊິ່ງໄດ້ກະກຽມໃຫ້ຜູ້ໃຊ້ບໍລິການສາມາດນຳໃຊ້ ບິດຄອຍໃນການ ຊື້ປີ້ ແລະ ປັອບຄອນໄດ້ພາຍໃນປາຍປີນີ້ ໂດຍ ທ່ານ ອາດຳ ອາຣອນ (Adam Aron) ປະທານບໍລິສັດ AMC ໄດ້ກ່າວວ່າ ລາວໄດ້ຮຽນຮູ້ກ່ຽວກັບເທັກໂນໂລຢີບລັອກເຊນ (blockchain) ແລະ ສະກຸນເງິນຄຣິບໂຕ ໃນໄລຍະເວລາເຄິ່ງປີທີ່ຜ່ານມານີ້ ແລະແຜນການນີ້ຢູ່ລະຫວ່າງການສຳຫຼວດການມີສ່ວນຮ່ວມຂອງ AMC ກັບ ສະກຸນເງິນຄຣິບໂຕ ເຊິ່ງອາດນຳມາສູ່ໂອກາດທາງທຸລະກິດ.

ໂດຍເບື້ອງຕົ້ນທາງບໍລິສັດຈະອະນຸຍາດໃຫ້ລູກຄ້າສາມາດຊື້ປີ້ດ້ວຍບິດຄອຍ ຜ່ານຊ່ອງທາງອອນລາຍຂອງໂຮງຮູບເງົາໃນອາເມຣິກາ ເຊິ່ງນອກຈາກບິດຄອຍແລ້ວທາງບໍລິສັດຍັງເປີດທາງໃຫ້ຊ່ອງທາງອື່ນໆເພື່ອຊື້ປີ້ໄດ້ເຊັ່ນ: Apple Pay ແລະ Google Pay. ຈາກທີ່ກ່າວມາຂ້າງເທິງນີ້ ເຮັດໃຫ້ຫຸ້ນຂອງ AMC ເພີ່ມຂຶ້ນ 5.3%  ແລະ ມູນຄ່າຂອງ ບິດຄອຍເພີ່ມຂຶ້ນ 5.5%.

ນີ້ກໍຖືວ່າເປັນໂອກາດທີ່ດີໃນການຂະຫຍາຍອຸດສາຫະກຳເງິນດິຈິຕອນ ແລະ ກໍເປັນບາດກ້າວສຳຄັນໃຫ້ບາງປະເທດໄດ້ຮຽນຮູ້ ແລະ ສຶກສາບົດບາດຂອງ ການນຳໃຊ້ບິດຄອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/