ມືຂອງເຮົາສະອາດແລ້ວຫຼືບໍ່?


ຮູ້ຫຼືບໍ່? ມືຂອງເຮົາກໍເປັນດັ່ງພາຫະນຳເຊື້ອຊະນິດໜຶ່ງ ມັນສາມາດສົ່ງຕໍ່ເຊື້ອໃຫ້ຕົນເອງໄປຈົນຮອດຜູ້ອື່ນໂດຍທີ່ເຮົາບໍ່ຮູ້ຕົວ. ນອກຈາກນີ້, ເຖິງແມ່ນວ່າຈະມີການລ້າງມືເປັນປະຈຳ ແຕ່ຖ້າຫາກລ້າງມືບໍ່ສະອາດກໍຍິ່ງຈະເປັນບ່ອນສະສົມໃຫ້ເຊື້ອໄດ້ຂະຫຍາຍຕົວ.

ໃນມື້ໜຶ່ງເຮົາຈະຈັບບາຍສິ່ງຕ່າງໆ ຢ່າງຫຼວງຫຼາຍ ເຊິ່ງມັນຈະມີແບັກທີເຣຍຢູ່ຕາມທົ່ວທຸກບ່ອນທີ່ເຮົາໄດ້ສຳຜັດເຊັ່ນ: ປະຕູ, ສຳຜັດກັບສັດ ຫຼື ການໃຊ້ຫ້ອງນ້ຳ. ຍົກຕົວຢ່າງເມື່ອເຮົາຈາມ ຫຼື ໄອ ແລ້ວໃຊ້ມືປິດດັງປິດປາກເພື່ອບໍ່ໃຫ້ມັນກະຈາຍອອກມາ ແຕ່ມັນກໍເທົ່າກັບເຮົາໄດ້ສຳຜັດກັບແບັກທີເຣຍທີ່ອອກມາເອງໂດຍກົງ, ຫຼັງຈາກໄດ້ສຳຜັດກັບແບັກທີເຣຍແລ້ວ, ແບັກທີເຣຍພວກນີ້ກໍຈະເກາະຢູ່ກັບມືຂອງເຮົາ ແລະ ຈະສາມາດໄປເກາະຢູ່ຕຳແໜ່ງອື່ນໆ ຕໍ່ໄປອີກເຊັ່ນ: ເມື່ອເຮົາຈັບຕາ, ດັງ, ປາກ ຫຼື ສິ່ງຂອງອື່ນໆ. ຈົນລາມໄປຮອດຜູ້ອື່ນ ຫຼື ອາຫານທີ່ເຮົາກິນ.

ເພື່ອຈະປ້ອງກັນບໍ່ໃຫ້ສົ່ງຕໍ່ ແລະ ກຳຈັດບໍ່ໃຫ້ແບັກທີເຣຍພວກນີ້ມາເກາະຢູ່ໃນມືນັ້ນ, ຫ້າມສຳຜັດກັບຕາ, ດັງ ແລະ ປາກ ຫຼື ອາຫານ ຫຼັງຈາກທີ່ໄດ້ສຳຜັດສິ່ງໃດໜຶ່ງແລ້ວ. ພວກເຮົາຈະຕ້ອງໝັ່ນລ້າງມືເປັນປະຈຳເຊັ່ນ: ໃຫ້ລ້າງມືຫຼັງຈາກຫຼິ້ນກັບນ້ອງໝາມາ, ຮີບລ້າງມືທັນທີຫຼັງຈາກທີ່ຈາມ, ໄອ ຫຼື ລ້າງມືກ່ອນຈະຄົວກິນ. ແຕ່ກໍຕ້ອງລະມັດລະວັງທຸກຄັ້ງ, ເພາະຖ້າເຮົາບໍ່ລ້າງມືໃຫ້ທົ່ວ ແບັກທີເຣຍກໍຍັງຢູ່ຄືເກົ່າ.

ຂັ້ນຕອນການລ້າງມືໃຫ້ສະອາດນັ້ນມີດັ່ງນີ້:

  1. ໃຊ້ນ້ຳສະອາດລ້າງມືໃຫ້ປຽກໝົດ.
  2. ຈາກນັ້ນນຳສະບູມາຮຸກໃຫ້ທົ່ວໜ້າມື ແລະ ຫຼັງມື.
  3. ຮຸກໃຫ້ທົ່ວທຸກນິ້ວມື, ຂໍ້ມື, ໃນເລັບມື ແລະ ຊ່ອງວ່າງຂອງນິ້ວມື.
  4. ຮຸກມືໃຫ້ທົ່ວພາຍໃນເວລາ 20 ວິນາທີ.
  5. ໃຊ້ນ້ຳສະອາດລ້າງສະບູໃຫ້ອອກໝົດ.
  6. ໃຊ້ຜ້າ ຫຼື ເຈ້ຍທີ່ສະອາດເຊັດມືໃຫ້ແຫ້ງ.

ທີ່ມາ: https://bit.ly/3uNJLdC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/