ມາເບິ່ງລະບົບແຍກຂີ້ເຫຍື້ອແບບເມືອງ Eskilstuna ປະເທດສະວີເດັນ ເມືອງທີ່ເປັນຕົວແບບການແຍກຂີ້ເຫຍື້ອອັນດັບຕົ້ນໆຂອງໂລກ


ການແຍກຂີ້ເຫຍື້ອ ຖືກປູກຝັງກັນມາຕັ້ງແຕ່ເຮົາຮຽນຢູ່ປະຖົມ ເພື່ອຢາກໃຫ້ເຮົາຄຸ້ນເຄີຍຈົນກາຍເປັນອຸປະນິໄສ, ໂດຍທົ່ວໄປເຮົາຈະນິຍົມກັນແຍກເປັນຖັງຂີ້ເຫຍື້ອປະເພດຕ່າງໆ ແຕ່ຢູ່ປະເທດສະວີເດັນ ເມືອງ Eskilstuna ທີ່ເປັນເມືອງຕົ້ນແບບຂອງໂລກໃນການແຍກຂີ້ເຫຍື້ອ ໄດ້ແຍກຂີ້ເຫຍື້ອດ້ວຍຖົງຢາງພລາສຕິກທີ່ມີສີສັນແຕກຕ່າງກັນ ແທນທີ່ຈະໃຊ້ຖັງ.

Eskilstuna ເມືອງນ້ອຍໆທີ່ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງຂອງສະວີເດັນ ເປັນເມືອງທີ່ງຽບສະຫງົບ ແລະ ມີວິທີຈັດການຂີ້ເຫຍື້ອທີ່ດີເປັນອັນດັບຕົ້ນໆຂອງໂລກ, ເຊິ່ງໃນປີ 2012 Eskilstuna ໄດ້ຕັ້ງເປົ້າວ່າຈະປ່ຽນເປັນເມືອງທີ່ເປັນມິດກັບສິ່ງລ້ອມອັນດັບ 1 ໃນປະເທດ ໂດຍໄດ້ເລີ່ມຈາກການແຍກຂີ້ເຫຍື້ອດ້ວຍຖົງຢາງໃສ່ຂີ້ເຫຍື້ອທີ່ມີສີສັນຫຼາກຫຼາຍ ຕາມຊະນິດຂອງຖົງດັ່ງນີ້: ສີຂຽວໃສ່ເສດອາຫານ, ສີບົວໃສ່ເສດຜ້າ, ສີເທົາໃສ່ປະເພດໂລຫະ, ສີເຫຼືອງໃສ່ເຈ້ຍ, ສີຟ້າໃສ່ໜັງສືພິມ, ສີສົ້ມໃສ່ພລາສຕິກ ແລະ ສີດຳໃສ່ຂີ້ເຫຍື້ອທົ່ວໄປ

ຂໍ້ດີຂອງການແຍກຂີ້ເຫຍື້ອແບບນີ້ແມ່ນສາມາດນຳໄປເຂົ້າຂັ້ນຕອນການຈັກການຂີ້ເຫຍື້ອໄດ້ເລີຍ ຂີ້ເຫຍື້ອປະເພດໃດກໍາຈັດແບບໃດ, ຂີ້ເຫຍື້ອປະເພດໃດສາມາດເອົາໄປຣີໄຊເຄິລ ຫຼື ເອົາໄປເຮັດຫຍັງໄດ້ແດ່ ເຊັ່ນ: ຖົງຂີ້ເຫຍື້ອສີຂຽວປະເພດເສດອາຫານ ສາມາດນຳໄປເຂົ້າຂະບວນການຜະລິດເປັນກາສສຳລັບລົດປະຈຳເມືອງ, ຂີ້ເຫຍື້ອທີ່ບໍ່ສາມາດຣີໄຊເຄິລໄດ້ ຈະຖືກນຳເອົາໄປເຂົ້າເຕົາເຜົາເພື່ອຜະລິດເປັນກະແສໄຟຟ້າໃນເມືອງ.

ທີເດັດແມ່ນຂີ້ເຫຍື້ອທີ່ສາມາດຣີໄຊເຄິລໄດ້ ແມ່ນຈະຖືກເອົາໄປແປງ ຫຼື ເອົາໄປຣີໄຊເຄິລໃຫ້ເປັນສິນຄ້າໃໝ່ ແລ້ວນຳໄປຂາຍໃນສູນການຄ້າທີ່ຊື່ວ່າ ReTuna ທີ່ຂາຍສະເພາະເຄື່ອງມືສອງທີ່ຢູ່ພາຍໃຕ້ການດູແລຂອງລັດຖະບານເມືອງ Eskilstuna ແລະ ຖືວ່າເປັນສູນການຄ້າຣີໄຊເຄິລທຳອິດຂອງໂລກ.

ເຫັນແບບນີ້ ບໍ່ສົງໄສເລີຍວ່າເປັນຫຍັງເມືອງ Eskilstuna ຈຶ່ງເປັນເມືອງທີ່ເປັນຕົ້ນແບບຂອງການແຍກຂີ້ເຫຍື້ອອັນດັບໜຶ່ງຂອງໂລກ, ຖ້າໃນອະນາຄົດບ້ານເຮົາສາມາດເອົາລະບົບແຍກຂີ້ເຫຍື້ອດັ່ງກ່າວມາປັບໃຊ້ໄດ້ ຄືຈະດີບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/