ລາວ-ກຳປູເຈຍ ຕັ້ງແຕ່ຮ່ວມມືກັນ ເສດຖະກິດກໍຂະຫຍາຍຕົວຢ່າງໄວວາ


ໃນວັນທີ 16 ກຸມພາ 2022 ຜ່ານມານີ້, ທີ່ ກະຊວງການຕ່າງປະເທດ ແຫ່ງຣາຊະອານາຈັກກຳປູເຈຍ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນກອງປະຊຸມພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຜັນຂະຫຍາຍການຢ້ຽມຢາມທາງການຂອງ ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນເດືອນພະຈິກ 2021 ຜ່ານມາ, ພ້ອມນີ້ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງແໜ້ນແຟ້ນ ພາຍຫລັງທີ່ໄດ້ຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ຜ່ານມາ.

ໃນປີຜ່ານມາ ທັງສອງຝ່າຍ ກໍໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນຂອງສອງປະເທດ ຢ່າງມີຂະບວນຟົດຟື້ນ,ເຖິງວ່າຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການພົວພັນຮ່ວມມືສອງປະເທດ ຍັງດຳເນີນໄປເປັນປົກກະຕິ, ການຮ່ວມມືດ້ານການເມືອງ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ການນຳຂັ້ນສູງສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມ ແລະ ສົນທະນາທາງໂທລະສັບ ແລະ ທາງວິດີໂອ ຢ່າງເປັນປົກກະຕິ.

ສິ່ງດັ່ງກ່າວໄດ້ເປັນພື້ນຖານສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການຮ່ວມມື ດ້ານອື່ນໆ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ວຽກງານຕ້ານຢາເສບຕິດ ໄດ້ຮັບການເອົາໃຈໃສ່ຈາກການນຳສອງປະເທດ, ດ້ານວັດທະນະທຳ-ສັງຄົມ, ການສຶກສາ-ກິລາ, ການຮ່ວມມືລະດັບທ້ອງຖິ່ນ ແມ່ນມີການຂະຫຍາຍຕົວເປັນກ້າວໆ, ມີການສ້າງຕັ້ງແຂວງແຮກສ່ຽວ ລະຫວ່າງນະຄອນຫຼວງວຽງຈັນ-ນະຄອນຫຼວງພະນົມເປັນ, ແຂວງຈຳປາສັກ ກັບ ແຂວງຊຽມຣຽບ ແລະ ອື່ນໆ; ອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານເສດຖະກິດ-ການຄ້າ ມີທ່ວງທ່າຂະຫຍາຍຕົວຂຶ້ນ ເປັນຕົ້ນແມ່ນ: ການຊື້-ຂາຍໄຟຟ້າ ໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ ເຮັດໃຫ້ມູນຄ່າການຄ້າສອງຝ່າຍ ກ້າວກະໂດດຂຶ້ນຢ່າງໄວວາ ຈາກສະເລ່ຍປີລະ 10-20 ລ້ານໂດລາສະຫະລັດ ໃນເມື່ອກ່ອນ ມາເປັນ ປີລະ 100 ກວ່າລ້ານ ໂດລາສະຫະລັດ ນັບແຕ່ປີ 2020 ເປັນຕົ້ນມາ, ການລົງທຶນສອງຝ່າຍ ສືບຕໍ່ເພີ່ມຂຶ້ນເລື້ອຍໆ. ມາຮອດປະຈຸບັນ ມີນັກລົງທຶນ ກຳປູເຈຍ ມາລົງທຶນຢູ່ລາວ ປະມານ 30 ບໍລິສັດ, ມູນຄ່າຈົດທະບຽນ 107 ລ້ານໂດລາສະຫະລັດ ແລະ ນັກລົງທຶນອັນດັບຕົ້ນຂອງລາວ ກໍເຂົ້າໄປລົງທຶນໃນ ກຳປູເຈຍ ນັບມື້ຫຼາຍຂຶ້ນເຊັ່ນດຽວກັນ.

ສຳລັບທິດທາງໃນຕໍ່ໜ້າ, ສອງກະຊວງການຕ່າງປະເທດ ເຫັນດີສືບຕໍ່ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຂອງຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍລາວ (JC) ຄັ້ງທີ 13  ທີ່ລົງນາມໃນຕົ້ນປີ 2019 ຜ່ານມາ ໃຫ້ເປັນຮູບປະທຳ ແລະ ກະກຽມກອງປະຊຸມ JC ຄັ້ງທີ 14 ທີ່ຝ່າຍກໍາປູເຈຍ ຈະເປັນເຈົ້າພາບ, ສືບຕໍ່ຮ່າງແຜນປະຕິບັດງານຮ່ວມ (Action Plan) ໃຫ້ສໍາເລັດໂດຍໄວ, ສືບຕໍ່ຊຸກຍູ້ໃຫ້ສອງຝ່າຍປຶກສາຫາລືກັນ ເພື່ອໃຫ້ສໍາເລັດວຽກງານປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ, ການຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນຮ່ວມກັນ, ເພີ່ມທະວີການຮ່ວມມືສອງຝ່າຍໃຫ້ຫຼາຍຂຶ້ນ ໃນຂົງເຂດ ການຄ້າ, ການລົງທຶນ, ການບໍລິການທ່ອງທ່ຽວ, ພະລັງງານໄຟຟ້າ ໂດຍສະເພາະແມ່ນເພີ່ມກຳລັງການຊື້ຂາຍໄຟຟ້າພະລັງນໍ້າ ແລະ ຖ່ານຫີນ ຈາກ ສປປ ລາວ ໄປສູ່ ກຳປູເຈຍ ໃນອະນາຄົດ, ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນຂອບສະຫະປະຊາຊາດ, ອາຊຽນ ແລະ ອະນຸພາກພື້ນແມ່ນໍ້າຂອງ ແລະ ອື່ນໆ.

ນອກຈາກນີ້ ສອງຝ່າຍກໍໄດ້ແຈ້ງສະພາບການພັດທະນາພາຍໃນປະເທດ ໃນໄລຍະຜ່ານມາໃຫ້ກັນຊາບ, ໂດຍສະເພາະຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ແລະ ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງປະເທດຕົນ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຫຼາຍດ້ານ ທີ່ປະຊາຊົນກຳປູເຈຍຍາດມາໄດ້ຕະຫຼອດໄລຍະຜ່ານມາ, ລວມທັງຄວາມສາມາດໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ສາມາດເປີດປະເທດໄດ້ແລ້ວ, ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ.

ໃນໂອກາດຢ້ຽມຢາມຄັ້ງນີ້ ພະນະທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຊີວິດ ໂນໂຣດົມ ສີຫາມຸນີ ແລະ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມາຍັງ ພະມະຫາກະສັດ ແລະ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ຕາມລໍາດັບ.

ຂອບໃຈຂໍ້ມູນຈາກ: https://bit.ly/355DFMG

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/