ນັກວິທະຍາສາດພົບວິທີເຮັດໃຫ້ປອດຜູ້ບໍລິຈາກເປັນແບບສາກົນ ທີ່ສາມາດປູກຖ່າຍໃຫ້ກັບທຸກກຸ່ມເລືອດໄດ້


ບໍ່ດົນມານີ້ ໄດ້ມີການຕີພິມການວິໄຈທີ່ວາລະສານ Science Translation Medicine ທີ່ເວົ້າເຖິງການປັບປ່ຽນປອດຂອງຜູ້ບໍລິຈາກທີ່ມີເລືອດກຸ່ມ A ໃຫ້ກາຍເປັນກຸ່ມເລືອດສາກົນ ຫຼື ກໍຄືໃຊ້ໄດ້ກັບເລືອດທຸກກຸ່ມ! ການວິໄຈນີ້ແມ່ນໄດ້ຮັບທຶນສະໜັບສະໜູນໂດຍ UHN Foundation, NSERC ແລະ ສະຖາບັນໂຮງໝໍວິໄຈທົ່ວໄປແຫ່ງ Toronto.

ໂດຍທົ່ວໄປແລ້ວ, ການທີ່ອະໄວຍະວະຂອງຜູ້ບໍລິຈາກຈະສາມາດປັບຕົວໃນການຖືກປູກຖ່າຍນັ້ນ ແມ່ນຂຶ້ນຢູ່ກັບການເຂົ້າກັນໄດ້ຂອງກຸ່ມເລືອດ ABO ເຊິ່ງນັບວ່າເປັນຂໍ້ຈຳກັດໃນການປູກຖ່າຍອະໄວຍະວະໃຫ້ແກ່ຜູ້ປ່ວຍ. ປັດຈຸບັນ ນັກວິທະຍາສາດໄດ້ມີການທົດລອງປັບປ່ຽນໃຫ້ກຸ່ມເລືອດຂອງປອດທີ່ເປັນ A ນັ້ນໃຫ້ກາຍເປັນ O ເຊິ່ງເປັນແບບສາກົນທີ່ສາມາດນຳໃຊ້ໄປປູກຖ່າຍກັນໄດ້ໝົດທຸກກຸ່ມເລືອດ.

ພວກເຂົາໄດ້ນຳໃຊ້ເອນໄຊມ໌ທັງສອງຕົວລວມກັນຄື: FpGalNAc deacetylase ແລະ FpGalactosaminidase ເພື່ອໄປປ່ຽນເມັດເລືອດແດງຂອງກຸ່ມ A ໃຫ້ກາຍເປັນ O. ການເຮັດວຽກຂອງມັນຈະແມ່ນໃຫ້ເອນໄຊມ໌ທັງສອງນັ້ນເຂົ້າໄປກຳຈັດເຊື້ອແອນຕິເຈນ-ເອ (A-Ag) ອອກຈາກຕົວປອດທີ່ໄດ້ຮັບບໍລິຈາກທັງໝົດ 8 ປອດ. ໃນການວິໄຈນັ້ນຍັງສະແດງໃຫ້ເຫັນວ່າສາມາດກຳຈັດແອນຕິເຈນ-ເອຂອງກຸ່ມເລືອດ A ອອກໄປໄດ້ເຖິງ 97% ພາຍໃນເວລາ 4 ຊົ່ວໂມງ. ນອກຈາກນີ້ແລ້ວ ການປັບປ່ຽນຍັງບໍ່ພົບຄວາມເປັນພິດຫຍັງຕໍ່ປອດເທື່ອ.

ປອດທີ່ຖືກປັບປ່ຽນແລ້ວທັງ 3 ໄດ້ຖືກນຳໄປຈຳລອງການປູກຖ່າຍຕົວຈິງ, ຊ່ຽວຊານພົບວ່າຄວາມເສຍຫາຍຈາກພູມຕ້ານທານແມ່ນຕ່ຳ ເຊິ່ງມັນແປວ່າປອດທີ່ໄດ້ຮັບການປັບປ່ຽນແລ້ວນັ້ນໄດ້ຖືກຮ່າງກາຍຍອມຮັບສຳລັບໄລຍະທົດລອງຄັ້ງນີ້. ພວກເຂົາໄດ້ຄາດຄະເນວ່າຂັ້ນຕອນນີ້ຈະຊ່ວຍຍົກເປີຊັນແກ່ຜູ້ບໍລິຈາກປອດກຸ່ມ O ຈາກ 55% ໄປຈົນຮອດ 80% ໃນອະນາຄົດ.

ໃນປັດຈຸບັນ ການປູກຖ່າຍປອດສູ່ກຸ່ມເລືອດທີ່ບໍ່ເໝາະສົມກັນຈະສົ່ງຜົນໃຫ້ເກີດ ການໂຕ້ຕອບຂອງພູມຕ້ານທານຢ່າງຕໍ່ເນື່ອງ ແລະ ຮ່າງກາຍຈະປະຕິເສດອະໄວຍະວະທີ່ຖືກປູກຖ່າຍເຂົ້າມາ ເຊັ່ນວ່າ: ຜູ້ປ່ວຍທີ່ມີກຸ່ມເລືອດເປັນ O ຈະມີຄວາມສ່ຽງເສຍຊີວິດ 20% ຍ້ອນຕ້ອງຖ້າຜູ້ບໍລິຈາກທີ່ມີເລືອດກົງກັນ. ແຕ່ການວິໄຈຄັ້ງນີ້ຈະຊ່ວຍຕໍ່ຍອດໄປໄດ້ອີກວ່າ ມັນຈະຢຸດການຕໍ່ຕ້ານຂອງພູມຄຸ້ມກັນ ໂດຍການກຳຈັດກຸ່ມເລືອດອື່ນໆຂອງປອດນັ້ນອອກໄປ ແລະ ປັບໃຫ້ເປັນກາງ.

ເຖິງຢ່າງໃດກໍຕາມ ທາງນັກວິທະຍາສາດກໍຍັງຕ້ອງໄດ້ສືບຕໍ່ການວິໄຈທີ່ເລິກເຊິ່ງ ແລະ ຫຼວງຫຼາຍກວ່າເກົ່າເພີ່ມກ່ອນທີ່ມັນຈະສາມາດນຳມາທົດລອງໃຊ້ກັບມະນຸດໄດ້. ສຳລັບການວິໄຈຄັ້ງນີ້ ຜົນຂອງມັນແມ່ນໄດ້ສ້າງສັນຍານທີ່ດີ ເພື່ອຈະໄດ້ໄປທົດລອງຕໍ່ກັບໜູໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/