ຊາວສະວິດເຊີແລນກວ່າ 800 ຄົນ ອາສາໄປທົດລອງໃຊ້ຊີວິດໃນຄຸກທີ່ສ້າງໃໝ່ ກ່ອນຈະເປີດຮັບນັກໂທດຕົວແທ້


ນັບວ່າເປັນປະສົບການທີ່ສຸດຈະແປກໃໝ່ ເມື່ອປະເທດສະວິດເຊີແລນເປີດຮັບອາສາສະໝັກໃຫ້ປະຊາຊົນໄດ້ເຂົ້າມາທົດລອງໃຊ້ຊີວິດຢູ່ພາຍໃນຄຸກທີ່ສ້າງໃໝ່ ກ່ອນຈະເປີດໃຊ້ບໍລິການຮັບນັກໂທດຕົວຈິງເຂົ້າມາ. ສິ່ງທີ່ຄາດບໍ່ເຖິງກໍຄື​ ມີປະຊາຊົນຈຳນວນກວ່າ 800 ຄົນ ໄດ້ລົງຊື່ສະໝັກເຂົ້າມາຮຽບຮ້ອຍແລ້ວ.

ທີ່ເມືອງ Zurich ປະເທດສະວິດເຊີແລນ ໄດ້ມີການເປີດຕົວຄຸກໃໝ່ ແຕ່ກ່ອນທີ່ຈະໃຫ້ນັກໂທດຊຸດທຳອິດໄດ້ເຂົ້າໄປອາໄສນັ້ນ, ພວກເຂົາໄດ້ເປີດຮັບອາສາສະໝັກເຂົ້າມາທົດລອງອາໄສເບິ່ງກ່ອນ. ພາຍໃນອາທິດດຽວກໍມີຜູ້ສົ່ງຟອມເຂົ້າມາເຖິງ 832 ຄົນ ແລະ ເຈົ້າໜ້າທີ່ຈະເປັນຜູ້ຄັດເລືອກອີກເທື່ອ. ຜູ້ທີ່ຜ່ານເຂົ້າຮອບນັ້ນຈະຕ້ອງເປັນປະຊາຊົນອາຍຸຂັ້ນຕ່ຳ 18 ປີ ແລະ ຕ້ອງເຄີຍມີປະສົບການທາງດ້ານລາຍການໂທລະພາບທີ່ຖືກຕັ້ງກ້ອງຖ່າຍ. ການທົດລອງແມ່ນອາສາສະໝັກຕ້ອງໄດ້ປະຕິບັດທຸກຢ່າງຄືກັບເປັນນັກໂທດໃນຄຸກແບບຕົວຈິງ.

ອາສາສະໝັກຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເອົາໂທລະສັບມືຖືຂອງຕົນເອງ ຫຼື ອຸປະກອນອີເລັກໂທນິກເຂົ້າໄປໃນຄຸກ. ທຸກຄົນຈະຕ້ອງໄດ້ຜ່ານການກວດສອບຄວາມປອດໄພ ຄ້າຍຄືກັບການກວດສອບທີ່ສະໜາມບິນ. ນອກຈາກນີ້ຍັງໄດ້ມີການທົດສອບອາຫານ, ທົດລອງຂັ້ນຕອນຕ່າງໆ ໄປຈົນຮອດການຍ່າງຫຼິ້ນໃນສະໜາມ ແຕ່ບໍ່ຈຳເປັນຈະຕ້ອງຊື້ຊຸດນັກໂທດເພື່ອເຂົ້າຮ່ວມເພາະຢ່າງໃດກໍເປັນນັກໂທດກັນໝົດໃນນັ້ນ. ສ່ວນການຖອດເສື້ອຜ້າເພື່ອກວດສອບສິ່ງຂອງກ່ອນຈະເຂົ້າໄປໃນຕຶກແມ່ນຈະຂຶ້ນກັບຄວາມສະໝັກໃຈຂອງອາສາສະໝັກ.

ເຖິງວ່າບັນດາອາສາສະໝັກຈະຕ້ອງປະຕິບັດທຸກຢ່າງຕາມທີ່ຢູ່ໃນຄຸກຕົວຈິງກໍຕາມ, ເມື່ອຮູ້ສຶກບໍ່ໄຫວ ພວກເຂົາກໍຈະມີປະໂຫຍກປອດໄພ ຫຼື safe word ທີ່ສາມາດເວົ້າໃຫ້ພະນັກງານໄດ້ຍິນ ແລະ ຈະຖືກປະກັນຕົວອອກໄປທັນທີ.

ໂຄງການທົດລອງນີ້ແມ່ນຈະໄດ້ເລີ່ມເດືອນໜ້າ ປະມານວັນທີ 27 – 28 ມີນາ 2022 ເພື່ອໃຫ້ເຈົ້າໜ້າທີ່ໄດ້ກວດສອບຂະໜາດທີ່ຄຸກສາມາດບັນຈຸໄດ້, ການບໍລິການ, ຂັ້ນຕອນການປະຕິບັດຕ່າງໆ ໄປຈົນຮອດການທົບທວນການສື່ສານເຊັ່ນ: ຕຳຫຼວດ ແລະ ໄອຍະການ. ພວກເຂົາເຊື່ອວ່າໂຄງການນີ້ຈະຊ່ວຍລຶບແນວຄິດທີ່ບໍ່ດີຂອງປະຊາຊົນທີ່ມີຕໍ່ຍາມເຝົ້າຄຸກ ແລະ ບັນດາເຈົ້າໜ້າທີ່ຜູ້ປະຈຳການຢູ່ຄຸກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/