ພົບວາຍຈົມຢູ່ໃຕ້ທະເລໃນຊາກເຮືອ 80 ປີທີ່ຍັງກິນໄດ້ ນຳໄປສູ່ແນວຄິດບົ່ມວາຍໃຕ້ທະເລ

ທະເລ

ເຄີຍໄດ້ຍິນບໍ່ ຄຳວ່າ “Age like wine” ຫຼື ຍິ່ງແກ່ຍິ່ງດີ ທີ່ມາຈາກການທີ່ວາຍບາງແກ້ວ ຍິ່ງບົ່ມໄວ້ດົນ ແລະ ເກັບຮັກສາໄວ້ດົນຍິ່ງມີຣົດຊາດທີ່ແຊບ, ເຊັ່ນດຽວກັນກັບຣາຊາແຫ່ງວາຍ Heidsieck 1907 ທີ່ມາອາຍຸເກືອບ 100 ປີ ແລະ ເປັນວາຍທີ່ແພງທີ່ສຸດໃນໂລກຕາມອາຍຸຂອງມັນ.

ຫຼາຍຄົນອາດຈະສົງໄສວ່າ ກ່ອນຈະມາເປັນວາຍທີ່ມີອາຍຸຫຼາຍ ແລະ ແພງທີ່ສຸດໃນໂລກ ຄືມີລາຄາແກ້ວລະ 575,000 ໂດລາສະຫະລັດ ມັນຕ້ອງຜ່ານຫຍັງມາແດ່? ໃນສະໄໝສົງຄາມໂລກຄັ້ງທີ 1 ໄດ້ມີເຮືອທີ່ສິນຄ້າຈາກສະວີເດັນ Jönköping ທີ່ບັນຈຸວາຍ Heidsieck 1907 ເດີນທາງມາທີ່ຣັດເຊຍເພື່ອຖວາຍແກ່ພະເຈົ້າຊາ ນິໂຄລັສທີ 2 ແຕ່ຖືກເຮືອດຳນ້ຳຂອງເຢຍລະມັນໂຈມຕີໃນປີ 1916 ຫຼັງຈາກນັ້ນເຮືອດັ່ງກ່າວກໍຈົມລົງໃຕ້ທ້ອງທະເລ.

ເປັນໄລຍະເວລາ 80 ກວ່າປີ ທີ່ Heidsieck 1907 ນອນຢູ່ໃນຄວາມມືດ ບວກກັບອຸນຫະພູມໃຕ້ນ້ຳທີ່ໜາວເຢັນເຖິງ 4 ອົງສາ ແລະ ຄວາມກົດດັນອາກາດທີ່ຄົງທີ່ ເຮັດໃຫ້ມັນຖືກເກັບຮັກສາໄວ້ໂດຍທຳມະຊາດເປັນຢ່າງດີ. ຈົນໃນທີ່ສຸດ ປີ 1998 ໄດ້ມີນັກດຳນ້ຳລົງໄປເກັບກູ້ວາຍນີ້ຂຶ້ນມາ.

ຈາກເຫດການດັ່ງກ່າວ ເຮັດໃຫ້ໃນປີ 2007 ມີນັກດຳນ້ຳຊາວສະເປນ Borja Saracho ເກີດຄວາມຄິດຢາກລອງບົ່ມວາຍຢູ່ໃຕ້ນ້ຳ ຈຶ່ງຂໍອະນຸຍາດໃຊ້ພື້ນທີີ່ໃຕ້ນ້ຳ 500 ຕາແມັດ ໃນອ່າວ Crusoe Treasure ເພື່ອເຮັດການທົດລອງບົ່ມວາຍ. ໃນທີ່ສຸດ Borja Saracho ແລະ ໝູ່ຂອງລາວ Joxean Sáez de Ocáriz ກໍໄດ້ເລີ່ມບົ່ມວາຍຢ່າງເປັນທາງການ, ເຊິ່ງໂຄງການນີ້ມີຊື່ວ່າ Crusoe Treasure ໂດຍມີຜູ້ຜະລິດວາຍຈາກທົ່ວປະເທດສົ່ງວາຍຕົວຢ່າງໄປໃຫ້ພວກເຂົາທົດລອງ.

ຄວາມເລິກຂອງທະເລ, ຄວາມມືດ, ອຸນຫະພູມ, ແຮງດຶງດູດທີ່ຕ່ຳລົງ, ແຮງກົດດັນອາກາດ, ກະແສນ້ຳ ຫຼື ແມ່ນແຕ່ຄື້ນທະເລ ກໍມີຜົນກັບວາຍທັງໝົດ. ຜົນທີ່ໄດ້ແມ່ນ ສີວາຍທີ່ເປັນສີແດງຈະເປັນສີເຂັ້ມຂຶ້ນ ຫຼື ເປັນສີມ່ວງ ແລະ ວາຍຂາວກໍຈະກາຍເປັນສີຂຽວອ່ອນ, ກິ່ນຂອງພືດຈະລົດລົງ ແຕ່ກິ່ນຂອງໝາກໄມ້ຈະໂດດເດັ່ນຂຶ້ນ, ຣົດຊາດຂອງວາຍຈະນຸ້ມນວນຂຶ້ນ.

ຄວາມສຳເລັດຂອງທັງສອງຄົນ ນຳມາສູ່ການກຳເນີດວັດທະນະທຳການບົົ່ມວາຍແບບໃໝ່ ມີການທົດລອງບົ່ມວາຍໃຕ້ທະເລເກີດຂຶ້ນທົ່ວໂລກ ແຕ່ມັນກໍມີຂັ້ນຕອນທີ່ຫຍຸ້ງຍາກຫຼາຍຢ່າງທີ່ຕ້ອງແລກມາ ນັ້ນແມ່ນຄ່າໃຊ້ຈ່າຍທີ່ສູງຫຼາຍ ເພາະວ່າມີທັງຄ່າຂົນສົ່ງ,​ ຄ່ານັກດຳນ້ຳທີ່ດຳລົງໄປເອົາວາຍ, ຄ່າເຮືອ ແລະ ຄ່າຫຼຸ້ຍຫ້ຽນຄ່າເສຍຫາຍຕ່າງໆ ເພາະວາຍມີຄວາມສ່ຽງແຕກ ຫຼື ເສຍຫາຍ.

ຂອບໃຈຂໍ້ມູຸນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/