ເປັນຫຍັງເມື່ອຮອດ ປີໃໝ່ລາວ ເຮົາຈຶ່ງໃສ່ເສື້ອລາຍດອກໄມ້?

ປີໃໝ່ລາວ

ເມື່ອຮອດເທສະການບຸນ ປີໃໝ່ລາວ ຫຼື ປະເທດໃກ້ຄຽງທີ່ມີຮີດຄອງປະເພນີຄືກັນ ທຸກໆປີເຮົາຈະເຫັນຫຼາຍຄົນໃສ່ເສື້ອລາຍດອກໄມ້ໃນວັນປີໃໝ່ ເຊິ່ງຫຼາຍຄົນກໍສົງໄສກັນພໍສົມຄວນວ່າເປັນຫຍັງ ຈຶ່ງນິຍົມກັນໃສ່ເສື້ອລາຍດອກ ແລະ ຕົ້ນກຳເນີດມາຈາກໃສ? ມາຈາກໃຜ?

ໃນທຸກໆປີ ເມື່ອຮອດເທສະການບຸນປີໃໝ່ແລ້ວ ເຮົາຈະເຫັນວ່າເກືອບຈະທຸກຄົນທີ່ໄປຂໍຂະມາຜູ້ເຖົ້າຍາດຕິພີ່ນ້ອງ ຫຼື ຢູ່ງານຕ່າງໆກໍມັກຈະໃສ່ເສື້ອລາຍດອກ, ເຊິ່ງມີຜູ້ໃຫຍ່ຫຼາຍຄົນໄດ້ເວົ້າວ່າການໃສ່ເສື້ອລາຍດອກ ແມ່ນເປັນການສະແດງເຖິງຄວາມເປັນລາວ ເປັນວັດທະນະທຳມາແຕ່ສະໄໝກ່ອນ ແລະ ເຮົາກໍປະຕິບັດກັນມາຈົນຮອດທຸກມື້ນີ້.

ປີໃໝ່ລາວ

ຄວາມເປັນຈິງແລ້ວ ການທີ່ເຮົາໃສ່ເສື້ອລາຍດອກໄມ້ ເຊິ່ງເມື່ອກ່ອນແມ່ນບໍ່ເຄີຍມີ ແຕ່ວ່າເຮົາໄດ້ຮັບອິດທິພົນຄວາມນິຍົມ ທີ່ເລີ່ມໃນຍຸກສະໄໝໜຶ່ງ ໄດ້ຮັບມາຈາກທາງຕາເວັນຕົກ ຂອງທາງສະຫະລັດອາເມຣິກາ. ຫຼັງຈາກນັ້ນ ຄົນໄທ ແລະ ລາວ ກໍໄດ້ນຳເອົາອິດທິພົນເສື້ອລາຍດອກມາສູ່ບ້ານເມືອງເຮົາ ນຳມາຜະລິດ ແລະ ຈຳໜ່າຍ, ເຊິ່ງໃນແຕ່ລະປີສ້າງກຳໄລໃຫ້ຜູ້ຂາຍໄດ້ເປັນຢ່າງດີ ແລະ ໃນປັດຈຸບັນໄດ້ຖືກວາງຈຳໜ່າຍຢ່າງແຜ່ຫຼາຍ ພ້ອມກັບເປັນຄ່ານິຍົມທີ່ຖືກສ້າງຂຶ້ນ ໂດຍກົນໄກການຕະຫຼາດ ຫຼື ຖ້າຈະອະທິບາຍໃຫ້ເຂົ້າໃຈງ່າຍໆກໍຄືກັບເທສະການວາເລັນທາຍ ທີ່ຄົນຈະນິຍົມກັນໃສ່ເສື້ອສີແດງ ເຊິ່ງກໍຂາຍໄດ້ແບບທະລຸເປົ້າ. ຖືວ່າການຕະຫຼາດຂອງຮ້ານຂາຍເສື້ອຜ້າ ຖືກເຈາະຈົງຕາມເທສະການ ເພື່ອສ້າງເງິນອັນມະຫາສານ ແລະ ຜະລິດເສື້ອຜ້າໃຫ້ໄດ້ແບບໝູນວຽນ.

ເສື້ອລາຍດອກໄມ້

ທ່ານ ສຸຈິດ ວົງເທດ ຄໍລຳນິສ ດ້ານປະຫວັດສາດ ແລະ ວັດທະນະທຳເຄີຍອະທິບາຍໄວ້ວ່າ: ແຕ່ກ່ອນເສື້ອລາຍດອກບໍ່ໄດ້ມີໃນວັດທະນະທຳໄທ ແລະ ລາວ ປີໃໝ່ກໍຈະແຕ່ງໂຕທຳມະດາຕາມທີ່ມີ ຫຼື ແຕ່ງແບບທີ່ຄິດວ່າໂຕເອງງາມໃນຍຸກສະໄໝນັ້ນ ແລະ ໃສ່ສະບາຍໆ ຕາມລັກສະນະຂອງຊົນຊັ້ນ.

ປີໃໝ່ລາວ

ເວົ້າໃຫ້ເຂົ້າໃຈເລີຍວ່າ ການໃສ່ເສື້ອລາຍດອກໃນເທສະການ ປີໃໝ່ລາວ ເປັນພຽງການໃສ່ທີ່ເປັນຄວາມນິຍົມຕາມຍຸກຕາມສະໄໝ ເຊິ່ງກໍໄດ້ມີການປ່ຽນແປງໄປຕາມແຕ່ລະຍຸກ. ໃນຄວາມເປັນຈິງແລ້ວຕາມປະຫວັດສາດ ບໍ່ມີຫຼັກຖານໃດມາຢັ້ງຢືນວ່າ: ການໃສ່ເສື້ອລາຍດອກນັ້ນມີມາແຕ່ສະໄໝກ່ອນ ເປັນພຽງຄວາມນິຍົມເທົ່ານັ້ນ ແລະ ທີ່ສຳຄັນການທີ່ໃສ່ເສື້ອລາຍດອກ ແມ່ນບໍ່ກຳນົດວ່າຕ້ອງໃສ່ໃນເທສະການປີໃໝ່ ຫຼື ວັນປີໃໝ່ ແຕ່ເສື້ອລາຍດອກນັ້ນ ມັນສາມາດໃສ່ໄດ້ໂດຍບໍ່ຈຳກັດວັນເວລາ ເພາະຄວາມນິຍົມມັນຂຶ້ນຢູ່ກັບໂຕເຮົາ ແລະ ບໍ່ມີທາງການໃດ ກຳນົດໃຫ້ໃສ່ເສື້ອລາຍດອກໃນມື້ປີໃໝ່.

ເສື້ອລາຍດອກໄມ້

ເອວວິດ ເພຼສລີ Elvis Presley ນັກຮ້ອງ ແລະ ນັກສະແດງ ຊາວອາເມຣິກາ ທີ່ມີຊື່ສຽງຢ່າງໂດ່ງດັງໃນຍຸກ 70’ ເຊິ່ງອາດເປັນອິດທິພົນທີ່ເຮັດໃຫ້ເກີດມີຄວາມນິຍົມໃສ່ເສື້ອລາຍດອກນັບຕັ້ງແຕ່ນັ້ນມາ. ເພາະຮູບທີ່ຖ່າຍໃນອະລາບ້ຳແຜ່ນສຽງເພງນັ້ນ ເປັນຮູບທີ່ ເອວວິດ ໃສ່ເປັນເສື້ອລາຍດອກ ພ້ອມດອກຈຳປາຫ້ອຍທີ່ຄໍ ເຮັດໃຫ້ແຟນໆທີ່ເຫັນກໍພາກັນປະທັບໃຈຢ່າງສຸດຊຶ້ງ ແລະ ນັ້ນອາດເປັນສາເຫດທີ່ພາໃຫ້ຄົນນິຍົມໃສ່ ແລະ ຜະລິດເສື້ອລາຍດອກຈົນມາຮອດປັດຈຸບັນ.

ປີໃໝ່ລາວ

ນອກຈາກນີ້ ກໍຍັງມີດາຣານັກຮ້ອງອີກຫຼາຍຄົນ ທີ່ໃສ່ເສື້ອລາຍດອກ ຫຼື ຮາວາຍ ທີ່ບໍ່ໄດ້ໃສ່ໃນວັນປີໃໝ່ ແຕ່ໃສ່ໃນໂອກາດໃດໜຶ່ງ ເຊິ່ງແລ້ວແຕ່ຄວາມເໝາະສົມຂອງແຕ່ລະບຸກຄົນ ແລະ ເຫດຜົນນີ້ສະແດງໃຫ້ເຫັນວ່າ ການທີ່ໃສ່ເສື້ອລາຍດອກໄມ້ບໍ່ຈຳເປັນແຕ່ໃສ່ໃນມື້ປີໃໝ່ ແຕ່ຈະໃສ່ຍາມໃດວັນໃດກໍໄດ້.

ຂອບໃຈຂໍ້ມູນຈາກ: https://bit.ly/3mATmQK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/