Nokia ກັບມາເປີດຕົວສະມາດໂຟນຮຸ່ນໃໝ່ພາຍໃຕ້ HMD Global


ຫຼັງຈາກຫ່າງຫາຍກັນໄປດົນກັບແບຣນໂທລະສັບ Nokia, ແຕ່ຫຼັງຈາກຂໍ້ຕົກລົງທາງດ້ານທຸລະກິດໄດ້ສິ້ນສຸດລົງທາງ HMD Global ກໍໄດ້ປະຕິບັດການນຳຊື່ Nokia ກັບມາເປີດຕົວໃຫ້ຜູ້ຄົນທີ່ຄິດຮອດຊື່ນີ້ໄດ້ລົດຄວາມຄິດຮອດກັນໄປ ດ້ວຍການເປີດຕົວ Smartphone Nokia ທີ່ມາພ້ອມກັບລະບົບປະຕິບັດການ Android ອອກມາພ້ອມກັນເຖິງ 6 ຮຸ່ນ ໂດຍມີ Nokia X10/X20, Nokia G10/G20 ແລະ Nokia C10/C20.

Nokia X10 ແລະ X20

Smartphone 2 ຮຸ່ນນີ້ ຖືວ່າເປັນຈຸດເດັ່ນຂອງການເປີດຕົວໃນເທື່ອນີ້ເພາະວ່າເປັນ 2 ຮຸ່ນທີ່ມີສະເປັກເຄື່ອງຢູ່ໃນມາດຕະຖານທີ່ສູງ ແລະ ແຮງ, ດ້ວຍລັກສະນະ ແລະ ເປັນ 2 ຮຸ່ນທີ່ອອກມາໃນຊີຣີ່ດຽວກັນ ຈຶ່ງເຮັດໃຫ້ສະມາດໂຟນທັງ 2 ຮຸ່ນ ຄ້າຍຄືກັນປານຝາແຝດ ຕັ້ງແຕ່ມີໜ້າຈໍ IPS LCD ທີ່ມີຄວາມລະອຽດລະດັບ HD+ ຂະໜາດ 6,67 inch ມີສັດສ່ວນຈໍ 20:9 ທີ່ມີການສະແດງສີສັນຢ່າງສວຍງາມ.

ນຳໃຊ້ຊິບປະມວນຜົນຈາກ Qualcomm Snapdragon 480 ທີ່ສາມາດຮອງຮັບເຄືອຂ່າຍ 5G ສ່ວນແບັດເຕີຣີ່ມີຄວາມຈຸຢູ່ທີ່ 4470mAh ສາມາດນຳໃຊ້ໄດ້ເຖິງ 2 ວັນ ຈາກຄຳກ່າວຂອງທາງ Nokia ເອງ.

ຈຸດເດັ່ນອີກຢ່າງໜຶ່ງຂອງ Nokia X10 ແລະ X20 ແມ່ນມາພ້ອມກັບກ້ອງຄຸນະພາບສູງຈາກ ZEISS ໂດຍມີຈຳນວນເຖິງ 4 ຕົວເທົ່າກັນ ປະກອບໄປດ້ວຍ ກ້ອງ Ultra-wide 5MP, ກ້ອງ Macro 2MP ແລະ ກ້ອງຈັບຄວາມເລິກ 2MP ແຕ່ຄວາມແຕກຕ່າງກັນແມ່ນຢູ່ທີ່ກ້ອງຕົວຫຼັກ ເພາະຂອງ X10 ຈະມີຄວາມລະອຽດຢູ່ທີ່ 48MP ແລະ ຂອງ X20 ຈະຢູ່ທີ່ 64MP.

ສະເປັກເຄື່ອງຂອງ Nokia X10 ແລະ X20

Nokia X10

  • ຈໍພາບ: IPS LCD ຂະໜາດ 6,67inch,FULL HD+, ຄວາມແຈ້ງ 400 ນິກ
  • ຊິບ: Qualcomm Snapdragon 480
  • ໜ່ວຍຄວາມຈຳ: 4GB+128GB, 6GB+64GB, 6GB+128GB ຮອງຮັບmicro SD card
  • ກ້ອງຫຼັງ: ກ້ອງຫຼັກ 48MP, ກ້ອງUltra-Wide 5MP, ກ້ອງ Macro 2MP, ກ້ອງ Depth 2MP, ເລນ ZEISS
  • ກ້ອງໜ້າ: 8MP
  • ເຄືອຂ່າຍ: GSM / HSPA / LTE / 5G
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n/ac, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS, GLONASS, Galileo
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Fingerprint, Accelaration, ambient, e-compass,gypscope,proximity
  • ແບັດເຕຣີ່: 4470mAh ຮອງຮັບການສາກໄວ 18W
  • ລະບົບປະຕິບັດການ: Android 11
  • ຂະໜາດ: 168.9 x 79.7 x 9.1 mm
  • ນ້ຳໜັກ: 210 ກຣາມ

Nokia X20

  • ຈໍພາບ: IPS LCD ຂະໜາດ 6,67inch,FULL HD+, ຄວາມແຈ້ງ 450 ນິກ
  • ຊິບ: Qualcomm Snapdragon 480
  • ໜ່ວຍຄວາມຈຳ: 6GB+128GB, 8GB+128GB ຮອງຮັບmicro SD card
  • ກ້ອງຫຼັງ: ກ້ອງຫຼັກ 64MP, ກ້ອງUltra-Wide 5MP, ກ້ອງ Macro 2MP, ກ້ອງ Depth 2MP, ເລນ ZEISS
  • ກ້ອງໜ້າ: 32MP
  • ເຄືອຂ່າຍ: GSM / HSPA / LTE / 5G
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n/ac, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS, GLONASS, Galileo
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Fingerprint, Accelaration, ambient, e-compass,gypscope,proximity
  • ແບັດເຕຣີ່: 4470mAh ຮອງຮັບການສາກໄວ 18W
  • ລະບົບປະຕິບັດການ: Android 11
  • ຂະໜາດ: 168.9 x 79.7 x 9.1 mm
  • ນ້ຳໜັກ: 220 ກຣາມ

Nokia G10 ແລະ G20

ສະມາດໂຟນ 2 ຮຸ່ນນີ້ກໍເປັນອີກຄູ່ທີ່ມີຄວາມຄ້າຍຄືກັນປານຝາແຝດແບບຊີຣີ່ X ມາພ້ອມກັບຈໍສະແດງຜົນ IPS LCD ຂະໜາດ 6,52inch ມີສັດສ່ວນການສະແດງຜົນ 20:9 ລະດັບຄວາມຄົມຊັດຢູ່ທີ່ HD+ ມີກ້ອງໜ້າລະດັບ 8MP.

ທີ່ແຕກຕ່າງອອກໄປອີກກໍຄື Nokia G10 ແລະ G20 ຖືກຂັບເຄື່ອນດ້ວຍຊິບ MediaTek ຮຸ່ນ Helio G25 ແລະ G35 ແລະ ແບັດເຕີຣີ່ຂອງ 2 ຮຸ່ນນີ້ມີຄວາມຈຸທີ່ຫຼາຍກວ່າຊີຣີ່ X ຢູ່ທີ່ 5050mAh ຮອງຮັບການສາກໄວ 10W.

Nokia G10 ມີກ້ອງຫຼັງ 3 ຕົວ ປະກອບດ້ວຍກ້ອງຫຼັກ 13MP, ກ້ອງ Macro 2MP ແລະ ກ້ອງ Depth 2MP ສ່ວນ Nokia G20 ອັບເກຣດກ້ອງຂຶ້ນມາໃຫ້ອີກເປັນ 48MP ໂດຍມີກ້ອງ Ultra-Wide 5MP ເພີ່ມມາອີກຕົວ 1 ເຮັດໃຫ້ມີກ້ອງທັງໝົດ 4 ຕົວ.

ສະເປັກເຄື່ອງຂອງ Nokia G10 ແລະ G20

Nokia G10

  • ຈໍພາບ: IPS LCD ຂະໜາດ 6.52inch, HD+
  • ຊິບ: MediaTek Helio G25
  • ໜ່ວຍຄວາມຈຳ: 3GB+32GB, 4GB+32GB
  • ກ້ອງຫຼັງ: ກ້ອງຫຼັກ 12MP, ກ້ອງ Macro 2MP, ກ້ອງ Depth 2MP
  • ກ້ອງໜ້າ: 8MP
  • ເຄືອຂ່າຍ: GSM / HSPA / LTE / 5G
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS, GLONASS, BDS
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Fingerprint, Accelaration, proximity
  • ແບັດເຕີຣີ່: 5050mAh ຮອງຮັບການສາກໄວ 10W
  • ລະບົບປະຕິບັດການ: Android 11
  • ຂະໜາດ: 164.9 x 76 x 9.2 mm
  • ນ້ຳໜັກ: 194 ກຣາມ

Nokia G20

  • ຈໍພາບ: IPS LCD ຂະໜາດ 6.52inch, HD+
  • ຊິບ: MediaTek Helio G35
  • ໜ່ວຍຄວາມຈຳ: 4GB+64GB, 4GB+128GB
  • ກ້ອງຫຼັງ: ກ້ອງຫຼັກ 64MP, ກ້ອງ Ultra-Wide 5MP, ກ້ອງ Macro 2MP, ກ້ອງ Depth 2MP
  • ກ້ອງໜ້າ: 8MP
  • ເຄືອຂ່າຍ: GSM / HSPA / LTE / 5G
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS, GLONASS, BDS
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Fingerprint, Accelaration, proximity
  • ແບັດເຕີຣີ່: 5050mAh ຮອງຮັບການສາກໄວ 10W
  • ລະບົບປະຕິບັດການ: Android 11
  • ຂະໜາດ: 164.9 x 76 x 9.2 mm
  • ນ້ຳໜັກ: 197 ກຣາມ

Nokia C10 ແລະ C20

ມາຈົບກັນດ້ວຍຊີຣີ່ຂອງນ້ອງນ້ອຍສຸດນັ້ນຄື Nokia C10 ແລະ C20 ທີ່ກ່ອນໜ້ານີ້ໄດ້ມີການເປີດຕົວມາກ່ອນແລ້ວ ແຕ່ໄດ້ຮັບການປັບປຸງໃໝ່ ດ້ວຍຮູບແບບທີ່ຄ້າຍກັບຕົວເກົ່າ ໂດຍມີຂະໜາດໜ້າຈໍຢູ່ທີ່ 6.52inch ແບບ IPS LCD ຄວາມລະອຽດ HD+ ປົກດ້ວຍແກ້ວ Panda Glass ຈາກ Tungshu Group ບໍລິສັດສັນຊາດຈີນ.

ກ້ອງໜ້າ ແລະ ກ້ອງຫຼັງມີຄວາມລະອຽດ 5MP ເທົ່າກັນ Nokia C20 ຈະມີສ່ວນທີ່ດີກວ່າທາງດ້ານຊິບເຊັດ Unisoc SC9863A ທີ່ຮອງຮັບຄຸນສົມບັດໃນການປະມວນຜົນແບບ HDR ສ່ວນ C10 ທີ່ມາກັບ SC7331E ນັ້ນບໍ່ສາມາດຮອງຮັບໄດ້.

Nokia C10 ແລະ C20 ໃຊ້ກັບລະບົບປະຕິບັດການ Android 11 GO edition, ສາມາດນຳໃຊ້ໄດ້ 2 ຊິມກາດ ແບັດເຕີຣີ່ 3000mAh ທີ່ສາມາດຖອດປ່ຽນໄດ້.

ສະເປັກ Nokia C10 ແລະ C20

Nokia C10

  • ຈໍພາບ: IPS LCD ຂະໜາດ 6.52inch, HD+
  • ຊິບ: Unisec SC7331E
  • ໜ່ວຍຄວາມຈຳ: 1GB+16GB, 2GB+16GB, 2GB+32GB
  • ກ້ອງຫຼັງ: 5MP
  • ກ້ອງໜ້າ: 5MP
  • ເຄືອຂ່າຍ: GSM / HSPA / LTE
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Accelaration, proximity
  • ແບັດເຕີຣີ່: 3000mAh ສາມາດຖອດປ່ຽນໄດ້
  • ລະບົບປະຕິບັດການ: Android 11 GO Edition
  • ຂະໜາດ: 169.9 x 77.9 x 8.8 mm
  • ນ້ຳໜັກ: 191 ກຣາມ

Nokia C20

  • ຈໍພາບ: IPS LCD ຂະໜາດ 6.52inch, HD+
  • ຊິບ: Unisec SC9863A
  • ໜ່ວຍຄວາມຈຳ: 1GB+16GB, 2GB+32GB
  • ກ້ອງຫຼັງ: 5MP
  • ກ້ອງໜ້າ: 5MP
  • ເຄືອຂ່າຍ: GSM / HSPA / LTE
  • ການເຊື່ອມຕໍ່: Wi-Fi 802.11 a/b/g/n, Bluetooth 5, ວິທະຍຸ FM
  • ລະບົບນຳທາງ: GPS, A-GPS
  • ພອດ: USB Type-C 2.0, ຫົວເຈັກ 3.5ມມ
  • ເຊັນເຊີ: Accelaration, proximity
  • ແບັດເຕີຣີ່: 3000mAh ສາມາດຖອດປ່ຽນໄດ້
  • ລະບົບປະຕິບັດການ: Android 11 GO Edition
  • ຂະໜາດ: 169.9 x 77.9 x 8.8 mm
  • ນ້ຳໜັກ: 191 ກຣາມ

ຂໍຂອບໃຈຂໍ້ມູນຈາກ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/