ຜົນສຳຫຼວດພົບວ່າ ການກິນອາຫານແບບມັງສະວິລັດ ຊ່ວຍລົດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມໄດ້


ຈາກຜົນສຳຫຼວດພົບວ່າ ການກິນອາຫານແບບ “vegetarian” ຫຼື ການກິນມັງສະວິລັດນັ້ນສາມາດຊ່ວຍລົດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມທີ່ເກີດຈາກການຜະລິດອາຫານໄດ້ຢ່າງຫຼວງຫຼາຍ. ໂດຍການກິນອາຫານແບບມັງສະວິລັດນັ້ນຈະຊ່ວຍລົດການປ່ອຍສານພິດເຂົ້າສູ່ສະພາບອາກາດ, ມົນລະພິດທາງນໍ້າ ແລະ ລົດຜ່ອນການໃຊ້ທີ່ດິນໃນການປູກຝັງເຖິງ 75% ເມື່ອທຽບກັບການກິນອາຫານທີ່ເປັນປະເພດຊີ້ນສັດຫຼາຍກວ່າ 100ກຣາມ ຕໍ່ມື້. ນອກຈາກນີ້ ຜົນສຳຫຼວດຍັງພົບອີກວ່າການກິນມັງສະວິລັດນັ້ນຊ່ວຍລົດຜ່ອນການທຳຮ້າຍສັດປ່າທີ່ອາດຈະກໍໃຫ້ເກີດການສູນພັນ ແລະ ການນຳໃຊ້ຊັບພະຍາກອນນ້ຳ ເຖິງ 66% ແລະ 54% ລຽງຕາມລຳດັບ.

ເປັນທີ່ຮູ້ຈັກດີວ່າການບໍລິໂພກຊີ້ນສັດ ແລະ ຜະລິດຕະພັນນົມສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ໂລກ, ຫາກປາສະຈາກການບໍລິໂພກຊີ້ນສັດ ແລະ ຜະລິດຕະພັນນົມ ກໍຈະຊ່ວຍລົດຜ່ອນພື້ນທີ່ການລ້ຽງສັດໄດ້ຫຼາຍເຖິງ 75% ທົ່ວໂລກ ເຊິ່ງພື້ນທີ່ດັ່ງກ່າວທຽບເທົ່າກັບປະເທດສະຫະລັດ, ຈີນ, ສະຫະພາບຢູໂຣບ ແລະ ອອສເຕຣເລຍລວມກັນ. ໂດຍໃນໄລຍະຜ່ານມາ, ຟາມລ້ຽງສັດໄດ້ສົ່ງຜົນກະທົບຕໍ່ພື້ນທີ່ປ່າໄມ້ ແລະ ແຫຼ່ງທີ່ຢູ່ອາໄສຂອງສັດຕາມທຳມະຊາດທີ່ເຮັດໃຫ້ປະຊາກອນຂອງສັດລົດລົງຢ່າງຕໍ່ເນື່ອງ,ປະຊາຊົນໃນປະເທດທີ່ຮັ່ງມີຈະຕ້ອງຫຼຸດຜ່ອນການບໍລິໂພກຊີ້ນສັດ ເພື່ອຢຸດວິກິດສະພາບອາກາດທີ່ນັບມື້ນັບຮຸນແຮງຂຶ້ນ.

ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດໃນການຄົ້ນຄວ້ານີ້ກໍຄືການປ່ອຍອາຍພິດມີ​ເທນ​ (methane) ເຊິ່ງເປັນກ໊າສເຮືອນແກ້ວທີ່ມີສັກກະຍະພາບສູງທີ່ຜະລິດໂດຍງົວ ແລະ ແກະ ເຊິ່ງຕໍ່າກວ່າ 93% ສຳລັບອາຫານມັງສະວິລັດ ເມື່ອທຽບກັບອາຫານທີ່ມີຊີ້ນສັດຫຼາຍ.

ຢ່າງໃດກໍຕາມ ການຮັບປະທານອາຫານນັ້ນມີຄວາມສຳຄັນໃນແງ່ຂອງຜົນກະທົບຕໍ່ສິ່ງແວດລ້ອມຫຼາຍກວ່າສະຖານທີ່ ແລະ ວິທີການຜະລິດ, ເຊິ່ງການຄົ້ນຄວ້າກ່ອນໜ້ານີ້ສະແດງໃຫ້ເຫັນວ່າຊີ້ນສັດທີ່ມີຜົນກະທົບໜ້ອຍທີ່ສຸດຄື ຊີ້ນໝູອິນຊີ ກໍຍັງສົ່ງຜົນກະທົບຕໍ່ສະພາບອາກາດຫຼາຍກວ່າເມັດພືດເຖິງ 8 ເທົ່າ.

ສາສະດາຈານ Peter Scarborough ຈາກມະຫາວິທະຍາໄລ Oxford ກ່າວວ່າ “ການເລືອກກິນອາຫານຂອງພວກເຮົາມີຜົນກະທົບອັນເລິກເຊິ່ງຕໍ່ໂລກ. ການລົດຜ່ອນປະລິມານຊີ້ນສັດ ແລະ ນົມໃນຄາບອາຫານຂອງພວກເຮົາສາມາດຊ່ວຍລົດຜ່ອນການປ່ອຍອາຍຄາບອນໄດ້ຢ່າງຫຼວງຫຼາຍ”

ລະບົບຂອງອາຫານທົ່ວໂລກໄດ້ສ້າງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຫຼວງຫຼາຍ ໂດຍການປ່ອຍກ໊າສຮືອນແກ້ວເຖິງ 1/3 ຂອງການປ່ອຍກ໊າສພິດເຮືອນແກ້ວທັງໝົດ. ນອກຈາກນີ້ຍັງໃຊ້ນ້ຳຈືດເຖິງ 70% ຂອງ​ໂລກເຂົ້າໃນຂະບວນການຜະລິດ ​ແລະ ກໍ່ໃຫ້ເກີດ​ມົນ​ລະ​ພິດໃນແມ່​ນ້ຳ​ ແລະ​ ທະ​ເລ​ສາບເຖິງ 80%.  ທີ່ດິນໃນໂລກປະມານ 75 % ຖືກມະນຸດໃຊ້ເຂົ້າໃນການກະສິກຳ ແລະ ການຕັດໄມ້ທຳລາຍປ່າ.

ທີ່ມາ:

theguardian

sanook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/