ຜົນການວິໄຈເຜີຍ ຄົນທີ່ກ້ານອກໃຈແຟນຄັ້ງທຳອິດ ຈະນອກໃຈອີກໃນຄັ້ງຕໍ່ໄປ


ໃນປັດຈຸບັນ ບັນຫາຄວາມແຕກແຍກພາຍໃນຄອບຄົວ ຫຼື ຄູ່ຮັກ ຖືເປັນບັນຫາໃນສັງຄົມທີ່ພົບເຫັນຫຼາຍ, ໜຶ່ງໃນສາເຫດທີ່ພົ້ນເດັ່ນຂອງບັນຫານີ້ນັ້ນກໍຄື: ການນອກໃຈຄົນຮັກ. ການນອກໃຈແມ່ນ ການສະແດງຄວາມບໍ່ຊື່ສັດກັບຄູ່ຮັກທັງດ້ານການກະທຳ ແລະ ຈິດໃຈ ເຊິ່ງຫຼາຍຄົນອາດເຄີຍໄດ້ຍິນປະໂຫຍກທີ່ວ່າ ຄວາມຮັກເປັນເລື່ອງຂອງຄົນສອງຄົນ ແຕ່ຖ້າມີຄົນທີສາມເຂົ້າມາແຊກແລ້ວ ແນ່ນອນຄວາມຮັກຄູ່ຂອງທ່ານກຳລັງມີບັນຫາ.

ໂດຍທ່ານ Elite Daily ແລະ Neil Garrett ໄດ້ສໍາຫຼວດກຸ່ມຕົວຢ່າງ 484 ຄົນທີ່ເປັນຄູ່ຮັກກັນໂດຍບໍ່ມີການແບ່ງເພດ ເຊິ່ງນັກວິໄຈໄດ້ເລີ່ມຕົ້ນດ້ວຍຄໍາຖາມງ່າຍໆວ່າພວກເຂົາເຄີຍມີຄວາມສຳພັນຊູ້ສາວກັບຄົນອື່ນທີ່ບໍ່ແມ່ນຄົນຮັກຕົນເອງບໍ່ (ເຄີຍນອກໃຈຄົນຮັກບໍ່) ແລະ ເລີ່ມວິໄຈຢ່າງຈິງຈັງໂດຍການແບ່ງກຸ່ມຕົວຢ່າງຈັດເປັນຄູ່ໆ ເພື່ອຫາຄຳຕອບໃນເລື່ອງຄວາມສຳພັນ. ຜົນວິໄຈໃນຄັ້ງນີ້ພົບວ່າພຶດຕິກຳການນອກໃຈສະແດງອອກຈາກການກະທຳ ແລະ ເວົ້າຕົວະນັ້ນເອງ.

ຜົນຂອງການວິໄຈກ່າວໃຫ້ຮູ້ວ່າ ຄົນເຮົາເມື່ອເລີ່ມພຶດຕິກຳການຕົວະຄັ້ງທຳອິດແລ້ວ ແນ່ນອນວ່າມັນຈະເກີດມີຄັ້ງທີສອງ, ທີສາມ…ຈາກການຕົວະເລື່ອງນ້ອຍໆກ້າວໄປສູ່ຄວາມກ້າທີ່ຈະຕົວະໃນເລື່ອງໃຫຍ່ຂຶ້ນໂດຍບໍ່ຮູ້ສຶກຜິດແຕ່ຢ່າງໃດ ຈົນກາຍເປັນນິດໄສ ເພາະວ່າສະໝອງເຮົາມີຄວາມລຶ້ງເຄີຍກັບພຶດຕິກຳການເຮັດຊໍ້າໆ  ຫຼື ສະຫຼຸບງ່າຍໆວ່າ ເມື່ອຄົນຮັກຕົວະຄັ້ງທຳອິດໄດ້ສຳເລັດ ຄັ້ງຖັດໄປກໍຈະຕົວະ​ອີກ​ຈົນນໍາໄປສູ່ການຂີ້ຕົວະທີ່ຮ້າຍແຮງທີ່ສຸດນັ້ນກໍຄື ການບໍ່ຊື່ສັດຕໍ່ຄົນຮັກຂອງຕົນ. 

ເຮົາມາເບິ່ງນຳກັນວ່າການນອກໃຈຄົນຮັກນັ້ນສາເຫດມາຈາກໃສແນ່.

1.ຄວາມເບື່ອໜ່າຍ: ອາດຍ້ອນວ່າອີກຝ່າຍຕ້ອງການຄວາມຕື່ນເຕັ້ນ, ຄວາມແປກໃໝ່ ແລະ ສະແຫວງຫາສິ່ງທີ່ຂາດມາເຕີມແຕ່ງໃນຊີວິດ.

2.ຄວາມໃຈຮ້າຍ: ມັນເປັນອາລົມຊົ່ວຄາວທີ່ທັງສອງມີປາກສຽງກັນ, ບໍ່ເຂົ້າໃຈກັນ, ຄວາມນ້ອຍໃຈ ຈົນນຳໄປສູ່ການນອກໃຈ.

3.ໝົດຮັກ: ເມື່ອຄວາມຮູ້ສຶກບໍ່ຄືເກົ່າດັ່ງທີ່ເຄີຍຮັກກັນໃນຕອນເລີ່ມຕົ້ນແລ້ວອາດສະແດງອອກຜ່ານພຶດຕິກຳດັ່ງກ່າວເຊັ່ນ: ຄວາມບໍ່ໃສ່ໃຈ, ເມີນເສີຍ, ບໍ່ສະແດງຄວາມຮັກຕໍ່ກັນ ແລະ ອື່ນໆ

4.ຄວາມສຳພັນທີ່ບໍ່ຊັດເຈນ ຢ່າງເຊັ່ນວ່າ: ຄົບຫາກັນແບບບໍ່ເປີດເຜີຍ, ບໍ່ຊັດເຈນ, ບໍ່ໄດ້ມີເປົ້າໝາຍຈະຕັ້ງຫຼັກປັກຖານຮ່ວມກັນ ຈຶ່ງພ້ອມທີ່ຈະນອກກາຍນອກໃຈໄດ້ທຸກເມື່ອ.

5.ຄວາມຕ້ອງການທາງເພດ: ເມື່ອຄົນຮັກບໍ່ສາມາດຕອບສະໜອງຄວາມຕ້ອງການທາງເພດໄດ້ ອາດມີຄວາມຕ້ອງການບໍ່ກົງກັນຈຶ່ງເຮັດໃຫ້ອີກຝ່າຍເລີ່ມຫາຄົນໃໝ່ໆ ເພື່ອມາຕອບສະໜອງຄວາມຕ້ອງການຕົນເອງ.

6.ສາເຫດອື່ນໆ ເຊັ່ນວ່າ: ໂອກາດ ແລະ ສະຖານະການພາໄປ, ຢູ່ຫ່າງໄກຄົນຮັກ, ຄວາມຫຼົງໃຫຼໃນຮູບຮ່າງໜ້າຕາ ຫຼື ການຖືກ ເອົາໃຈ, ການດື່ມສິ່ງມຶນເມົາ ເປັນຕົ້ນ.

ໂດຍລວມແລ້ວບັນຫາ​ການ​ນອກໃຈ​ສ່ວນ​ຫຼາຍ​ແມ່ນ​ເກີດ​ຈາກ​ຄວາມ​ສຳພັນ​ຂອງຊີວິດຄູ່ອ່ອນແອ, ຄວາມຄິດເຫັນຂັດແຍ້ງກັນ, ຖືກລະເລີຍການເບິ່ງແຍງເອົາໃຈໃສ່, ຫວານຕົ້ນຈືດປາຍ ຈົນນຳໄປສູ່ການບໍ່ຊື່ສັດໃນທີ່ສຸດ.

ວິທີການຮັບມືເມື່ອຄົນຮັກນອກໃຈ

1.ໃຫ້ເວລາຕົນເອງເພື່ອຮູ້ສຶກຜິດຫວັງ ແລະ ເສຍໃຈ 

2.ເຂົ້າໃຈ ແລະ ຍອມຮັບໃນບັນຫາ ພ້ອມທັງຫຼີກເວັ້ນການໂຕ້ຖຽງດ້ວຍອາລົມ.

3.ໃຊ້ເຫດ ແລະ ຜົນ ສົນທະນາກັນເພື່ອຊອກຫາວິທີແກ້ໄຂຮ່ວມກັນ ເຊັ່ນ: ຕົນເອງສາມາດໃຫ້ອະໄພຄົນຮັກໄດ້ບໍ່ ແລະ ອີກຝ່າຍຈະບໍ່ກັບໄປປະພຶດແບບເກົ່າອີກບໍ່, ຖາມຄວາມສະໝັກໃຈທັງສອງຝ່າຍວ່າຈະສືບຕໍ່ ຫຼື ຢຸດຄວາມສຳພັນໃນຄັ້ງນີ້.

4.ປຶກສາບັນຫາກັບຄອບຄົວ, ຄົນໃກ້ຊິດທີ່ໄວ້ວາງໃຈ, ຜູ້ມີຄວາມຮູ້ ແລະ ປະສົບການ ແລະ ປຶກສາແພດໝໍສະເພາະດ້ານ.

ເຊິ່ງຕ້ອງຍອມຮັບວ່າບັນຫາການນອກໃຈເປັນເລື່ອງທີ່ຄົນໃນສັງຄົມໃຫ້ການຕໍ່ຕ້ານ ໂດຍຜ່ານຄຳສອນທາງສາສະໜາກໍບອກສອນໃຫ້ເປັນຜົວໜຶ່ງເມຍດຽວ ແລະ ໃນທາງກົດໝາຍຍັງໄດ້ວາງໂທດຕໍ່ບຸກຄົນທີ່ນອກກາຍນອກໃຈຄົນຮັກ. ເພາະສະນັ້ນ, ຖ້າໃຜມີແຟນ ຫຼື ມີຄົນຮັກແລ້ວ ຈົ່ງມີຄວາມຊື່ສັດຕໍ່ກັນ ເຊິ່ງມັນເປັນປັດໄຈພື້ນຖານທີ່ຕ້ອງໄດ້ປະພຶດເພື່ອເປັນກຽດເຊິ່ງກັນ ແລະ ກັນ.

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/