ນາຍົກ ລົງຊຸກຍູ້ຊີ້ນຳປະຊາຊົນ ຢູ່ແຂວງວຽງຈັນ ເພື່ອສົ່ງເສີມວຽກງານກະສິກຳ


ໃນວັນທີ 22 ກໍລະກົດ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງວຽງຈັນ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ ຂອງທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງວຽງຈັນ ໃນຄັ້ງນີ້, ຄະນະຂອງທ່ານ ນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມໂຮງງານຜະລິດໝາກໄມ້ ແລະ ນ້ຳຫວານສາລີ ຂອງບໍລິສັດລາວອຸດສາຫະກຳ-ກະສິກຳ ຈໍາກັດ ທີ່ບ້ານເກີນ, ພົບປະໂອ້ລົມປະຊາຊົນກຸ່ມບ້ານແຈ້ງ, ຢ້ຽມຢາມຟາມລ້ຽງງົວພັນໃຫຍ່ເພື່ອສົ່ງອອກ ຂອງຟາມນ້ຳເພັດຈະເລີນຊັບ ທີ່ບ້ານຕານປ່ຽວ, ເມືອງທຸລະຄົມ ແລະ ໂຄງການປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອການທ່ອງທ່ຽວ ເຂດໜ້າ ເຂື່ອນໄຟຟ້ານ້ຳງື່ມ, ເມືອງແກ້ວອຸດົມ, ແຂວງວຽງຈັນ.

ໃນການໄປເຄື່ອນໄຫວຢ້ຽມຢາມ ແຕ່ລະສະຖານທີ່, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມເອົາໃຈໃສ່ ໃນການພັດທະນາກິດຈະການຂອງຕົນ ເຮັດໃຫ້ມີຄວາມຄືບໜ້າ ແລະ ມີຜົນສຳເລັດ ຕາມແຜນການທີ່ກຳນົດໄວ້. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ຊີ້ນໍາໃຫ້ຂະແໜງການ, ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:

(1) ໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ, ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຊີ້ນຳພະນັກງານຂອງຕົນ ຕິດຕາມ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກດ້ານຕ່າງໆໃຫ້ແກ່ການຜະລິດ, ປຸງແຕ່ງສິນຄ້າກະສິກໍາ, ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຂອງບໍລິສັດ ລາວອຸດສາຫະກຳ ແລະ ກະສິກຳ ຈໍາກັດ; ໃຫ້ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຄົ້ນຄວ້າຮູບແບບການໂຄສະນາປະຊາສຳພັນການຕະຫຼາດສິນຄ້າພາຍໃນ ດ້ວຍຫຼາຍຮູບແບບ, ຫຼາຍຊ່ອງທາງ ແລະ ເປັນປົກກະຕິ ເພື່ອໃຫ້ສັງຄົມລາວເຮົາຮັບຮູ້ຢ່າງກວ້າງຂວາງ ພ້ອມນີ້ ໃຫ້ບໍລິສັດ ດັ່ງກ່າວ ປັບປຸງການຜະລິດສິນຄ້າຂອງຕົນ ໃຫ້ມີຄວາມຫຼາກຫຼາຍຮູບແບບ ແລະ ສ້າງແຜນຄວາມຕ້ອງການວັດຖຸດິບ, ຄວາມຕ້ອງການນໍາໃຊ້ທີ່ດິນ ປູກຝັງ, ການນໍາເຂົ້າວັດຖຸ, ອຸປະກອນ, ແນວພັນ, ປຸ໋ຍ ແລະ ອື່ນໆ ເພື່ອເປັນຂໍ້ມູນສະໜອງໃຫ້ແກ່ຂະແໜງການກ່ຽວຂ້ອງ.

(2) ໃຫ້ກະຊວງ ກະສິກຳ ແລະ ປ່າໄມ້ ສົມທົບ ກະຊວງພະລັງງານ ແລະ ບໍ່ແຮ່ , ອົງການປົກຄອງແຂວງວຽງຈັນ ກວດກາຄືນລະບົບຊົນລະປະທານ, ການນຳໃຊ້ກະແສໄຟຟ້າ ໃນວຽກງານຊົນລະປະທານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດປູກຝັງ, ລ້ຽງສັດ, ລວມທັງ ເຕັກນິກ, ວິຊາການ, ແນວພັນພືດ-ສັດ ລົງຊ່ວຍກຸ່ມການປູກ-ການລ້ຽງ ຂອງປະຊາຊົນໃນເຂດດັ່ງກ່າວ, ພ້ອມນີ້ ກໍໃຫ້ຄົ້ນຄວ້າມາດຕະການຕ່າງໆ ເພື່ອເຮັດໃຫ້ຕົ້ນທຶນການຜະລິດ, ການປຸງແຕ່ງ ຂອງຊາວກະສິກອນ ຕໍ່າລົງ, ສິນຄ້າມີຄຸນະພາບ ແລະ ສາມາດແຂ່ງຂັນໄດ້, ທັງໃຫ້ອົງການປົກຄອງແຂວງ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແຫຼ່ງທຶນ ຈາກພາກສ່ວນຕ່າງໆ ລວມທັງການປະກອບສ່ວນກໍຄືການມີສ່ວນຮ່ວມຂອງປະຊາຊົນ ໃນການກໍ່ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານແຈ້ງ ຫາ ບ້ານຫາດສ້ຽວ ໃຫ້ສຳເລັດ.

(3) ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການປົກຄອງແຂວງວຽງຈັນ ສືບຕໍ່ຕິດຕາມ ແລະ ຊຸກຍູ້ ຜູ້ພັດທະນາໂຄງການພັດທະນາແຫຼ່ງທ່ອງທ່ຽວ ເຂດໜ້າເຂື່ອນໄຟຟ້ານໍ້າງື່ມ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ຖືກຕ້ອງຕາມເຕັກນິກ, ມາດຕະຖານ. ພ້ອມນັ້ນ ໃຫ້ອົງການປົກຄອງແຂວງວຽງຈັນ ສົມທົບຂະແໜງການທີ່ກ່ຽວຂ້ອງ ຄົ້ນຄວ້າຍ້າຍທ່າເຮືອຂົນສົ່ງໄມ້ຈາກການອະນາໄມໜ້າເຂື່ອນ, ກຳນົດເສັ້ນທາງເວັ້ນສຳລັບການຂົນສົ່ງໄມ້; ຮີບຮ້ອນສຳຫຼວດ ເນື້ອທີ່ດິນລັດ, ອອກແຜນທີ່ດິນລັດ ສະຫງວນໄວ້ພັດທະນາໂຄງການຂອງລັດຖະບານໃນຕໍ່ໜ້າ, ຫຼີກເວັ້ນການບຸກຈັບຈອງຂອງປະຊາຊົນ; ໃຫ້ບໍລິສັດ ຜູ້ພັດທະນາໂຄງການ ນຳໃຊ້ສະກຸນເງິນກີບ ສຳລັບການຊື້ຂາຍແລກປ່ຽນພາຍໃນ, ຄ່າແຮງງານ ແລະ ອື່ນໆ ໃຫ້ເຂັ້ມງວດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ການຢ້ຽມຢາມປະຊາຊົນກຸ່ມບ້ານແຈ້ງຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງ ໃຫ້ກຸ່ມສະຫະກອນບ້ານແຈ້ງ ເພື່ອເປັນທຶນ ໃນການພັດທະນາກຸ່ມຕື່ມອີກ.

ຂໍ້ມູນຈາກ: Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/