“ຜາສາດເຮືອນຫີນ” ເທວະສະຖານທີ່ມີອາຍຸຫຼາຍກວ່າ 2 ພັນປີ


ໃຜຈະຄິດວ່າຊາກຜາສາດຫີນທີ່ຫຼົງເຫຼືອທີ່ສະຫວັນນະເຂດນີ້ ຈະເຄີຍໄປທີ່ເທວະສະຖານທີ່ສຳຄັນຕັ້ງແຕ່ສະໄໝບູຮານເມື່ອ 2000 ພັນປີກ່ອນ.

ທີ່ເມືອງໄຊພູທອງ ແຂວງສະຫວັນນະເຂດ ຫ່າງຈາກຕົວເມືອງມາປະມານ 10 ກິໂລແມັດ, ທີ່ບ້ານເຮືອນຫີນ ທີ່ຕັ້ງຂອງ “ຜາສາດເຮືອນຫີນ” ສະຖານບູຮານທີ່ເປັນປູຊະນີຍະສະຖານ ທີ່ມີເອກະລັກອັນເກົ່າແກ່, ມີອາຍຸອັນຍາວນານ ທີ່ປັດຈຸບັນເປັນສະຖານທີ່ທ່ອງທ່ຽວດ້ານປະຫວັດສາດ ແລະ ວັດທະນະທຳທີ່ສຳຄັນແຫ່ງໜຶ່ງຂອງເມືອງໄຊພູທອງ.

ກ່ອນຈະເກີດເປັນຜາສາດເຮືອນຫີນ

ຜາສາດເຮືອນຫີນແຫ່ງນີ້ ສັນນິຖານວ່າຖືກສ້າງຂຶ້ນໃນອານາຈັກສີໂຄດຕະບູນ ເຊິ່ງເປັນອານາຈັກທີ່ໜ້າເກງຂາມຂອງບັນດາອານາຈັກທີ່ໃກ້ຄຽງ ໃນປີ ຄ.ສ 557 ຫຼື 2 ພັນກວ່າປີກ່ອນ ໂດຍມີຂຸນອັງຄະຣາດ, ອົມມະຣາດ ສອງອ້າຍນ້ອງໄດ້ນຳພາສ້າງຜາສາດເຮືອນຫີນນີ້ຂຶ້ນມາ ເພື່ອເປັນທີ່ເຄົາລົບໄຫວ້ຂອງສາສະໜາພາມ ໂດຍໄດ້ເກນເອົາແຮງງານຈາກປະຊາຊົນເຜົ່າຕ່າງໆມາເຮັດການກໍ່ສ້າງ.

ຂຸນອັງຄະຣາດ ຜູ້ນຳພາສ້າງໄດ້ເຈາະອຸມົງຢູ່ພື້ນຜາສາດຫີນ ແລະ ສຳລັບກ້ອນຫີນທີ່ນຳມາສ້າງແມ່ນໄດ້ເອົາສິ່ວເຈາະຈາກຫຼາຍບ່ອນ.

ໂດຍເຮືອນຫີນເປັນເທວະສະຖານຂອງສາສະໜາຮິນດູທີ່ນັບຖື “ພະຊີວະ” ເທບພະເຈົ້າອົງສຳຄັນສູງສຸດ ໂດຍຖືເອົາແທ່ນສີວະລິງເປັນຮູບເຄົາລົບແທນອົງພະຊີວະ ປະດິດສະຖານໄວ້ໃນຫ້ອງຂອງຕົວຜາສາດ.

ໂຄງສ້າງຂອງເຮືອນຫີນນັ້ນ ສັນນິຖານວ່າຖືກສ້າງຂຶ້ນໃນໄລຍະສະຕະວັດທີ 11- ຕົ້ນສະຕະວັດທີ 12, ເປັນຍຸກດຽວກັນກັບໂຮງນາງສີດາທີ່ຕັ້ງຢູ່ເມືອງຈຳປາສັກ, ຜາສາດພິມາຍ, ຜາສາດພະນົມຣຸ່ງທີ່ປະເທດໄທ ແລະ ຜາສາດຫີນອີກຫຼາຍແຫ່ງທີ່ປະເທດກຳປູເຈຍ ເພາະວ່າມີຮູບແບບຂອງໂຄງສ້າງທາງສະຖາປັດຕະຍະກຳທີ່ຄ້າຍຄືກັນ.

ຈາກການສ້າງຜາສາດເຮືອນຫີນໃນມາແຕ່ປີ ຄ.ສ 557 ມາເຖິງ ຄ.ສ 700 ກໍໝົດສະໄໝລາຊະວົງ ເນື່ອງຈາກວ່າມີພາກສ່ວນອື່ນມາຍຶດຄອງເມືອງແທນ ເຮັດໃຫ້ການສ້າງຜາສາດດັ່ງກ່າວໄດ້ມີການຍຸຕິ ຈຶ່ງເຫັນວ່າຮູບຮ່າງຂອງຜາສາດເຮືອນຫີນນັ້ນມີຮູບຊົງທີ່ບໍ່ສົມບູນຈົນມາເຖິງປັດຈຸບັນນີ້.

ຮູບໂດຍ: http://www.tonamcha.com/

ຮູບຮ່າງ ແລະ ສີລະປະສະຖາປັດຕະຍະກຳແຫ່ງຜາສາດເຮືອນຫີນ

ຜາສາດເຮືອນຫີນນີ້ ມີລັກສະນະສີລະປະສະຖາປັດຕະຍະກຳ ຂອງບູຮານທີ່ຍັງກຳນົດອາຍຸໄດ້ບໍ່ຊັດເຈນ ແຕ່ອາດມີຮູບແບບສີລະປະກ່ອນແບບອັງກໍວັດເລັກໜ້ອຍ ແລະ ໃນສ່ວນຂອງຕົວຜາສາດນັ້ນກໍປະກອບມີໂຄງສ້າງທີ່ໜ້າສົນໃຈຄື:

  • ພື້ນທີ່ສີ່ຫຼ່ຽມຍົກພື້ນ (Platform): ທີ່ຖືກຍົກພື້ນດ້ວຍໂຄງຫີນຊາຍຈາກຖານເດີມປະມານ 1 ແມັດ ເພຶ່ອໃຊ້ເປັນທາງເຊື່ອມເຂົ້າອາຄານ.
  • ຫ້ອງໂຖງທາງເຂົ້າ (Mandapa): ໃຊ້ເປັນຫ້ອງຊຸມນຸມພິທີທາງສາສະໜາ ເຊັ່ນການຟ້ອນຖວາຍເທບພະເຈົ້າ, ການສວດ ຫຼື ການອ່ານຄຳພີລວມທັງການຮຽນຮູ້ຄຳສອນຕ່າງໆ.
  • ຫ້ອງໂຖງເຊື່ອມຕໍ່ (Antarala): ໃຊ້ເພື່ອເຊື່ອມຕໍ່ໂຖງທາງເຂົ້າ ແລະ ຫ້ອງໂຖງຂອງຜາສາດ.
  • ປະທານ-ຜາສາດປະທານ (Cella): ເປັນບ່ອນປະດິດສະຖານແທ່ນຊີວະລິງທີ່ຖືວ່າເປັນຕົວແທນຂອງຊີວະໜຶ່ງ.

ເຖິງແມ່ນວ່າຕົວຂອງຜາສາດເຮືອນຫີນເອງນັ້ນ ແມ່ນບໍ່ໄດ້ຖືກສ້າງຢ່າງສົມບູນ ແຕ່ມັນກໍໄດ້ສະທ້ອນເຖິງຄວາມເປັນມາທາງປະຫວັດຂອງສະຖານທີ່ດັ່ງກ່າວໃນເມື່ອກ່ອນໄດ້ເປັນຢ່າງດີ ຜະໜວກກັບທີ່ຕັ້ງແຄມແມ່ນຳ້ຂອງ ອ້ອມຮອບໄປດ້ວຍຕົ້ນໄມ້ ເຮັດໃຫ້ “ຜາສາດເຮືອນຫີນ” ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈອີກແຫ່ງໜຶ່ງຂອງເມືອງໄຊພູທອງ ພ້ອມຍັງເປັນບ່ອນສຶກສາຄົ້ນຄວ້າປະຫວັດສາດອີກແຫ່ງໜຶ່ງອີກດ້ວຍ.

ເຊິ່ງສຳລັບໃຜທີ່ມັກຮັກໃນການທ່ອງທ່ຽວ ໂດຍສະເພາະການທ່ອງທ່ຽວດ້ານປະຫວັດສາດ ແລະ ວັດທະນະທຳ “ຜາສາດເຮືອນຫີນ” ແຫ່ງເມືອງໄຊພູທອງແຫ່ງນີ້ກໍເປັນບ່ອນໜຶ່ງທີ່ທ່ານຕ້ອງໄດ້ມາສຳຜັດ.

ຂໍ້ມູນ: ຜາສາດເຮືອນຫີນ, ສູນຂໍ້ມູນການທ່ອງທ່ຽວແຂວງສະຫວັນນະເຂດ

ພາບ: LaoX Team

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/