ນະຄອນຫຼວງວຽງຈັນຈະປູກຕົ້ນໄມ້ໃຫ້ໄດ້ 12,000 ກວ່າຕົ້ນ ເພື່ອສຸມໃສ່ນະໂຍບາຍສ້າງເມືອງໃຫ້ເປັນສີຂຽວ


ສະເພາະການປູກຕົ້ນໄມ້ຢູ່ນະຄອນຫຼວງວຽງຈັນໃນປີນີ້ ຈະບໍ່ໄດ້ຈັດງານໃຫຍ່ຄືກັບທຸກປີ ແລະ ຕ້ອງໄດ້ຈຳກັດຄົນເຂົ້າຮ່ວມ ໂດຍສະເພາະຄົນທີ່ມາຈາກພື້ນທີ່ສີແດງ ເພື່ອປ້ອງກັນການແຜ່ລະບາດໂຄວິດ-19.

ແຕ່ລະຫ້ອງການກະສິກຳ ແລະ ປ່າໄມ້ ແຕ່ລະເມືອງ ສົມທົບກັບອົງການປົກຄອງບ້ານ ຈຶ່ງເລືອກສະຖານທີ່ປູກແລ້ວປູກເລີຍ, ໂດຍສົມທົບກັບພະນັກງານຈຳນວນໜຶ່ງ ເພື່ອສົມທົບປູກຕົ້ນໄມ້ໃຫ້ໄດ້ຕາມຄາດໝາຍ ແລະ ແຜນການທີ່ວາງໄວ້.

ການປູກຕົ້ນໄມ້ໃນປີນີ້ຕົ້ນຕໍ ແມ່ນສຸມໃສ່ການປູກຕາມນະໂຍບາຍສ້າງຕົວເມືອງສີຂຽວ ໂດຍສືບຕໍ່ປູກຕາມເສັ້ນທາງສຳນັກງານຫ້ອງການຕ່າງໆ ແລະ ໂຮງຮຽນ. ເຊິ່ງໃນຈຳນວນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ຈະປູກໃນເນື້ອທີ່ທັງໝົດ 14 ເຮັກຕາ, ເຊິ່ງມີໄມ້ອຸດສາຫະກຳ ແລະ ໄມ້ປະດັບ ຈຳນວນ 12,000 ກວ່າຕົ້ນ.

ນອກຈາກນີ້ ຍັງຈະໄດ້ສຸມໃສ່ສົ່ງເສີມການປູກໄມ້ ເພື່ອເປັນການຟື້ນຟູປ່າ ຢູ່ບັນດາເມືອງທີ່ມີເງື່ອນໄຂໃຫ້ໄດ້ໃນເນື້ອທີ່ 3,000 ກວ່າເຮັກຕາເຊັ່ນ: ເມືອງສັງທອງ, ເມືອງນາຊາຍທອງ, ເມືອໄຊທານີ ແລະ ເມືອງປາກງື່ມ.

ເບ້ຍໄມ້ທີ່ນຳເຂົ້າໃຊ້ໃນການປູກ ໄດ້ມາຈາກສວນກ້າເບ້ຍໄມ້ທີ່ທາງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ກະກຽມໄວ້ ແລະ ອີກສ່ວນໜຶ່ງໄດ້ຈາກຫ້ອງການກະສິກຳ ແລະ ປ່າໄມ້ ແຕ່ລະເມືອງ ແລະ ພາກສ່ວນທາງເອກະຊົນທີ່ໄດ້ຜະລິດໄວ້ຈຳນວນໜຶ່ງ.

ຂອບໃຈຂໍ້ມູນຈາກ: https://web.facebook.com/vte9cha/videos/3126988007531578/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/