ຈີນ ປ່ຽນນະໂຍບາຍໃຫ້ຄອບຄົວໜຶ່ງມີລູກໄດ້ເຖິງ 3 ຄົນ


ຈີນແມ່ນປະເທດໃຫຍ່ ປະຊາກອນກໍມີຫຼາຍ ເລີຍເຮັດໃຫ້ລັດຖະບານຈີນມີນະໂຍບາຍຈຳກັດການເອົາລູກຂອງຄູ່ບ່າວສາວ ເພື່ອເປັນການຈຳກັດຄວາມໜາແໜ້ນຂອງປະຊາກອນພາຍໃນປະເທດ ໂດຍນະໂຍບາຍນີ້ເລີ່ມມີມາຕັ້ງແຕ່ປີ 1979.

ແຕ່ມາຮອດປັດຈຸບັນ ລັດຖະບານໄດ້ອອກມາປະກາດ ອະນຸຍາດໃຫ້ຄອບຄົວໜຶ່ງ ສາມາດມີລູກໄດ້ເຖິງ 3 ຄົນ ຫຼັງຈາກທີ່ໄດ້ສຳຫຼວດປະຊາກອນ ແລະ ເຫັນອັດຕາການເກີດມີທ່າອ່ຽງລົງ.

ໃນປີ 2016 ຈີນໄດ້ປັບປ່ຽນນະໂຍບາຍຄັ້ງໜຶ່ງແລ້ວ ຈາກການໃຫ້ຄອບຄົວໜຶ່ງມີລູກໄດ້ໜຶ່ງຄົນ ມາເປັນ 2 ຄົນ ເພື່ອເປັນການກະຕຸ້ນໃຫ້ມີອັດຕາການເກີດເພີ່ມຂຶ້ນ ແຕ່ກໍບໍ່ປະສົບຜົນສຳເລັດ. ບັນຫາຫຼັກແມ່ນຍ້ອນຄ່າຄອງຊີບສູງ ຄູ່ບ່າວສາວຕ້ອງມີຄ່າໃຊ້ຈ່າຍໃນລ້ຽງລູກສູງ ໂດຍສະເພາະ ໃນຕົວເມືອງ.

ນະໂຍບາຍນີ້ ຈະມີປະສິດທິຜົນບໍ່?

ຜູ້ຊ່ຽວຊານຫຼາຍທ່ານ ກໍຍັງສົງໄສຢູ່, ເພາະຖ້າຫາກການອະນຸຍາດໃຫ້ມີລູກໄດ້ຫຼາຍກວ່າໜຶ່ງຄົນ ແລ້ວຈະຊ່ວຍເພີ່ມຈຳນວນການເກີດໄດ້ ມັນຄວນຈະສົ່ງຜົນຕັ້ງແຕ່ຕອນທີ່ອະນຸຍາດໃຫ້ຄອບຄົວໜຶ່ງມີລູກໄດ້ສອງຄົນແລ້ວ. ບັນຫາແມ່ນ ຄ່າຄອງຊີບນັ້ນສູງຫຼາຍ ແລະ ສັງຄົມກໍມີຄວາມກົດດັນຫຼາຍ ແລ້ວໃຜຈະຢາກມີລູກ 3 ຄົນ, ຢ່າງຫຼາຍກໍອາດ ມີສູງສຸດ 2 ຄົນ, ກ່າວໂດຍ ທ່ານ ຮາວ ຊູ Hao Zhou, ນັກເສດຖະສາດຜູ້ອາວຸໂສຂອງ Commerzbank.

ນອກນີ້ ກໍໄດ້ມີການສອບຖາມປະຊາກອນຈີນກ່ຽວກັບເລື່ອງນີ້ ແລະ ໄດ້ຂໍ້ມູນວ່າ ຄົນຈີນຫຼາຍຮຸ່ນຄົນມາແລ້ວ ລຶ້ງກັບການມີ ຫຼື ເປັນລູກຄົນດຽວ ແລະ ເປັນຄອບຄົວນ້ອຍ, ຈຶ່ງບໍ່ເຫັນຄວາມຈຳເປັນທີ່ຕ້ອງມີລູກຫຼາຍຄົນເພື່ອສະໜັບສະໜູນຄອບຄົວ ແລະ ນັກວິຊາຊີບທັງຫຼາຍກໍເຫັນວ່າລ້ຽງລູກຄົນດຽວໃຫ້ມີຄຸນະພາບ ດີກວ່າ ການກະຈາຍເງິນທີ່ຫາມາໄດ້ເພື່ອລ້ຽງລູກຫຼາຍຄົນ.

ຜົນການສຳຫຼວດປະຊາກອນ

ການສຳຫຼວດປະຊາກອນ ໄດ້ດຳເນີນໃນທ້າຍປີ 2020 ໂດຍມີຜູ້ເຂົ້າຮ່ວມການສຳຫຼວດປະມານ 7 ລ້ານຄົນ. ຜົນຂອງການສຳຫຼວດໄດ້ຖືກເຜີຍແຜ່ ໃນຕົ້ນເດືອນນີ້ ເຊິ່ງມັນຊີ້ໃຫ້ເຫັນວ່າ ໃນປີຜ່ານມາ ມີເດັກນ້ອຍເກີດໃໝ່ ປະມານ 12 ລ້ານຄົນ ເຊິ່ງລົດລົງຫຼາຍ ຈາກ 18 ລ້ານຄົນ ໃນປີ 2016 ແລະ ເປັນຈໍານວນທີ່ໜ້ອຍທີ່ສຸດເທົ່າທີ່ມີມາ ນັບຕັ້ງແຕ່ຊຸມປີ 1960.

ນະໂຍບາຍໃໝ່ນີ້ໄດ້ຮັບຄວາມສົນໃຈຫຼາຍ. ມີຄົນເຂົ້າມາໃຫ້ຄຳຄິດຄຳເຫັນເປັນຫຼາຍແສນຄົນ. ບາງຄົນບອກວ່າ ໃນປັດຈຸບັນນີ້ມີຄວາມກົດດັນຫຼາຍຢ່າງ ຄົນຮຸ່ນໃໝ່ເລີຍບໍ່ຢາກມີລູກ.

ບາງຄົນກໍຍົກປະເດັນ ຫາກມີລູກແລ້ວຕ້ອງມີການພັກວຽກ ເຊິ່ງບໍ່ທັນມີສະຫວັດດີການພື້ນຖານດ້ານນີ້ໃຫ້ເທື່ອ. ນອກນີ້ ໃນສະພາບການຕະຫຼາດແຮງງານທີ່ມີຄວາມເສື່ອມຖອຍລົງ ເຮັດໃຫ້ຄົນໜຸ່ມຕ້ອງເຮັດວຽກຫຼາຍຊົ່ວໂມງກວ່າເກົ່າ.

ຜູ້ຍິງກໍມີທ່າອ່ຽງເລືອກທີ່ຈະຮຽນຕໍ່ ແລະ ຫາວຽກເຮັດ ຫຼາຍກວ່າ ສ້າງຄອບຄົວຕັ້ງແຕ່ຍັງໜຸ່ມ.

Couples prepare to get their photo taken during a wedding photography shoot on a street, amid the coronavirus disease (COVID-19) pandemic, in Shanghai, China May 31, 2021. REUTERS/Aly Song

ນອກຈາກນີ້ ນັກວິເຄາະນະໂຍບາຍກໍແນເຫັນວ່າ ຄົນໃນເມືອງອາດບໍ່ຢາກມີລູກຫຼາຍ ແຕ່ກົງກັນຂ້າມ ຄົນໃນເຂດຊົນນະບົດອາດເຫັນຕ່າງ ແລະ ອາດຢາກມີລູກຫຼາຍຕາມປະເພນີ ແລະ ຢາກມີຄອບຄົວໃຫຍ່. ຖ້າເປັນເຊັ່ນນີ້ ກໍອາດພາໃຫ້ເກີດມີບັນຫາອື່ນຕາມມາ ເຊັ່ນ: ຄວາມທຸກຍາກ, ການຈ້າງງານ…

ເນື່ອງຈາກວ່າ ຈີນແມ່ນປະເທດໃຫຍ່ ທັງເປັນປະເທດມະຫາອໍານາດ ມີອິດທິພົນຕໍ່ກັບຫຼາຍປະເທດທົ່ວໂລກ, ສະນັ້ນ ຂອບເຂດຂອງການລົດລົງທາງດ້ານປະຊາກອນຂອງຈີນນີ້ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ກັບປະເທດຈີນເທົ່ານັ້ນ ແຕ່ມັນຈະສົ່ງຜົນກະທົບໃນລະດັບທີ່ກວ້າງຫຼາຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/