ສູນຂ່າວສານການແພດຄາດວ່າ ວັກຊີນໄຟເຊີ້ (Pfizer) ຈະມາຮອດລາວຈຳນວນ 100.620 ໂດສ ໃນໄວໆນີ້


ໃນຕອນແລງຂອງມື້ນີ້ ສູນຂ່າວສານການແພດສຸຂະສຶກສາ ໄດ້ໂພສຜ່ານເຟສບຸກວ່າ ສປປ ລາວ ຄາດວ່າຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້ ໂດຍທີ່ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອດ້ານອຸປະກອນຈັດເກັບ ກໍຄືຕູ້ແຊ່ທາງການແພດທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະພູມ -70 ອົງສາເຊ ຈຳນວນ 3 ເຄື່ອງ ຈາກອົງການອະນາໄມໂລກ.

ມາຮອດວັນທີ 30 ພຶດສະພາ 2021 ຕົວເລກຈຳນວນວັກຊີນທີ່ຖືກສັກໃຫ້ແກ່ປະຊາຊົນທີ່ນອນໃນກຸ່ມເປົ້າໝາຍທົ່ວປະເທດແມ່ນ 885,694 ໂດສ ຫຼື 12,17% ຂອງພົນລະເມືອງທົ່ວປະເທດ (ເຂັມທຳອິດ 658,377 ໂດສ ແລະ ເຂັມທີສອງ 277,317 ໂດສ). ດ້ວຍຜົນສຳເລັດດັ່ງກ່າວ, ກະຊວງສາທາລະນະສຸກ ກໍມີແຜນສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງທັງໝົດທົ່ວປະເທດພາຍໃນປີ 2021.

ທີ່ມາ: https://www.facebook.com/1579412422083446/posts/4298667283491266

ພາບ: ສູນຂ່າວສານການແພດສຸຂະສຶກສາ, Time Magazine

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/