ກາຍເປັນຄັ້ງປະຫວັດສາດ!! ເມື່ອສີລະປິນ 600 ກວ່າຄົນ ຮ່ວມກັນອອກມາຂວ້ຳບາດອິດສະຣາເອວ


ສີລະປິນ-ນັກຮ້ອງ-ນັກດົນຕີ 600 ກວ່າຄົນ ອອກມາລະດົມໃຫ້ເພື່ອນຮ່ວມວົງການອອກມາຂວ້ຳບາດການກະທຳຂອງປະເທດອິດສະຣາເອວທີ່ກະທຳຕໍ່ປາເລສໄຕນ໌ ເພື່ອເປັນການສະແດງໃຫ້ເຫັນຈຸດຢືນໃນສົງຄາມທີ່ຍາວນານ ແລະ ໂຫດຮ້າຍນີ້.

ໃນຈົດໝາຍ ໄດ້ກ່າວປະນາມການໂຈມຕີຂອງອິດສະຣາເອວໃນໄລຍະເວລາທີ່ຜ່ານມາ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈຳນວນ 245 ຄົນໃນອາທິດທີ່ຜ່ານມາ. ໃນຈົດໝາຍຍັງມີໃຈຄວາມສ່ວນໜຶ່ງຮຽກຮ້ອງຄວາມຍຸຕິທຳ, ສັກສີຄວາມເປັນມະນຸດ, ສິດໃນການປົກຄອງຕົນເອງຂອງຊາວປາເລສໄຕນ໌ ລວມໄປເຖິງທຸກໆຄົນທີ່ກຳລັງຕໍ່ສູ້ກັບຍາດແຍ່ງອານານິຄົມເພື່ອຕໍ່ຕ້ານຄວາມຮຸນແຮງທີ່ເກີດຂຶ້ນທົ່ວທຸກມຸມໂລກ.

ສີລະປິນທີ່ເຂົ້າຮ່ວມກວ່າ 600 ຄົນຍົກຕົວຢ່າງມີ: Rage Against the Machine, Julian Casablancas (The Strokes), Serj Tankian ( System of a Down), Roger Waters (Pink Floyd), Run the Jewels, Godspeed You! Black Emperor, Thurston Moore (Sonic Youth), Nicolas Jaar ແລະອື່ນໆອີກຫຼາຍຮ້ອຍຄົນ.

Roger Waters ໜຶ່ງໃນຜູ້ອອກມາຮຽກຮ້ອງໃນຄັ້ງນີ້ ລາວເປັນຄົນທີ່ສະໜັບສະໜູນການຂວ້ຳບາດອິດສະຣາເອວມາດົນແລ້ວ ແຖມຍັງເຂົ້າຮ່ວມໂຄງການ Boycott, Divestment, Sanctions (BDS) ເພື່ອຮຽກຮ້ອງໃຫ້ຊາວປາເລສໄຕນ໌ມີຄວາມເທົ່າທຽມໃນຖານະມະນຸດຫຼາຍຂຶ້ນພາຍໃຕ້ກົດໝາຍຂອງອິດສະຣາເອວ.

Roger Waters ໄດ້ກ່າວວ່າ: “ເຮົາຮຽກຮ້ອງໃຫ້ພວກທ່ານລຸກຂຶ້ນມາຮ່ວມມືກັນ ດ້ວຍການລົງນາມປະຕິເສດການເຂົ້າຮ່ວມສະແດງໃຫ້ກັບອິດສະຣາເອວທຸກປະການ ເພື່ອເປັນການຍຶດໝັ້ນໃນຈຸດຢືນຂອງທ່ານ ເພື່ອເປັນການສະໜັບສະໜູນສິດທິມະນຸດ ປະຊາທິປະໄຕ ແລະ ເສລິພາບຂອງຊາວປາເລັດໄຕນ໌… ເພາະເຮົາເຊື່ອວ່າ ສິ່ງນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ການດຳລົງຊີວິດຢູ່ໃນໂລກໃບນີ້ ໂລກທີ່ມື້ໜຶ່ງຈະປາສະຈາກການແບ່ງແຍກເຊື້ອຊາດ, ເຜົ່າພັນ ແລະ ສີຜິວ”.

“ການກໍ່ອາຊະຍາກຳສົງຄາມຂອງອິດສະຣາເອວຖືກປິດງຽບມາດົນ ແລະ ມາມື້ນີ້ ຄວາມງຽບບໍ່ແມ່ນທາງເລືອກອີກຕໍ່ໄປ, ຄວາມງຽບບໍ່ແມ່ນທາງອອກຂອງຄວາມຮຸນແຮງຈາກການຍິງຖະຫຼົ່ມ Gaza Strip ຂອງອິດສະຣາເອວ, ຄວາມງຽບບໍ່ແມ່ນທາງເລືອກຕໍ່ການບໍ່ມີເຮືອນຢູ່ຂອງຜູ້ຄົນທີ່ຖືກບັງຄັບໃຫ້ອອກຈາກເຮືອນຂອງພວກເຂົາ.”

ການລົງນາມຂອງບັນດາສີລະປິນຫຼາຍຮ້ອຍຊີວິດໃນຄັ້ງນີ້ຕ້ອງຕິດຕາມຕໍ່ໄປວ່າຈະເກີດຜົນອັນໃດຕໍ່ການຢຸດສົງຄາມອັນໂຫດຮ້າຍ, ແຕ່ສິ່ງທີ່ເຮົາຮູ້ແນ່ນອນ ນັ້ນກໍຄືການລົງນາມໃນຄັ້ງນີ້ເປັນຄັ້ງທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ ທີ່ບັນດາສີລະປິນຄົນດັງອອກມາຮຽກຮ້ອງປະຊາທິປະໄຕ ແລະ ຄວາມເປັນທຳໃຫ້ແກ່ເພື່ອນມະນຸດຮ່ວມໂລກດ້ວຍກັນ.

ຂອບໃຈທີ່ມາ: https://cutt.ly/tndZUaw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/