Hisense TOUCH ເຄື່ອງຫຼິ້ນເພງສະເພາະໃນຍຸກ 2021 ມາກັບລະບົບ Android 11


Hisense TOUCH ເຄື່ອງຫຼິ້ນເພງສະເພາະໃນຍຸກ 2021 ມາກັບລະບົບ Android 11 ແຕ່ວ່າແບຣນເຄື່ອງໃຊ້ໄຟຟ້າຈາກປະເທດຈີນຢ່າງ Hisense ໄດ້ເປີດຕົວ Hisense TOUCH ເຄື່ອງຫຼິ້ນເພງທີ່ມາພ້ອມກັບລະບົບ Android 11 ອອກມາໃຫ້ສຳລັບຄົນທີ່ມັກຟັງເພງໂດຍສະເພາະໃຫ້ໄດ້ລອງໃຊ້ນຳກັນ.

Hisense TOUCH ມີຈຸດເດັ່ນຢູ່ທີ່ໜ້າຈໍແບບ E Ink ທີ່ໃຫ້ຄວາມຮູ້ສຶກຄືກັບເຈ້ຍແທ້ໆ ມີຂະໜາດ 5,84 ນິ້ວ, ຄວາມລະອຽດ 1440 x 720 ແລະ ມີຄວາມລະອຽດຂອງເມັດສີຢູ່ທີ່ 287 ppi ເຊິ່ງໜ້າຈໍແບບນີ້ເໝາະສຳລັບການອ່ານ E-book ເພາະຈະໃຫ້ຄວາມຮູ້ສຶກຄ້າຍຄືກັບການອ່ານປຶ້ມຢູ່.

ສິ່ງທີ່ເຮັດໃຫ້ເຄື່ອງຫຼິ້ນເພງສະເພາະອາດຈະດີກວ່າການໃຊ້ໂທລະສັບຟັງ ອາດຈະເປັນລະບົບຊິບເຊັດຂອງສຽງ, ເພາະ Hisense TOUCH ເອງກໍໃຊ້ລະບົບຊິບສຽງລະດັບສູງ ES9038 ທີ່ສາມາດຮອງຮັບການຟັງເພງລະດັບ Hifi ພ້ອມລະບົບປັບສຽງແຍກ ES96503 ຮອງຮັບສຽງ 384kHz/32bit, ມີລຳໂພງລະບົບສະເຕີຣິໂອຄູ່ໃນຕົວ ແລະ ຮູຫູຟັງ 3,5 ມມ.

ສະເປັກ ແລະ ອຸປະກອນພາຍໃນກໍບໍ່ຕ່າງຫຍັງຫຼາຍເມື່ອທຽບກັບອຸປະກອນສະມາດໂຟນລະດັບກາງ ເພາະ Hisense TOUCH ກໍໃຊ້ຊິບເຊັດ Snapdragon 1.8 GHz octa-core, GPU Adreno 610, Ram 4GB ແລະ ໜ່ວຍຄວາມຈຳເຖິງ 128GB, ໃຊ້ແບັດເຕີຣີ່ຂະໜາດ 3000mAh ຜ່ານ Port USB-type C ມີ WiFi ແລະ Bluetooth 5.1, ຂະໜາດຕົວເຄື່ອງຢູ່ທີ່ 151.8 x 73.8 x 7 ມມ. ນ້ຳໜັກ 155 ກຣາມ.

Hisense TOUCH ມີການໄດ້ວາງຈຳໜ່າຍໃນປະເທດຈີນດ້ວຍລາຄາ 1599 ຫຍວນ ຫຼື ປະມານ 2,350,000 ກີບ.

ຂໍ້ມູນຈາກ: https://droidsans.com/hisense-touch-music-player-e-ink-display/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/