Mao Mun Music ຊ່ອງເພງດີ ກັບທີມງານທີ່ມີຄວາມສາມາດ ແລະ ມີຄຸນະພາບ ທີ່ຫຼາຍຄົນໃຫ້ຄວາມສົນໃຈ


ໄວໜຸ່ມລາວ ທີ່ມີຄວາມສາມາດ ຫຼາຍຄົນໃຫ້ຄວາມສົນໃຈ ແລະ ຍ້ອງຍໍ ເຖິງຜົນງານຕ່າງໆ ບໍ່ວ່າຈະເປັນການຮ້ອງເພງ, ດົນຕີ, ພາບປະກອບທີ່ສົມບູນແບບ ແລະ ຫຼາຍຄົນໄດ້ເວົ້າເຖິງນັ້ນກໍຄື ທີມງານຊ່ອງເພງ Mao Mun ນັ້ນເອງ, ເຊິ່ງມີຄວາມເປັນມາທີ່ໜ້າສົນໃຈ ພ້ອມກັບສີມືຂອງແຕ່ລະຄົນທີ່ໜ້າດຶງດູດ.

ຄວາມເປັນມາກ່ອນຈະເປັນ Mao Mun (ເມົາມັນ) ແລະ ໜ້າທີ່ຂອງແຕ່ລະຄົນ:

ທີ່ມາຂອງ Mao Mun Music ຫຼື MAO MUN ແມ່ນທຳອິດຈະມີແຕ່ ເປດ ແລະ ອິບ ເຮັດນຳກັນຢູ່ກ່ອນໜ້ານີ້, ທັງ 2 ເປັນເອມຊີ ແລະ ດີເຈ ທີ່ອອກງານຄູ່ກັນຢູ່ແລ້ວ ເລີຍຮ່ວມກັນເຮັດເພງກ່ອນໜ້ານີ້ປະມານ 3 ເພງ.

ບັງເອີນເພງທີ 4 ໂຈອີ້ ໄດ້ມີໂອກາດມາຊ່ວຍ ເປດ ເຮັດເອັມວີ ກໍເລີຍກາຍເປັນຈຸດເລີ່ມຕົ້ນທີ່ ໂຈອີ້ ໄດ້ເຂົ້າມາຄຸມພາກສ່ວນເອັມວີຕັ້ງແຕ່ມື້ນັ້ນ ແລະ ຈຶ່ງມີເພງທີ 5 ທີ່ຊື່ວ່າ: ໃຫ້ອ້າຍໄປສົ່ງ ທີ່ເຮັດຍອດວິວໄດ້ສູງສຸດຂອງຊ່ອງ.

ຫຼັງຈາກນັ້ນ ອີກບໍ່ດົນກໍມີ ຈິໂລ່ຍ ທີ່ມາເຕີມເຕັມສ່ວນຂອງການຕະຫຼາດຫາສະປອນເຊີ້ ແລະ ຄິດເອັມວີຊ່ວຍໃນຫຼາຍໆເອັມວີ ແລະ ຕໍ່ມາ ກໍມີສີລະປິນໃໝ່ມາເພີ່ມອີກ 2 ຄົນນັ້ນຄື: ແຈ ແລະ ອ້ວນ ເຊິ່ງຫຼັກໆທີ່ເປັນສີລະປິນກໍຈະມີພຽງ: ອິບ, ເປດ, ແຈ ແລະ ອ້ວນ. ສ່ວນ ຈິໂລ່ຍ ແລະ ໂຈອີ້ຈະຢູ່ເບື້ອງຫຼັງເປັນສ່ວນໃຫຍ່.

ອາຊີບ ຂອງແຕ່ລະຄົນ ແມ່ນບໍ່ໄດ້ເຮັດອາຊີບນີ້ເປັນຫຼັກທຸກຄົນ

  • ເປດ ອາຍຸ 25 ປີ ເປັນ: DJ ແລະ Producer ເພງ
  • ອິບ ອາຍຸ 28 ປີ ເປັນ: ກຣາຟຟິກດີຊາຍ
  • ຈິໂລ່ຍ ອາຍຸ 25 ປີ : ຜູ້ກຳກັບໂຄສະນາ
  • ໂຈອີ້ ອາຍຸ 25 ປີ : ຖ່າຍວິດີໂອງານດອງ ແລະ ກຳກັບໂຄສະນາ.

ໂຈອີ້ໄດ້ບອກຄວາມຮູ້ສຶກທີ່ເຮັດເພງປະເພດນີ້ວ່າ:

“ສຳລັບແນວເພງປະຈຸບັນຂອງພວກເຮົາກໍຈະເປັນປະເພດ: ຮິບຮັອບ ອາແອນບີ ໃນມຸມພວກເຮົາກໍເປັນແນວທີ່ກຳລັງມາແຮງໃນຫຼາຍໆກຸ່ມຄົນເລີຍ ແລະ ພວກເຮົາກໍຈະພາຍາຍາມນຳຄວາມຫຼາກຫຼາຍຖ່າຍທອດອອກມາ ເພື່ອໃຫ້ວົງການເຮົາມີຄວາມກວ້າງຂວາງ ໃນແນວເພງຕື່ມເລື້ອຍໆໃນອະນາຄົດອັນໃກ້ນີ້.”

ຜົນງານດີໆແບບນີ້ ກໍຂໍຝາກທຸກຄົນຕິດຕາມຜົນງານໄວໜຸ່ມລາວ ທີ່ມີຄວາມສາມາດກັນທາງ YouTube : MAO MUN ແລະ Facebook: Mao Mun Music ແນ່ເດີ.

ຊ່ອງທາງການຕິດຕາມຜົນງານ Mao Mun ຜ່ານ 2 ຊ່ອງທາງຄື:

Facebook https://www.facebook.com/DJPeth?_rdc=1&_rdr

ແລະ Youtube: https://www.youtube.com/results?search_query=MAO+MUN

ຂອບໃຈສຳລັບຂໍ້ມູນ ແລະ ຄຳສຳພາດຂອງ: ໂຈອີ້ ຫຼື Joey Khamphoumee https://www.facebook.com/joey.gabork?_rdc=1&_rdr

ສຳພາດວັນທີ 28 ພຶດສະພາ 2021.

ຮຽບຮຽງໂດຍ:​ Meo_ManU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/