ແມ່ໝໍຊາວຢູກັນດາມີຜົວ 7 ຄົນ!!! ມີແຜນຈະມີຕື່ມອີກໃນອະນາຄົດ!!!


ຊາວເນັດພາກັນແຊຣ໌ໂພສທີ່ກຳລັງເປັນປະເດັນຢູ່ຕອນນີ້ ນັ້ນແມ່ນກ່ຽວກັບໝໍທຳຜູ້ຍິງຄົນໜຶ່ງທີ່ມີຜົວເຖິງ 7 ຄົນ!!! ໂດຍໝໍທຳຄົນດັ່ງກ່າວໄດ້ອະທິບາຍວ່າ ເພື່ອຊ່ວຍກັນຜະລິດລູກ ເສີມສ້າງອຳນາດ ແລະ ສະແດງຄວາມເຄົາລົບຕໍ່ເທບທີ່ນັບຖື.

ໝໍທຳຄົນດັ່ງກ່າວຍັງເວົ້າເພີ່ມຕື່ມວ່າ ທີ່ຕ້ອງມີຜົວຫຼາຍຄົນ ເພາະວ່າຕ້ອງຮັບໃຊ້ເທບທີ່ຕົນເຄົາລົບນັບຖື ແລະ ລາວເອງກໍຕ້ອງມີລູກໃຫ້ຫຼາຍທີ່ສຸດ, ໂດຍຜົວ 1 ຄົນສາມາດໃຫ້ລູກກັບລາວໄດ້ພຽງຄົນດຽວເທົ່ານັ້ນ ແຖມຜົວແຕ່ລະຄົນລາວບອກວ່າລາວບໍ່ໄດ້ເລືອກເອງ ແຕ່ເປັນອົງເທບທີ່ເລືອກໃຫ້. ປັດຈຸບັນໝໍທຳຄົນນີ້ມີລູກທັງໝົດ 6 ຄົນ ລາວຍັງບໍ່ທັນມີລູກກັບຜົວຄົນທີ 7 ເທື່ອ.

ລາວບອກວ່າ ລາວເປັນໝໍທຳທີ່ໃຊ້ພະລັງເພື່ອຮັກສາຄົນອື່ນ ຕ້ອງແຕ່ງງານເພື່ອໃຫ້ໄດ້ພະລັງ ແລະ ອຳນາດມາ, ທຸກຄັ້ງທີ່ລາວຈະອອກໄປນອກບ້ານ ຈະມີຜົວທັງ 7 ແບກຂຶ້ນບ່ອນນັ່ງ ປານວ່າເປັນພະນາງແຫ່ງເມືອງທິບຂຶ້ນນັ່ງເທິງສະຫຼ່ຽງ. ສ່ວນເລື່ອງຫຼັບນອນ ລາວກໍເປັນຄົນເລືອກເອງວ່າຄືນນີ້ຈະຮ່ວມຫຼັບນອນກັບຜົວຄົນໃດ.

ຖືວ່າເປັນຄວາມເຊື່ອທີ່ແປກໃໝ່ເລີຍ ເພາະສ່ວນໃຫຍ່ເຮົາຈະເຫັນແຕ່ຜູ້ຊາຍທີ່ມີຫຼາຍເມຍ ແລະ ໃນປັດຈຸບັນກໍມີບາງປະເທດທີ່ມີຮ່າງກົດໝາຍທີ່ຜູ້ຍິງສາມາດມີຜົວເກີນ 1 ຄົນໄດ້ແລ້ວ ເຊັ່ນປະເທດແອຟຣິກາໃຕ້ທີ່ກຳລັງພິຈາລະນາໃຫ້ຜູ້ຍິງມີຜົວໄດ້ 2 ຄົນ ຫຼືວ່ານີ້ຈະເປັນປະຫວັດສາດໜ້າໃໝ່ແຫ່ງຍຸກສະໄໝຂອງເຮົາ!!!

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/