ໂຮງຮຽນເກົ່າແກ່ໃນແຄນນາດາ ພົບຮ່າງຂອງນັກຮຽນ 215 ຄົນ ຖືກຝັງຢູ່ໃຕ້ອາຄານ!!!


ນີ້ບໍ່ແມ່ນຮູບເງົາສະຫຍອງຂວັນ! ເມື່ອສຳນັກຂ່າວຕ່າງປະເທດ BBC News ໄດ້ລາຍງານຂ່າວທີ່ໜ້າຕົກໃຈ ກ່ຽວກັບການພົບຮ່າງອັນໄຮ້ວິນຍານຂອງນັກຮຽນ 215 ຄົນ!!! ທີ່ຖືກຝັງຢູ່ໃຕ້ອາຄານຂອງໂຮງຮຽນປະຈຳທີ່ເກົ່າແກ່ແຫ່ງໜຶ່ງຂອງປະເທດແຄນນາດາ.

ຫຼັງຈາກມີການສຳຫຼວດຕຶກອາຄານທີ່ເກົ່າແກ່ຂອງໂຮງຮຽນປະຈຳ Kamloops Indian Residential School (ບາງຄົນລຶ້ງເຄີຍໃນການເອີ້ນວ່າ ໂຮງຮຽນກິນ-ນອນ) ເຊິ່ງເປັນໜຶ່ງໃນໂຮງຮຽນປະຈຳທີ່ເກົ່າແກ່ທີ່ສຸດໃນແຄນນາດາ ໄດ້ພົບກັບຊາກສົບ ທີ່ກາຍເປັນໂຄງກະດູກໄປແລ້ວ ຂອງນັກຮຽນຈຳນວນຫຼາຍເຖິງ 215 ຄົນ ຖືກຝັງໄວ້,​ ບາງຮ່າງເປັນເດັກນ້ອຍອາຍຸພຽງ 3 ປີເທົ່ານັ້ນ, ໂດຍເດັກນ້ອຍທີ່ເສຍຊີວິດເປັນກຸ່ມຊົນເຜົ່າທີ່ສຳຄັນຂອງແຄນນາດາ.

ໂຮງຮຽນດັ່ງກ່າວບໍລິຫານໂດຍລັດຖະບານ ແລະ ເຈົ້າໜ້າທີ່ທາງດ້ານສາສະໜາ ໂດຍມີເປົ້າໝາຍເພື່ອບັງຄັບໃຫ້ເຍົາວະຊົນພື້ນເມືອງ ເຂົ້າມາຮຽນ ແລະ ປັບຕົວກັບວັດທະນະທຳຄົນເມືອງ, ໂຮງຮຽນໄດ້ເປີດສອນຕັ້ງແຕ່ປີ 1890-1978 ກໍໄດ້ປິດຕົວລົງ.

ການຄົ້ນພົບໃນຄັ້ງນີ້ ສະທ້ອນໃຫ້ເຫັນບັນຫາການຈຳແນກເຜົ່າພັນໃນອະດີດ ທີ່ເຄີຍພະຍາຍາມແຍກເດັກນັກຮຽນແຕ່ລະເຜົ່າອອກຈາກຄອບຄົວ ແລະ ບັງຄັບມາຮຽນທີ່ໂຮງຮຽນປະຈຳແຫ່ງນີ້ ເພື່ອໃຫ້ຊຶມຊັບເອົາວັດທະນະທຳຂອງຄົນຂາວ ແຕ່ກໍບໍ່ສຳເລັດ.

ໃນເວລາຕໍ່ມາ ໄດ້ເຄີຍມີການລາຍງານວ່າ ເດັກນັກຮຽນທີ່ເຂົ້າມາຮຽນ ຖືກທຳຮ້າຍຮ່າງກາຍ, ທໍລະມານ, ຂົ່ມຂືນ ແລະ ຖືກລ່ວງລະເມີດທາງເພດ. ຕາມລາຍງານທີ່ເຄີຍມີການບັນທຶກ ພົບວ່າມີນັກຮຽນຈຳນວນຫຼາຍທີ່ເສຍຊີວິດ ແລະ ສູນຫາຍ, ແຕ່ຫຼາຍພາກສ່ວນກໍເຊື່ອວ່າ ຍັງມີອີກຈຳນວນຫຼາຍທີ່ບໍ່ໄດ້ຖືກບັນທຶກໄວ້ ເຊັ່ນດຽວກັບ 215 ຮ່າງທີ່ຖືກຄົ້ນພົບນີ້. ບັນດາພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການພິສູດຮ່າງທີ່ພົບ ເພື່ອລະບຸຕົວຕົນ ເພື່ອຈະໄດ້ສົ່ງໃຫ້ຄອບຄົວໄປປະກອບພິທີທາງສາສະໜາໃຫ້ຖືກຕ້ອງ.

ຂອບໃຈຂໍ້ມູນຈາກ:

https://www.bbc.com/thai/international-57292708

https://www.sanook.com/news/8388978/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/