NVIDIA ປະກາດເປີດຕົວ RTX 3070 Ti ແລະ RTX 3080 Ti ສຳລັບສາຍເກມໂດຍສະເພາະ


ໃນໄລຍະປີ 2019-2020 ສະຖານະການໂຄວິດ-19 ໄດ້ລະບາດ ເຮັດໃຫ້ຫຼາຍທຸລະກິດຖືກຜົນກະທົບ, ແຕ່ບໍ່ແມ່ນກັບທຸລະກິດ Cryptocurrency ທີ່ມີລາຄາເພີ່ມຂຶ້ນມະຫາສານ ເຮັດໃຫ້ນັກລົງທຶນໄດ້ກວາດຊື້ກາດຈໍໄປຈົນຂາດຕະຫຼາດ ເປັນເຫດໃຫ້ກາດຈໍໃນປັດຈຸບັນມີລາຄາສູງ ເຮັດໃຫ້ສາຍເກມຈັບຕ້ອງເຄື່ອງໄດ້ຍາກ.

ແຕ່ໃນປັດຈຸບັນ NVIDIA ໄດ້ແກ້ໄຂກາດຈໍຮຸ່ນໃຫມ່ເຊັ່ນ:

  • RTX 3060Ti ມີແຮງຂຸດແມ່ນ 70-80MH/s
  • RTX 3070Ti ມີແຮງຂຸດແມ່ນ 20-30MH/s
  • RTX 3080Ti ມີແຮງຂຸດແມ່ນ 50-60MH/s

ເພາະສະນັ້ນນັກລົງທຶນ ຈຶ່ງມີຄວາມສົນໃຈຊື້ກາດຈໍ RTX 3060Ti ຫຼາຍກວ່າ ແລະ ກາດຈໍທີ່ເປີດຕົວດັ່ງກ່າວມີລາຄາທີ່:

  • RTX 3070Ti ລາຄາ 599$
  • RTX 3080Ti ລາຄາ 1199$

ທີ່ມາ: https://bit.ly/3vOggYE

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/