Xiaomi ເປີດຕົວນະວັດຕະກຳ Hypercharge ສາກແບັດໂທລະສັບຈາກ 0-100 % ພາຍໃນ 8 ນາທີ!!!


HyperCharge 200W ຂອງ Xiaomi ສາມາດສາກແບັດເຕີຣີ່ຈາກ 0-100% ໄດ້ພາຍໃນເວລາ 8 ນາທີ ແລະ Hyper Wireless Charge 120W, ທັງ 2 ຢ່າງນີ້ ເປັນເທັກໂນໂລຢີການສາກແບັດໂທລະສັບທີ່ໄວທີ່ສຸດໃນໂລກໃນຕອນນີ້.

ຫຼັງຈາກທີ່ກ່ອນໜ້ານີ້ທາງ Xiaomi ໄດ້ເປີດຕົວເທັກໂນໂລຍີສາກແບັດໄວ 100W ໃນປີ 2019 ແລະ ການສາກແບັດໄວ 120W ໃນໂທລະສັບ Xiaomi Mi 10 Ultra ເມື່ອປີ 2020 ທີ່ຜ່ານມາ, ໃນມື້ນີ້ Xiaomi ກໍໄດ້ພັດທະນາເທັກໂນໂລຢີສາກໄວຈົນຮອດຂັ້ນ HyperCharge 200W ເຊິ່ງເປັນສະຖິຕິສູງສຸດເທົ່າທີ່ເຄີຍມີມາ, ໄດ້ມີການທົດສອບສາກແບັດຢ່າງລະອຽດ ໂດຍໃຊ້ແບັດສະມາດໂຟນ 4000 mAh ໃຊ້ເວລາພຽງ 44 ວິນາທີ ສຳລັບການສາກ 10%, 50% ກໍໃຊ້ເວລາພຽງ 3 ນາທີ ແລະ ການສາກ 100 % ກໍໃຊ້ເວລາພຽງ 8 ນາທີ ເຊິ່ງຖືວ່າໄວຂຶ້ນກວ່າການສາກ 100W ເຖິງ 50%.

ນອກຈາກການສາກຜ່ານສາຍແລ້ວ Xiaomi ຍັງໄດ້ພັດທະນາລະບົບສາກໄວແບບໄຮ້ສາຍ ຫຼື Hyper Wireless Charge 120W ທີ່ສາມາດສາກແບັດເຕີຣີ່ 4000 mAh ຈາກ 0-100 % ໃຊ້ເວລາພຽງ 15 ນາທີ.

Xiaomi ໄດ້ກ່າວເຖິງນະວັດຕະກຳ HyperCharge ນີ້ວ່າເປັນມີຕິໃໝ່ຂອງການສາກ ແລະ ເຮັດໃຫ້ຜູ້ໃຊ້ງານມີຄວາມສະດວກວ່ອງໄວໃນການໃຊ້ຊີວິດ,​ ແຕ່ກໍຍັງຢູ່ໃນໄລຍະທົດລອງຂອງນະວັດຕະກຳ. ເຊິ່ງທາງ Xiaomi ຈະນຳມາໃຊ້ກັບສະມາດໂຟນຮຸ່ນໃດເປັນເທື່ອທຳອິດນັ້ນ ກໍຍັງເປັນທີ່ໜ້າຈັບຕາເບິ່ງຢູ່.

ຮັບຊົມການທົດສອບ Hypercharge ແລະ Hyper Wireless charge : https://www.youtube.com/watch?v=obff6ZdhisU

ຂອບໃຈຂໍ້ມູນຈາກ : https://droidsans.com/xiaomi-demonstrades-hypercharge-200w-technology/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/