ວັກຊີນ Pfizer ຈຳນວນ 100,620 ໂດສ ມາຮອດ ສປປ ລາວ ແລ້ວ!


ໃນມື້ນີ້ ວັນທີ 2 ມິຖຸນາ ປີ 2021, ສປປ ລາວໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຊຸດໃໝ່ ຈາກໂຄງການການຮ່ວມມືເພື່ອວັກຊີນກັນພະຍາດໂຄວິດ-19 ຫຼື COVAX Facility ໂດຍວັກຊີນທີ່ໄດ້ຮັບແມ່ນຍີີ່ຫໍ້ ຟາຍເຊີ (Pfizer BioNTech) ຈຳນວນ 100,620 ໂດສ.

ອີງຕາມແຜນການປະຕິບັດການສັກວັກຊີນກັນພະຍາດແຫ່ງຊາດ, ວັກຊີນຊຸດນີ້ຈະໄດ້ນຳໃຊ້ເພື່ອສັກກັນພະຍາດໃຫ້ແກ່ພົນລະເມືອງຈຳນວນ 50,300 ຄົນ ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ມີພະຍາດຊຳເຮື້ອ, ໂດຍຈະເລີ່ມປະຕິບັດສັກຢູ່ໃນນະຄອນຫຼວງວຽງຈັນເປັນຕົ້ນ ແລະ ຈະຖືກຜັນຂະຫຍາຍໄປສູ່ເຂດທີ່ມີຄວາມສ່ຽງສູງອື່ນໆ ເຊັ່ນ: ບໍ່ແກ້ວ, ຈຳປາສັກ ແລະ ສະຫວັນນະເຂດ.

ວັກຊີນຟາຍເຊີ ເປັນວັກຊີນທີ່ຕ້ອງການ ການເກັບຮັກສາໃນອຸນຫະພູມເຢັນເຖິງ -70 ອົງສາເຊວຊຽດ ເພື່ອຮັກສາປະສິດທິພາບຂອງວັກຊີນ. ໃນປັດຈຸບັນ ສະຖາບັນປັດສະເຕີ (Institut Pasteur du Laos) ໄດ້ຈັດກຽມຕູ້ເເຊ່ພິເສດ 2 ໜ່ວຍໄວ້ສະເພາະສຳລັບຢາວັກຊີນກັນພະຍາດໂຄວິດ-19 ທີ່ມາຮອດນີ້ ເຊິ່ງສາມາດເກັບຮັກສາໄດ້ເຖິງ 740,000 ໂດສ.
ຍິ່ງໄປກວ່ານັ້ນ, ສູນວິເຄາະ-ລະບາດວິທະຍາແຫ່ງຊາດ ຍັງໄດ້ຈັດກຽມຕູ້ແຊ່ພິເສດ 1 ໜ່ວຍ ແລະ ອົງການອະນາໄມໂລກ ຍັງໄດ້ຈັດຊື້ຕູ້ແຊ່ແຂງພິເສດຕື່ມອີກ 3 ໜ່ວຍ ເພື່ອນຳໃຊ້ທັງໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ.


ທີ່ມາ: https://www.facebook.com/uniceflaos/posts/4043662022353841
ພາບ: UNICEF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/