ປະຢັດຕົ້ນທຶນ ພ້ອມກັບຮັກສາສິ່ງແວດລ້ອມ! ນັກວິທະຍາສາດໃຊ້ Daphnia ຫຼື ໝັດນໍ້າໃນການກັ່ນຕອງມົນລະພິດອອກຈາກນ້ຳເສຍ


ນັກວິທະຍາສາດໄດ້ລະບຸວ່າ Daphnia ຫຼື ໝັດນໍ້າໂຕນ້ອຍໆເຫຼົ່ານີ້ມີຄວາມສາມາດໃນການກັ່ນຕອງຢາ, ຢາຂ້າແມງໄມ້ ແລະ ສານເຄມີອຸດສາຫະກຳອອກຈາກນ້ຳເສຍໄດ້

ເນື່ຶອງຈາກໂຮງບຳບັດນ້ຳເສຍບໍ່ສາມາດທີ່ຈະກຳຈັດສານເຄມີທີ່ຕົກຄ້າງຢູ່ໃນນ້ຳເສຍອອກຈາກອຸດສາຫະກຳໄດ້ທັງໝົດ ເຮັດໃຫ້ສານເຄມີເຫຼົ່ານີ້ໄຫຼລົງສູ່ແມ່ນ້ຳລຳທານ ແລະ ລະບົບຊົນລະປະທານ ເຊິ່ງເປັນສິ່ງທີ່ອັນຕະລາຍຕໍ່ຄວາມຫຼາກຫຼາຍຂອງຊີວະພາບຂອງລະບົບນິເວດ ແລະ ສ້າງມົນລະພິດໃຫ້ກັບອາຫານ ແລະ ນ້ຳທີ່ໃຊ້ສອຍຂອງພວກເຮົາ. ແຕ່ທາງເລືອກຕ່າງໆທີ່ຫຼາກຫຼາຍໃນການກອງນ້ຳໃນປັດຈຸບັນມັກມີລາຄາແພງ, ມີຕົ້ນທຶນຄາບອນທີ່ສູງ ແລະ ສາມາດກໍ່ໃຫ້ເກີດມົນລະພິດເອງໄດ້.

ດັ່ງນັ້ນ ນັກວິທະຍາສາດຈຶ່ງໄດ້ຫັນມາໃຊ້ນະວັດຕະກຳການກັ່ນຕອງແບບທຳມະຊາດທີ່ເປັນມິດກັບສິ່ງແວດລ້ອມ ມີຕົ້ນທຶນທີ່ຕໍ່າ ແລະ ສາມາດປັບຂະໜາດໄດ້ເຊິ່ງນັ້ນກໍຄື “ໝັດນ້ຳ”

Luisa Orsini ສາສະດາຈານດ້ານສິ່ງແວດລ້ອມຂອງມະຫາວິທະຍາໄລ Birmingham ກ່າວວ່າໝັດນໍ້າ ຫຼື Daphnia ບໍ່ແມ່ນໝັດແທ້ໆ ແຕ່ເປັນສັດຈໍາພວກກຸ້ງກັ້ງປູ (crustaceans) ທີ່ມີຂະໜາດນ້ອຍຫຼາຍກວ່າ 450 ສາຍພັນທີ່ສາມາດກອງ ກັ່ນຕອງອາຫານ ແລະ ກິນອະນຸພາກຂະໜາດນ້ອຍ ຫຼື ເຊື້ອແບັກທີເຣຍທີ່ຂວາງທາງພວກມັນ ລວມທັງສານເຄມີອີກດ້ວຍ.

ໂດຍນັກວິທະຍາສາດໄດ້ນຳເອົາໝັດນ້ຳ 4 ສາຍພັນມາທົດລອງກັບສານເຄເຊັ່ນ: ສ່ວນປະສົມຂອງຢາ diclofenac, ຢາຂ້າແມງໄມ້ atrazine, ອາເຊນິກໂລຫະໜັກ ແລະ PFOS ສານເຄມີອຸດສາຫະກໍາ ເຊິ່ງມັກຈະຖືກນໍາໃຊ້ເພື່ອເຮັດໃຫ້ເຄື່ອງນຸ່ງກັນນໍ້າ ເພື່ອຫາວ່າໝັດນ້ຳສາຍພັນໃດທີ່ເໝາະສົມທີ່ສຸດໃນການກຳຈັດສານພິດເຫຼົ່ານີ້.

ພວກເຂົາຍັງໄດ້ທົດລອງຂະຫຍາຍປະຊາກອນຂອງໝັດນ້ຳໂດຍການໂຄນ ແລະ ທົດສອບການສ້າງທາງກຳມະພັນ. ຫຼັງຈາກນັ້ນກໍໄດ້ທົດສອບຄວາມສາມາດໃນການກຳຈັດສານຕ່າງໆໃນນ້ຳ ໂດຍທົດລອງໃນຕູ້ລ້ຽງປາເປັນຄັ້ງທຳອິດໃນນ້ຳ 100 ລິດ ແລະ ໃນປັດຈຸບັນກໍໄດ້ໃຊ້ພວກມັນໃນສະຖານທີ່ບຳບັດນ້ຳທີ່ມີປະລິມານ 2,000 ລິດ ແລະ ຕໍ່ມານຳໄປໃຊ້ໃນລະດັບນ້ຳທີ່ 21 ລ້ານລິດ ເຊິ່ງຈາກຜົນສຳຫຼວດພົບວ່າ ໝັດນ້ຳສາມາດດັກກິນ Diclofenac 90%, arsenic 60%, atrazine 59% ແລະ PFOS 50% ໃນສະພາບແວດລ້ອມດຽວກັນກັບໂຮງງານບຳບັດນ້ຳເສຍ.

ນອກຈາກນີ້, ໝັດນ້ຳຍັງມີປະຊາກອນທີ່ສາມາດຄວບຄຸມໄດ້ ເຊິ່ງປະຊາກອນຈະເຕີບໂຕ ຫຼື ລົດລົງນັ້ນແມ່ນອີງໃສ່ສານອາຫານທີ່ມີຢູ່. Joseph R Shaw ຜູ້ຊ່ຽວຊານດ້ານສານພິດໃນສິ່ງແວດລ້ອມຈາກມະຫາວິທະຍາໄລ Indiana ກ່າວວ່າ ເມື່ອພິຈາລະນາເຖິງການປັບຕົວຂອງສັດຈຳພວກ crustaceans ແລ້ວ, ມັນມີໂອກາດເປັນໄປໄດ້ທີ່ຈະປັບລະບົບນີ້ໃຫ້ເຂົ້າກັບສະພາບແວດລ້ອມ ແລະ ຄວາມຕ້ອງການທີ່ມີຄວາມຫຼາກຫຼາຍໄດ້. ເນື່ອງຈາກວ່າມັນມີລາຄາຖືກ ແລະ ເປັນກາງທາງດ້ານຄາບອນ, ດັ່ງນັ້ນການແກ້ໄຂດ້ວຍທຳມະຊາດນີ້ ສາມາດນໍາໄປໃຊ້ແທນໂຮງງານບຳບັດນ້ຳທີ່ມີຄວາມຊັບຊ້ອນ ແລະ ໃນປະເທດກໍາລັງພັດທະນາທີ່ມີໂຄງສ້າງພື້ນຖານໜ້ອຍກວ່າ.

ທີ່ມາ:

theguardian

sciencedirect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/