Mike McGlone ກ່າວວ່າລາຄາຂອງ Bitcoin ອາດຈະຫຼຸດລົງຫຼາຍກວ່າ 60% ເນື່ອງຈາກການຖົດຖອຍຂອງເສດຖະກິດທົ່ວໂລກ


Mike McGlone ນັກຍຸດທະສາດມະຫາພາກອາວຸໂສຂອງ Bloomberg Intelligence ໄດ້ອອກມາກ່າວວ່າ ລາຄາຂອງ Bitcoin (BTC) ນັ້ນອາດກຽມທີ່ຈະຫຼຸດລົງໄປເຖິງ 60%.

Mike McGlone ໄດ້ຊີ້ໃຫ້ເຫັນວ່າໃນຕອນນີ້ສະພາບຄ່ອງຂອງ Bitcoin ຍັງຄົງຢູ່ໃນເຊີງລົບ, ລວມເຖິງບັນຫາເສດຖະກິດທົ່ວໂລກທີ່ສ່ຽງຕໍ່ພາວະຖົດຖອຍ ແລະ ເຊື່ອວ່າສະຫະລັດຈະບໍ່ທົນຕໍ່ສະພາວະເສດຖະກິດຖົດຖອຍຈົນຮອດສິ້ນປີນີ້. McGlone ຍັງໄດ້ຕັ້ງຂໍ້ສັງເກດອີກວ່າ ເຖິງວ່າແນວຕ້ານທີ່ສຳຄັນຂອງ Bitcoin ຍັງຄົງຢູ່ທີ່ລະດັບ 30,000 ໂດລາ ແຕ່ມັນກໍມີຄວາມເປັນໄປໄດ້ທີ່ຈະຫຼຸດລົງໄປແຕະລະດັບ 10,000 ໂດລາຈາກເຫດການສະພາວະເສດຖະກິດທົດຖອຍທີ່ເກີດຂຶ້ນ

McGlone ຍັງກ່າວອີກວ່າ ແຮງກົດດັນຈາກການສູນເສຍຂອງຕະຫຼາດຫຼັກຊັບທີ່ເປັນຜົນມາຈາກການຖົດຖອຍຂອງເສດຖະກິດ ຈະເຮັດໃຫ້ອຸດສາຫະກໍາ crypto ຕ້ອງປະເຊີນກັບຄວາມສ່ຽງທີ່ກຳລັງຈະມາເຖິງໃນໄວໆນີ້.

“ຄວາມອ່ອນແອຂອງ Crypto ໃນ Q3 ອາດຈະເປັນຍ້ອນການຖົດຖອຍຂອງເສດຖະກິດໃນທົ່ວໂລກ. ເນື່ອງຈາກວ່າສິນຊັບທີ່ມີຄວາມສ່ຽງເກືອບທັງໝົດໄດ້ຫຼຸດລົງຢ່າງຫຼວງຫຼາຍໃນປີນີ້, ເຊິ່ງມີປັດໃຈສໍາຄັນທີ່ມາຈາກທະນາຄານກາງທີ່ຕ້ອງການຕອບສະໜອງຕໍ່ສະຖານະການເສດຖະກິດທີ່ຖົດຖອຍໃນສະຫະລັດ ແລະ ຢູໂຣບ, ລວມທັງກັບວິກິດການອະສັງຫາລິມະສັບໃນປະເທດຈີນ ເຊິ່ງມັນຈະສົ່ງຜົນເຮັດໃຫ້ເກີດການຂາດດຸນ

ແລະດ້ວຍປະສິດທິພາບຕໍ່າລົງຂອງ Bloomberg Galaxy Crypto Index (BGCI) ອາດຈະສະທ້ອນເຖິງການປ່ຽນແປງຂອງປະເພດຊັບສິນທີ່ບໍ່ມີຄວາມສ່ຽງ ບໍ່ວ່າຈະເປັນອັດຕາຜົນຕອບແທນຂອງພັນທະບັດຂອງສະຫະລັດ ທີ່ເພີ່ມຂຶ້ນຢ່າງໄວວາ, ລວມ​ທັງ​ລາຄາ​ນ້ຳມັນ​ດິບ​ທີ່​ສູງ​ສຸດ​ນັບ​ແຕ່​ເດືອນ​ກໍລະກົດ​ປີ 2008 ​ເປັນ​ຕົ້ນ​ມາ. ຢ່າງໃດກໍຕາມ, ລາຄາຂອງ Bitcoin ອາດຈະຫຼຸດລົງເປັນຜົນມາຈາກການປັບອັດຕາດອກເບ້ຍຂຶ້ນຂອງ Federal Reserve, ເຊິ່ງເປັນຕົວບົ່ງຊີ້ໃຫ້ເຫັນເຖິງລັກສະນະຂອງຫຼຽນໄດ້ເປັນຢ່າງດີ”

ທີ່ມາ:

dailyhodl

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/