ຮູບເງົາ ‘Taylor Swift: Eras Tour’ ຍອດຂາຍປີ້ລ່ວງໜ້າທະລຸ 100 ລ້ານໂດລາ!


ກະແສບໍ່ເຄີຍຕົກ! ກ່ອນໜ້ານີ້ກໍສາມາດສ້າງສະຖິຕິໃໝ່ ໄດ້ທຳລາຍສະຖິຕິຍອດຂາຍປີ້ລ່ວງໜ້າສູງສຸດຈົນສາມາດແຊງໜ້າຮູບເງົາລະດັບ Blockbuster ຫຼື ຮູບເງົາແນວຊູບເປີຮີໂຣຫຼາຍໆເລື່ອງຂອງ MCU (Marvel Cinematic Universe) ພ້ອມມີການຄາດການວ່າອາດຈະເປັນຮູບເງົາທີ່ມີລາຍໄດ້ເປີດຕົວສູງເປັນອັນດັບຕົ້ນໆ.

ທາງສຳນັກຂ່າວ Deadline ໄດ້ລາຍງານຂໍ້ມູນຈາກ AMC Theatres Distribution ແລະ AMC Entertainment ທີ່ໄດ້ອອກມາເປີດເຜີຍຂໍ້ມູນວ່າ ຮູບເງົາ ‘Taylor Swift: Eras Tour’ ເຮັດຍອດຈຳໜ່າຍປີ້ລ່ວງໜ້າທົ່ວໂລກໄປຫຼາຍກວ່າ 100 ລ້ານໂດລາແລ້ວ!

AMC ໄດ້ລະບຸວ່າເພີ່ມອີກວ່າ ຄວາມຕ້ອງການຂອງຜູ້ຊົມໄດ້ເພີ່ມຂຶ້ນຢ່າງໜ້າຕົກໃຈທົ່ວທັງສະຫະລັດອາເມຣິກາ ຕັ້ງແຕ່ເມືອງໃຫຍ່ສຸດໄປຫາເມືອງນ້ອຍສຸດ ກ່ອນທີ່ຮູບເງົາຈະອອກສາຍໃນຮອບພິເສດທີ່ ລອສແອງເຈີລິສ ໃນວັນທີ 11 ຕຸລາ 2023 ແລະ ມີການຄາດການວ່າຈະເຮັດລາຍໄດ້ເປີດຕົວໃນອາທີດທຳອິດສູງຮອດ 100 – 125 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/