Narges Mohammadi ນັກສິດທິມະນຸດຊົນອີຣານ ຄວ້າຮາງວັນໂນເບວສາຂາ ສັນຕິພາບ ປະຈຳປີ 2023


ນັກເຄື່ອນໄຫວ Narges Mohammadi ຜູ້ຕໍ່ສູ້ເພື່ອສິດທິແມ່ຍິງໃນປະເທດອີຣານ ຈົນຖືກລົງໂທດຈຳຄຸກດົນກວ່າ 30 ປີ ແລະ ຍັງຖືກຈອງຈຳຈົນຮອດຕອນນີ້ ໄດ້ຮັບເລືອກໃຫ້ເປັນເຈົ້າຂອງຮາງວັນໂນເບວສາຂາສັນຕິພາບ ປະຈຳປີ 2023.

ຄະນະກຳມະການພິຈາລະນາຮາງວັນໂນເບວໄດ້ອອກມາປະກາດໃຫ້ Narges Mohammadi ນັກເຄື່ອນໄຫວ ຜູ້ຕໍ່ສູ້ເພື່ອສິດທິແມ່ຍິງໃນປະເທດອີຣານ ໃຫ້ເປັນເຈົ້າຂອງຮາງວັນໂນເບວສາຂາສັນຕິພາບ ປະຈຳປີ 2023 ພ້ອມໄດ້ລະບຸວ່າ “ຮາງວັນນີ້ມອບເປັນກຽດໃຫ້ແກ່ Narges Mohammadi ສຳລັບການຄໍ່ສູ້ທີ່ກົດຂີ່ແມ່ຍິງໃນອີຣານ ແລະ ການຕໍ່ສູ້ເພື່ອສົ່ງເສີມສິດທິມະນຸດ ແລະ ເສລີພາບສຳລັບທຸກຄົນ ການຕໍ່ສູ້ເພື່ອອິດສະຫຼະພາບທີ່ບໍ່ຕົກຢູ່ພາຍໃຕ້ການກົດຂີ່”

ພ້ອມໄດ້ກ່າວວ່າ “ການຕໍ່ສູ້ຢ່າງກ້າຫານທີ່ຕ້ອງແລກມາກັບລາຄາຕົ້ນທຶນສ່ວນຕົວທີ່ຕ້ອງຈ່າຍຢ່າງມະຫາສານ” ໂດຍນາງ Narges Mohammadi ຖືກຈັບຫຼາຍກວ່າ 13 ຄັ້ງ ຖືກຕັດສິນວ່າມີຄວາມຜິດ 5 ຄັ້ງ ພ້ອມກັບໄດ້ຮັບໂທດຈຳຄຸກລວມທັງໝົດ 31 ປີ ແລະ ຖືກຕີອີກ 154 ເທື່ອ.

ຢ່າງໃດກໍຕາມເຖິງແມ່ນວ່າ Narges Mohammadi ຈະຖືກຈອງຈຳຢູ່ໃນຄຸກ (Evin Prison) ອັນແສນມືດມົນ ໃນນະຄອນເຕຫະຣານ ແຕ່ຄວາມມືຶດມົນນັ້ນກໍບໍ່ອາດມາບັງບົດ ແລະ ມາປິດກັ້ນສຽງອັນຊົງພະລັງຂອງນາງໄດ້ໃນຖານະຂອງນັກເຄື່ອນໄຫວດ້ານສິດທິມະນຸດໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/