Mega MSME Fair 2023 ຈະຊ່ວຍເປີດຕະຫຼາດ ສົ່ງເສີມຜູ້ປະກອບການລາວ ແລະ ຊຸກຍູ້ຜະລິດຕະພັນພາຍໃນ


ງານມະຫະກຳ ຕະຫຼາດນັດສິນຄ້າ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ຈນກ) ” Mega MSME Fair 2023” ທີ່ກຳລັງຈະຈັດຂຶ້ນ ໃນວັນທີ 9 ຕຸລານີ້ ຈະເປັນການຊ່ວຍເປີດຕະຫຼາດ ສົ່ງເສີມຜູ້ປະກອບການລາວ ແລະ ຊຸກຍູ້ຜະລິດຕະພັນພາຍໃນ.

ໂດຍ ງານມະຫະກຳ ຕະຫຼາດນັດສິນຄ້າ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ຈນກ) ” Mega MSME Fair 2023 ຈະເລີ່ມແຕ່ວັນທີ 9-22 ຕຸລາ 2023 ທີ່ສູນການຄ້າຈອມມະນີ (Chommany Centre) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ງານມະຫະກຳຄັ້ງນີ້ ຈັດຂຶ້ນພາຍໃຕ້ການຮ່ວມມືກັນລະຫວ່າງ ສູນກາງແນວລາວສ້າງຊາດ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຈັດຂຶ້ນ ທີ່ສູນການຄ້າ ຈອມມະນີ (Chommany Centre) ໂດຍມີຈຸດປະສົງເພື່ອສົ່ງເສີມຜູ້ປະກອບການລາວ ແລະ ຊຸກຍູ້ຜະລິດຕະພັນພາຍໃນ ແກ້ໄຂບັນຫາ ເສດຖະກິດ-ການເງິນຂອງຊາດ.

ໃນງານຖະແຫຼງຂ່າວ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ງານຄັ້ງນີ້ ຖືເປັນການປະກອບສ່ວນເຂົ້າໃນການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ເປັນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງ ສູນກາງແນວລາວສ້າງຊາດ ແລະ ທັງເປັນການສ້າງຂະບວນການຄຳນັບຮັບຕ້ອນວັນປະກາດເອກະລາດ 12 ຕຸລາ ຄົບຮອບ 78 ປີ ທີ່ຈະໝູນວຽນມາເຖິງອີກວາລະໜຶ່ງ ຊຶ່ງຖືເປັນວັນສໍາຄັນຂອງຊາດ ແລະ ເປັນເຫດການປະຫວັດສາດ ແຫ່ງການປະກາດ ເອກະລາດ ຂອງປະຊາຊົນລາວເຮົາ ອອກຈາກແອກປົກຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ, ເປັນວັນທີ່ປະຊາຊົນລາວ ໄດ້ຮັບແສງສະຫວ່າງຂອງຊີວິດໃໝ່ທີ່ສົດໃສ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍ.

ງານມະຫະກໍາຄັ້ງນີ້, ສູນກາງແນວລາວສ້າງຊາດ ໄດ້ເຊີນເອົາຫົວໜ່ວຍທຸລະກິດລາວ, ກໍາມະການສູນກາງແນວລາວສ້າງຊາດ ທີ່ເປັນນັກທຸລະກິດ, ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ, ສະນັ້ນ ຈຶ່ງຂໍເຊີນຊວນພໍ່ຄ້າຊາວຂາຍ, ບໍລິສັດຫ້າງຮ້ານ, ຜູ້ປະກອບການ, ທະຫານຕໍາຫຼວດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໄດ້ເຂົ້າຮ່ວມ ທ່ຽວຊົມ ແລະ ຊື້-ຂາຍສິນຄ້າລາວ ຮ່ວມກັນເປັນການກະຕຸກຊຸກຍູ້ ເສດຖະກິດ ກໍຄືການສົ່ງເສີມການຜະລິດ ແລະ ຊື້ສິນຄ້າລາວ ໃຫ້ເປັນຂະບວນກວ້າງຂວາງກວ່າເກົ່າ.

ໂດຍພາຍໃນງານຍັງຈະມີກິດຈະກຳປາຖະກະຖາຫົວຂໍ້ສຳຄັນຕ່າງໆກ່ຽວກັບ MSME, ກິດຈະກຳປະກວດ ການຫຸ້ມຫໍ່ຜະລິດຕະພັນດີເດັ່ນພາຍໃນງານ, ກິດຈະກຳແຂ່ງຂັນຕຳໝາກຫຸ່ງຊີງຮາງວັນ ແລະ ກິດຈະກຳບັນເທີງການສະແດງ, ການຮ້ອງເພງ, ການຟ້ອນ ແລະ ອື່ນໆ.

https://www.facebook.com/PasaxonNewspaper/posts/pfbid0MnutRDyvLYjDJX2wDvzDkPhGRtrSeVHEh5fRzr5srVCvEdyYBbmC7ris8d4DbQdol

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/