Whale Alert ໄດ້ພົບເຫັນເຈົ້າມືລາຍໃຫຍ່ໂອນຍ້າຍ Bitcoin ແລະ ຫຼຽນອື່ນໆຢ່າງກະທັນຫັນລວມມູນຄ່າຫຼາຍກວ່າ 730 ລ້ານໂດລາ


ອີງຕາມຂໍ້ມູນ Whale Alert ແພລັດຟອມສຳຫຼວດການເຄື່ອນໄຫວຂອງເຈົ້າມືທີ່ມີສິນຊັບ Crypto ອັນດັບຕົ້ນໆພົບວ່າ: Bitcoin ມູນຄ່າຫຼາຍກວ່າ 400 ລ້ານໂດລາໄດ້ຖືກໂອນໄປຫາເວັບເທຣດ crypto ຊັ້ນນໍາຂອງສະຫະລັດ Coinbase ແລະ ໄປຫາກະເປົາສ່ວນຕົວ.

ການເຮັດທຸລະກໍາ BTC ທັງໝົດທີ່ Whale Alert ພົບເຫັນປະກອບມີດັ່ງນີ້:

  • 2,893 BTC ມູນຄ່າ 78,928,228 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Coinbase
  • 6,000 BTC ຕົກເປັນມູນຄ່າ 165,715,403 ໂດລາໂອນຈາກກະເປົາສ່ວນຕົວໄປຫາກະເປົາເງິນອີກອັນໜຶ່ງ.
  • 3,000 BTC ມູນຄ່າ 82,661,035 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Coinbase
  • 2,811 BTC ມູນຄ່າ 77,197,592 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Coinbase

ນອກຈາກນີ້, Whale Alert ຍັງພົບເຫັນອີກວ່າຍັງມີການເຮັດທຸລະກໍາທີ່ເກີດຂຶ້ນກັບ altcoin ມູນຄ່າຫຼາຍລ້ານໂດລາລວມທັງ Ethereum (ETH), Dogecoin (DOGE) ແລະ XRP ເຊິ່ງເປັນຊັບສິນ crypto ທີ່ໃຊ້ໃນການຊຳລະເງິນຂອງ Ripple Labs, ໄດ້ຖືກໂອນເຂົ້າ ແລະ ອອກຈາກແພລັດຟອມເວັບເທຣດຊັ້ນນຳເຊັ່ນ Binance ແລະ Bitstamp. ໂດຍມີການເຮັດທຸລະກໍາທັງໝົດດັ່ງນີ້:

  • 300,000,000 DOGE ມູນຄ່າ 18,254,156 ໂດລາຖືກໂອນຈາກກະເປົາເງິນສ່ວນຕົວໄປຫາ Robinhood
  • 100,000 ETH ຕົກເປັນມູນຄ່າ 163,969,319 ໂດລາໂອນຈາກ Binance ໄປຫາກະເປົາເງິນສ່ວນຕົວ
  • 64,000 ETH ຕົກເປັນມູນຄ່າ 104,970,266 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Binance
  • 26,800,000 XRP ຕົກເປັນມູນຄ່າ 14,240,911 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Bitstamp
  • 30,400,000 XRP ຕົກເປັນມູນຄ່າ 15,831,100 ໂດລາໂອນຈາກກະເປົາເງິນສ່ວນຕົວໄປຫາ Bitso
  • 29,300,000 XRP ຕົກເປັນມູນຄ່າ 15,258,265 ໂດລາໂອນຈາກກະເປົາເງິນທີ່ບໍ່ຮູ້ຈັກໄປຫາ Bitstamp

ທີ່ມາ:

dailyhodl

whale-alert.io

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/