ລາວ-ກຳປູເຈຍ ຕິດອັນດັບ ເນັດມືຖື  (Mobile Data) 1 GB ຖືກທີ່ສຸດໃນໂລກ


ລາວຕິດອັນດັບ ເນັດມືຖື (Mobile Data) 1 GB ຖືກທີ່ສຸດໃນໂລກ ແລະ ເປັນທີ 2 ໃນພູມີພາກອາຊີຕາເວັນອອກສຽງໃຕ້ (ອັນດັບທີ 14 ຂອງໂລກ) ຮອງຈາກກຳປູເຈຍ (ອັນດັບ 5 ຂອງໂລກ).

ລາຍງານດັ່ງກ່າວເປັນການປຽບທຽບແຜນສະເໜີຂໍ້ມູນອິນເຕີເນັດໂທລະສັບຈຳນວນ 5,603 ແຜນ ໃນ 237 ປະເທດ ເຊິ່ງເກັບລວບລວມ ແລະ ວິເຄາະ ເພື່ອປຽບທຽບຕົ້ນທຶນຂໍ້ມູນໂທລະສັບມືຖືຕໍ່ 1 GB ຈາກທົ່ວໂລກ.

ອິດສະຣາເອວ ເປັນປະເທດທີ່ມີລາຄາອິນເຕີເນັດຕໍ່ 1GB ຖືກທີ່ສຸດໃນໂລກ ໃນລາຄາພຽງ 0.02 ໂດລາ ເນື່ອງຈາກການແຂ່ງຂັນກັນຂອງຜູ້ໃຫ້ບໍລິການດ້ານອິນເຕີເນັດ ເຮັດໃຫ້ມີການສະເໜີບໍລິການຂໍ້ມູນອິນເຕີເນັດຂະໜາດໃຫຍ່ ຄອບຄຸມທັງເຄືອຂ່າຍ 4G LTE ແລະ 5G ເຊິ່ງເປັນໜຶ່ງເຫດຜົນທີ່ເຮັດໃຫ້ມີລາຄາຕ່ຳສຸດເປັນປະຫວັດສາດ.

ເຖິງຢ່າງໃດກໍຕາມ ສປປ. ລາວ ຍັງຄົງຮັກສາອັນດັບ 14 ຄູ່ກັບຣັດເຊຍ ແລະ ສີລັງກາ ດ້ວຍລາຄາສະເລ່ຍປະມານ 0.12 ໂດລາຕໍ່ 1GB. ສໍາລັບມຽນມາ, ສິງກະໂປ ແລະ ຟີລິບປິນ ບໍ່ຕິດ 50 ອັນດັບທຳອິດ. ນອກຈາກນີ້ Dan Howdle ນັກວິເຄາະໂທລະຄົມມະນາຄົມຜູ້ບໍລິໂພກຈາກ Cable.co.uk ຍັງກ່າວວ່າ ເປັນເລື່ອງທີ່ໜ້າຍິນດີ ທີ່ເຫັນລາຄາຂໍ້ມູນອິນເຕີເນັດທາງມືຖື ຖືກລົງທົ່ວໂລກ ໂດຍສ່ວນໃຫຍ່ມີການສະເໜີລາຄາທີ່ຖືກກວ່າ 2 ໂດລາສະຫະລັດຕໍ່ 1 GB ເຊິ່ງເປັນພາບທີ່ແຕກຕ່າງຫຼາຍຈາກທີ່ເຄີຍເຫັນໃນໄລຍະປີ 2019.

ຂໍ້ມູນຈາກ:

AEC Connect

The Star

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/