ບັນດາຄົນມີຊື່ສຽງໃນສະຫະລາຊະອານາຈັກອອກມາປຸກລະດົມໃຫ້ທຸກຄົນຫຼຸດຜ່ອນການບໍລິໂພກຊີ້ນສັດລົງ


ນັກດົນຕີ, ນັກສະແດງ, ນັກກິລາ ແລະ ຄົນດັງອີກຫຼາຍຄົນໃນສະຫະລາຊະອານາຈັກອອກມາຮ່ວມມືກັບພາກສ່ວນຕ່າງໆ ແລະ ກຸ່ມນັກສິ່ງແວດລ້ອມຮຽກຮ້ອງໃຫ້ປະຊາຊົນຫຼຸດຜ່ອນການບໍລິໂພກຊີ້ນ, ປາ ແລະ ຜະລິດຕະພັນຈາກງົວຫຼາຍຂຶ້ນຕໍ່ໜ້າ ໃນແຄັມເປນ Veganuary ເພາະວ່າມັນທຳລາຍປ່າ ແລະ  ແກ໊ສທຳມະຊາດຢ່າງໜັກ.

ອົງກອນ Friends of the Earth, Greenpeace ແລະ ຄົນທີ່ມີຊື່ສຽງອີກຫຼາຍຄົນເຊັ່ນ: Sir Paul McCartney ໜຶ່ງໃນສະມາຊິກວົງ The Beatles, Ricky Gervais ພິທີກອນລາຍການໂທລະພາບ, Lily Cole  ນາງແບບ ແລະ ນັກເຄື່ອນໄຫວຜູ່ຊ່ວຍເຫຼືອສັງຄົມ ແລະ  Alan Cumming ຈາກ  X-men ໄດ້ຮ່ວມລົງຊື່ໃນຈົດໝາຍທີ່ອອກມາເຊີນຊວນໃຫ້ຜູ່ຄົນປັບປ່ຽນພຶດຕິກຳການກິນຕາມໂຄງການ “Veganuary”

ຈົດໝາຍດັ່ງກ່າວຈາກໂຄງການນີ້ ເປີດຫົວເລື່ອງມາດ້ວຍປະໂຫຍກວ່າ “ເຮົາບໍ່ສາມາດແກ້ໄຂບັນຫາວິກິດການສະພາບພູມອາກາດໄດ້ຖ້າເຮົາຍັງເຮັດຟາມ ແລະ ບໍລິໂພກຊີ້ນສັດລະດັບອຸດສາຫະກຳຂະໜາດນີ້”

Chris Packham ນັກສິ່ງແວດລ້ອມ ແລະ ພິທີກອນຊື່ດັງ ທີ່ເຄີຍເຮັດວຽກໃນວົງການສິ່ງແວດລ້ອມກັບ BBC ແລະ National Geographic Channel ເຜີຍວ່າ ມັນມີຄວາມກ່ຽວຂ້ອງກັບວິກິດການພູມອາກາດ, ການບໍລິໂພກຊີ້ນສັດຈຳນວນຫຼາຍ ແລະ ການແຜ່ລະບາດຂອງໄວຣັສໂຄໂຣນາ “ໄວຣັສພວກນີ້ເລີ່ມຈາກສັດຄືກັບບັນດາພວກ Sars, Ebola ແລະ HIV ທັງໝົດນີ້ກໍຍ້ອນວ່າເຮົາຮຸກຮານພື້ນທີ່ທຳມະຊາດ ແລະ ທີ່ຢູ່ອາໄສຂອງມັນ”

ໂຄງການ Veganuary ຫວັງວ່າຈະສາມາດເຊີນຊວນຜູ່ຄົນເຂົ້າຮ່ວມລອງເປັນວີແກນໄດ້ 5 ແສນຄົນໃນເດືອນນີ້ ເຊິ່ງລວມຍອດປີ 2020  ທີ່ຜ່ານມາ ມີຢູ່ 3.5 ແສນຄົນແລ້ວ.

ສຳລັບ Chris Packham ກ່າວວ່າ ລາວບໍ່ໄດ້ຕ້ອງການໃຫ້ຄົນໝົດໂລກປ່ຽນເປັນວີແກນ “ບາງຄົນຢາກໃຫ້ຢຸດການບໍລິໂພກໄປເລີຍ ແຕ່ນັ້ນກໍບໍ່ດີສຳລັບຊາວກະສິກອນທີ່ລ້ຽງຊີ້ນສັດ ມັນບໍ່ດີສຳຫຼັບພູມີປະເທດຂອງເຮົາທີ່ລ້ຽງສັດຍັງດີຕໍ່ຄວາມຫຼາກຫຼາຍທາງຊີວະພາບ ສິ່ງທີ່ເຮົາຕ້ອງການແມ່ນການປ່ຽນແປງທີ່ເຮົາກິນຊີ້ນສັດໜ້ອຍລົງ ແລະ ຈ່າຍຫຼາຍຂຶ້ນເພື່ອທີ່ເຮົາຈະໄດ້ເອົາລາຍຮັບເຂົ້າກະເປົາຊາວກະສິກອນ”

ທີ່ມາ: https://www.facebook.com/environman.th/posts/3306168596178231