ທັງ 50 ລັດຂອງສະຫະລັດອາເມຣິກາ ກຽມພ້ອມຮັບມືເຫດປະທ້ວງຮຸນແຮງ ກ່ອນໄບເດນສາບານຕົນ ເຂົ້າຮັບຕຳແຫນ່ງ 20 ມັງກອນນີ້


ທັງ 50 ລັດຂອງສະຫະລັດ ແລະ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ກຽມພ້ອມຮັບມືເຫດການປະທ້ວງຮຸນແຮງທີ່ອາດຈະເກີດຂຶ້ນໃນຊ່ວງອາທິດນີ້ ກ່ອນທີ່ ໂຈ ໄບເດນ ຈະເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີສະຫະລັດອາເມຣິກາຄົນໃໝ່ ຢ່າງເປັນທາງການໃນວັນພຸດທີ 20 ມັງກອນນີ້.

BBC ລາຍງານວ່າ ກອງກຳລັງຮັກສາຄວາມສະຫງົບ (National Guard) ຖືກສົ່ງມາປະຈຳການໃນວໍຊິງຕັນ ດີ.ຊີ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການຊ້ຳຮອຍດັ່ງເຊັ່ນເຫດການຈາລະຈົນທີ່ອາຄານລັດຖະສະພາ ຫຼື U.S Capitol ເມື່ອວັນທີ 6 ມັງກອນ ທີ່ຜ່ານມາ ເຊິ່ງມີຜູ້ເສຍຊີວິດຫຼາຍລາຍ.

ກ່ອນໜ້ານີ້ສຳນັກງານສອບສວນກາງ (FBI) ເຕືອນວ່າ ກຸ່ມຜູ້ສະໜັບສະໜູນປະທານາທິບໍດີໂດນໍ ທຣຳ ອາດຈະນັດກັນເດີນຂະບວນພ້ອມພົກພາອາວຸດໄປທີ່ອາຄານລັດຖະສະພາ ແລະ ບ່ອນເຮັດວຽກລັດຖະບານໃນທັງ 50 ລັດ.

ໂດຍເມື່ອວັນສຸກທີ 15 ມັງກອນ ທີ່ຜ່ານມາ ທີ່ກຸງວໍຊິງຕັນ ດີ.ຊີ ມີການຈັບກຸມຕົວຊາຍຄົນໜຶ່ງພ້ອມກັບອາວຸດປືນ ກ່ອນທີ່ຕຳຫຼວດລັດຖະສະພາຈະອອກມາຢືນຢັນໃນວັນເສົາທີ 16 ມັງກອນວ່າ ຊາຍຊາວເວີຈິເນຍລາຍໜຶ່ງຖືກສະກັດຕົວທີ່ຈຸດກວດຄວາມປອດໄພ ແລະ ຖືກຈັບພ້ອມກັບປືນຢ່າງໜ້ອຍ 2 ກະບອກ ແລະ ລູກປືນ 509 ນັດ.

ແຕ່ຊາຍຄົນດັ່ງກ່າວຊື່ວ່າ ເວສລີ ອັນເລນ ບີເລີ ໄດ້ຮັບການປ່ອຍຕົວໃນເວລາຕໍ່ມາ ໂດຍລາວໄດ້ເປີດເຜີຍກັບໜັງສືພິມ Washington Post ວ່າ ລາວເຮັດວຽກກັບບໍລິສັດຮັກສາຄວາມປອດໄພສ່ວນບຸກຄົນແຫ່ງໜຶ່ງໃນເມືອງຫຼວງ ແລະ ບໍ່ໄດ້ຕັ້ງໃຈທີ່ຈະພົກພາອາວຸດປືນເຂົ້າມາໃນພື້ນທີ່.

ການຈັບຕົວຊາຍຄົນດັ່ງກ່າວມີຂຶ້ນໃນຂະນະທີ່ທາງການຍົກລະດັບການຮັກສາຄວາມປອດໄພໃນເມືອງຫຼວງຂອງສະຫະລັດ ໂດຍຖະໜົນຫຼາຍສາຍທີ່ມຸ່ງໜ້າສູ່ອາຄານລັດຖະສະພາຖືກກັ້ນດ້ວຍແບຣິເອີຄອນກີດແລະຮົ້ວເຫຼັກ.

National Mall ເຊິ່ງໂດຍປົກກະຕິແລ້ວຈະມີປະຊາຊົນຫຼາຍພັນຄົນທີ່ມາຮວມຕົວກັນໃນພິທີສາບານຕົນ ຖືກປິດຕາມຄຳສັ່ງຂອງ Secret Service ເຊິ່ງເປັນໜ່ວຍງານທີ່ມີໜ້າທີ່ອາລັກຂາປະທານາທິບໍດີ ແລະ ຄອບຄົວ.

ດ້ານທີມງານຂອງໄບເດນເອງ ກໍຂໍໃຫ້ຊາວອາເມຣິກັນຫຼີກລ່ຽງການເດີນທາງມາຍັງກຸງວໍຊິງຕັນ ດີ.ຊີ ເພື່ອເຂົ້າຮ່ວມພິທີສາບານຕົນ ເນື່ອງຈາກໂຄວິດ-19 ຂະນະທີ່ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ປະຊາຊົນຄວນຮັບຊົມພິທີຈາກທີ່ໄກໆ.

ທັງນີ້ ຄາດວ່າວັນອາທິດຈະເປັນວັນທີ່ຕ້ອງເຝົ້າລະວັງເປັນພິເສດວ່າຈະມີການປະທ້ວງເກີດຂຶ້ນຫຼືບໍ່ ຫຼັງຈາກທີ່ກຸ່ມສະໜັບສະໜູນທຣຳ ແລະ ກຸ່ມຂວາຈັດໂພສຂໍ້ຄວາມໃນສັງຄົມອອນລາຍຮຽກຮ້ອງໃຫ້ອອກມາປະທ້ວງພ້ອມອາວຸດໃນວັນນີ້ໂດຍຫຼາຍລັດທົ່ວປະເທດໃຊ້ມາດຕະການປ້ອງກັນເຊັ່ນ ປິດປະຕູປ່ອງຢ້ຽມອາຄານລັດຖະສະພາ ແລະ ປະຕິເສດໃຫ້ໃບອະນຸຍາດຊຸມນຸມເປັນຕົ້ນ.

ຂະນະທີ່ຜູ້ວ່າການລັດແມຣີແລນ ນິວເມັກຊິໂກ ແລະ ຢູທາ ປະກາດສະຖານະການສຸກເສີນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການປະທ້ວງຂຶ້ນໄດ້ ສ່ວນໃນລັດແຄລິຟໍເນຍ ເພນຊິວເວເນຍ ມິຊິແກນ ເວີຈິເນຍ ວໍຊິງຕັນ ແລະ ວິສຄອນຊິນ ມີການເຄື່ອນກອງກຳລັງຮັກສາຄວາມສະຫງົບ ຂະນະທີ່ລັດເທັກຊັດປະກາດປິດອາຄານລັດຖະສະພາແລະສະຖານເຮັດວຽກຂອງລັດຖະບານ ຕັ້ງແຕ່ວັນເສົາທີ່ຜ່ານມາໄປຈົນກວ່າພິທີສາບານຕົນຈະຜ່ານພົ້ນໄປຮຽບຮ້ອຍ.

ດ້ານ ຣາຟ ນອດແຮມ ຜູ້ວ່າລັດເວີຈິເນຍ ກ່າວໃນຖະແຫຼງຂ່າວວັນພະຫັດທີ່ຜ່ານມາວ່າ “ຫາກທ່ານກຳລັງວາງແຜນທີ່ຈະມາທີ່ນີ້ ຫຼື ຂຶ້ນໄປທີ່ວໍຊິງຕັນ ພ້ອມດ້ວຍເຈດຕະນາຮ້າຍ ທ່ານຄວນຫັນກັບດຽວນີ້ແລະກັບບ້ານ ທີ່ນີ້ບໍ່ຕ້ອນຮັບທ່ານ ແລະ ເມືອງຫຼວງຂອງເຮົາບໍ່ຕ້ອນຮັບທ່ານ ຫາກທ່ານມາທີ່ນີ້ແລະກໍ່ເຫດ ເວີຈິເນຍກໍພ້ອມທີ່ຈະຈັດການກັບທ່ານ”

ນັກວິເຄາະເຊື່ອວ່າ ລັດທີ່ການເລືອກຕັ້ງປະທານາທິບໍດີທີ່ຜ່ານມາມີການແຂ່ງຂັນກັນຢ່າງສູສີ ຫຼື ຜົນການເລືອກຕັ້ງແກ່ຍາວ ເປັນລັດທີ່ມີຄວາມສ່ຽງສູງທີ່ຈະເກີດເຫດການຮຸນແຮງ ໜຶ່ງໃນນັ້ນຄືມິຊິແກນ ເຊິ່ງໄດ້ຕັ້ງຮົ້ວສູງ 6 ຟຸດຮອບອາຄານທີ່ເປັນບ່ອນເຮັດວຽກຂອງລັດ.

“ເຮົາກຽມພ້ອມສຳລັບເຫດການທີ່ຮ້າຍແຮງທີ່ສຸດ ແຕ່ເຮົາຍັງມີຄວາມຫວັງວ່າຜູ້ທີ່ເລືອກທີ່ຈະມາປະທ້ວງທີ່ອາຄານລັດຖະສະພາຂອງເຮົາຈະດຳເນີນການດ້ວຍຄວາມສະຫງົບຮຽບຮ້ອຍ” ໂຈ ແກສເປີ ຜູ້ກຳກັບການຕຳຫຼວດລັດມິຊິແກນ ກ່າວໃນວັນສຸກ ພ້ອມກັບເສີມວ່າອາຄານລັດຖະສະພາຂອງລັດມິຊິແກນຈະມີຕຳຫຼວດປະຈຳການເພີ່ມຂຶ້ນໄປຈົນເຖິງຊ່ວງກາງເດືອນກຸມພາ.

ອີກໜຶ່ງຄວາມເຄື່ອນໄຫວທີ່ສຳຄັນຄື Facebook ໄດ້ເປີດເຜີຍໃນວັນເສົາວ່າຈະລະງັບການໂຄສະນາອຸປະກອນກ່ຽວກັບປືນ ແລະ ອຸປະກອນທາງການທະຫານໃນສະຫະລັດ ເປັນການຊົ່ວຄາວໄປຈົນເຖິງວັນທີ 22 ມັງກອນ ຢ່າງໜ້ອຍ ຫຼັງຈາກທີ່ໄດ້ຫ້າມໂຄສະນາປືນແລະລູກປືນມາກ່ອນໜ້ານີ້.

ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກທີ່ວຸດທິສະພາ 3 ຄົນ ແລະ ໄອຍະການ 4 ຄົນອອກມາຮຽກຮ້ອງ Facebook ໃຫ້ຢຸດຕິ “ການຫາກຳໄລກ່ອນວັນສຳຄັນທາງປະຊາທິປະໄຕຂອງເຮົາ”

ພາບ: BBC, nytimes, Ian Hutchinson

ທີ່ມາ: