ນັກວິທະຍາສາດປະສົບຄວາມສຳເລັດໃນການໃຊ້ Ultrasound ປິ່ນປົວໂຣກເບົາຫວານໃນສັດ ແທນການນຳໃຊ້ “ອິນຊູລິນທົດແທນ”


ສຳລັບຜູ້ປ່ວຍໂຣກເບົາຫວານ ຈະມີພາວະຜິດປົກກະຕິຂອງອິນຊູລິນ (Insulin) ຈຶ່ງສົ່ງຜົນໃຫ້ລະດັບນ້ຳຕານໃນເລືອດສູງ ດັ່ງນັ້ນ “ອິນຊູລິນທົດແທນ” ເປັນໜຶ່ງໃນຮໍໂມນ ທີ່ຄົນເປັນເບົາຫວານໜ້າຈະຮູ້ຈັກດີ ເພາະວ່າເຂົາເຈົ້າໄດ້ຮັບການສັກຮໍໂມນດັ່ງກ່າວເຂົ້າໄປໃນຮ່າງກາຍເພື່ອຮັກສາສົມດຸນຂອງນ້ຳຕານໃນເລືອດ.

ເມື່ອມີຂໍ້ດີກໍຍ່ອມມີຂໍ້ເສຍເປັນເລື່ອງທຳມະດາ ເພາະວ່າບາງຄົນທີ່ປ່ວຍເປັນເບົາຫວານເມື່ອໄດ້ຮັບອິນຊູລິນກໍອາດຈະເຮັດໃຫ້ເກີດອາການແພ້ ແລະ ຜົນຂ້າງຄຽງໄດ້ ດ້ວຍເຫດນີ້ໃນຫຼາຍປີທີ່ຜ່ານມາຈຶ່ງເຮັດໃຫ້ບັນດານັກວິທະຍາສາດ ພະຍາຍາມຫາວິທີການປິ່ນປົວເບົາຫວານ ແບບບໍ່ຕ້ອງໃຊ້ອິນຊູລິນ.

ແລະເມື່ອບໍ່ດົນມານີ້ ກໍໄດ້ມີການປິ່ນປົວເບົາຫວານໃນຫວານຮູບແບບໃໝ່ທີ່ຈະນຳເອົາມາໃຊ້ກັບຜູ້ປ່ວຍເບົາຫວານ ເພາະມັນໄດ້ລະບຸໃນວາລະສານວິຊາການ “Nature Biomedical Engineering” ວ່າ ນັກວິທະຍາສາດໄດ້ປະສົບຄວາມສຳເລັດໃນການຊອກຫາວິທີການປິ່ນປົວທີ່ບໍ່ຕ້ອງໃຊ້ອິນຊູລິນທົດແທນແລ້ວ ແລະ ໃນປັດຈຸບັນນີ້ມັນກໍຜ່ານຂັ້ນຕອນການທົດລອງໃນສັດຫຼາກຫຼາຍປະເພດໄປດ້ວຍດີແລ້ວ.

ໂດຍວິທີການປິ່ນປົວເບົາຫວານຮູບແບບໃໝ່ນີ້ ແມ່ນໄດ້ລະບຸວ່າຕ້ອງເຮັດໂດຍການໃຊ້ ຂະບວນການ Ultrasound (ການກວດວິເຄາະໂດຍການໃຊ້ຄື້ນສຽງຄວາມຖີ່ສູງ)  ແບບພິເສດທີ່ເອີ້ນວ່າ “Peripheral focused ultrasound stimulation” (pFUS)

ແລະມັນຖືກລະບຸວ່າເປັນການແນ ultrasound ລະດັບຄວາມເຂັ້ມຂຸ້ນສູງໄປທີ່ປາຍປະສາດໃນຕັບຂອງຜູ້ປ່ວຍ ເພື່ອກະຕຸ້ນໃຫ້ມັນປັບລະດັບອິນຊູລິນ ແລະ ກູໂກສໃນເລືອດ ເຊິ່ງໃນທາງທິດສະດີຈະສາມາດປິ່ນປົວເບົາຫວານປະເພດທີ 2 ໄດ້.

(ເບົາຫວານປະເພດທີ 2 ແມ່ນເບົາຫວານທີ່ເກີດຈາກການດື້ອິນຊູລິນ ເນື່ອງຈາກເຊລໃນຮ່າງກາຍບໍ່ຮັບອິນຊູລິນເຂົ້າໄປ ຈຶ່ງເຮັດໃຫ້ນຳຕານໃນເລືອດສູງ)

ທັງນີ້ ໃນປັດຈຸບັນນັກວິທະຍາສາດໄດ້ທົດລອງໃຊ້ Ultrasound ຮູບແບບນີ້ປິ່ນປົວເບົາຫວານໄດ້ສຳເລັດໃນ ໜູສອງຊະນິດ ແລະ ໝູເປັນທີ່ຮຽບຮ້ອຍແລ້ວ ແລະ ພົບວ່າມັນສາມາດເຮັດວຽກໄດ້ດີໂດຍບໍ່ຕ້ອງໃຊ້ຢາອື່ນໆ ເພີ່ມຕື່ມ.

ດັ່ງນັ້ນ ທີມວິໄຈຈຶ່ງໄດ້ຕັ້ງຄວາມຫວັງໄວ້ເປັນຢ່າງສູງ ໃນອະນາຄົດພາຍພາກໜ້າວ່າ ວິທີການດັ່ງກ່າວມັນຈະສາມາດນຳມາປິ່ນປົວກັບມະນຸດເຮົາເອງ ແລະ ຖ້າຫາກທຸກຢ່າງແມ່ນເປັນໄປໃນທິດທາງດີ ເຮົາກໍອາດຈະໄດ້ເຫັນການປິ່ນປົວເບົາຫວານແບບໃໝ່ ທີ່ບໍ່ຈຳເປັນຕ້ອງໃຊ້ອິນຊູລິນ ອີກຕໍ່ໄປກໍເປັນໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/