ນັກວິຊາການເຕືອນ! “ເຄື່ອງຟອກອາກາດຫ້ອຍຄໍ” ບໍ່ສາມາດກັນໂຄວິດໄດ້ ຢ່າເຂົ້າໃຈຜິດ!!!


ໃນປັດຈຸບັນ ທີ່ມີການລະບາດຂອງພະຍາດໂຄວິດ-19 ແບບນີ້ ຫຼາຍຄົນກໍລະມັດລະວັງຕົວເປັນຢ່າງດີ ອັນໃດທີ່ເຂົາວ່າດີ ຫຼື ປ້ອງກັນໄດ້ ກໍໄປຫາມາໃຊ້ໝົດ ໂດຍບໍ່ຄຳນຶງເຖິງຄຸນສົມບັດທີ່ແທ້ຈິງຂອງມັນ ຈົນກາຍເປັນຄວາມເຊື່ອທີ່ສົ່ງຕໍ່ກັນແບບຜິດໆ. ເຊັ່ນດຽວກັບ “ເຄື່ອງຟອກອາກາດຫ້ອຍຄໍ” ທີ່ເຮົາກຳລັງຈະເວົ້າເຖິງ ທີ່ບໍ່ໄດ້ມີຄຸນສົມບັດປ້ອງກັນພະຍາດໂຄວິດ-19 ເລີຍ ແຕ່ຄົນເອົາມາໂຄສະນາເກີນຈິງ ຈົນເກີດເປັນຄວາມເຊື່ອຜິດໆເປັນວົງກວ້າງ.

ອາຈານ ເຈດສະດາ ເດັ່ນດວງບໍຣິພັນ (อ.เจษฎา เด่นดวงบริพันธ์) ອາຈານຊີວະວິທະຍາ ຄະນະວິທະຍາສາດ ມະຫາວິທະຍາໄລຈຸລາລົງກອນ ໄດ້ອອກມາເຕືອນຜູ້ບໍລິໂພກວ່າ ຢ່າຫຼົງຜິດເຊື່ອຄຳໂຄສະນາເຄື່ອງຟອກອາກາດຫ້ອຍຄໍ ເພາະມັນບໍ່ສາມາດປ້ອງກັນການຕິດເຊື້ອໂຄວິດ-19 ໄດ້. ອາຈານຍັງຢືນຢັນວ່າ ເຄື່ອງຟອກອາກາດຫ້ອຍຄໍ ຫຼື ອຸປະກອນເສີມຕ່າງໆ ທີ່ບໍ່ແມ່ນຜ້າປິດປາກອະນາໄມ ແມ່ນບໍ່ສາມາດປ້ອງກັນໂຄວິດ-19 ໄດ້.

ນອກຈາກນັ້ນ ແພດຍິງ ສຸພັດທະຣາ (ภญ.สุภัทรา บุญเสริม) ຮອງເລຂາຄະນະກຳມະການອາຫານ ແລະ ຢາ ປະເທດໄທ ໄດ້ອອກມາເຕືອນເຖິງສັບພະຄຸນຂອງເຄື່ອງຟອກອາກາດຫ້ອຍຄໍ ທີ່ເກີນຄວາມເປັນຈິງ ວ່າບໍ່ສາມາດປ້ອງກັນການຕິດເຊື້ອໂຄວິດ-19 ໄດ້ ແລະ ອາດຈະເຮັດໃຫ້ປະຊາຊົນທີ່ເຂົ້າໃຈຜິດ ຂາດຄວາມລະມັດລະວັງຕົວໃນການປ້ອງກັນຕົນເອງທີ່ແທ້ຈິງ.

ນາຍແພດ ທານີ ທະນິຍາວັນ ອາຈານແພດ ຊ່ຽວຊານໂຣກປອດ ການປູກຖ່າຍປອດ ແລະ ວິກິດບຳບັດ ທີ່ປະເທດສະຫະລັດອາເມຣິກາ ໄດ້ອອກມາໃຫ້ຂໍ້ມູນວ່າ ເຄື່ອງດັ່ງກ່າວ ເປັນການເຮັດວຽກໂດຍການປ່ອຍໄອອ້ອນລົບ ຕາມຫຼັກການແລ້ວມັນສາມາດຈັບຕົວເຊື້ອໄວຣັສ ແລະ ແບັກທີເຣຍໄດ້ບາງຢ່າງເທົ່ານັ້ນ ບໍ່ໄດ້ປ້ອງກັນເຊື້ອໄວຣັສໂຄວິດ-19 ໄດ້ຄືການໃສ່ຜ້າປິດປາກອະນາໄມ ຫຼື ການລ້າງມືໃສ່ເຈລແອລກໍຮອລ. ບາງເຈົ້າທີ່ເອົາມາຂາຍອ້າງສັບພະຄຸນໄວ້ເກີນຄວາມເປັນຈິງ ແລະ ອ້າງວ່າມີການທົດລອງມາແລ້ວຕ່າງໆ, ແຕ່ບັນຫາແມ່ນ ເວລາທີ່ເຂົາເຈົ້າທົດລອງ ເຂົາເຈົ້າຈະທົດລອງໃນຫ້ອງທີ່ຖືກຄວບຄຸມໄວ້ຢ່າງດີ ຫຼື ພື້ນທີ່ປິດເທົ່ານັ້ນ, ເຊິ່ງເວລາທີ່ເຮົາເອົາໄປໃຊ້ໃນສະຖານະການແທ້ ມັນຈະແຕກຕ່າງອອກໄປຫຼາຍ ເນື່ອງຈາກເຊື້ອໄວຣັສທີ່ລອຍມານັ້ນ ຍັງມີແຮງລົມທີ່ພັດຈາກສະຖານທີ່ຕ່າໆ ແລະ ການເຄື່ອນໄຫວຂອງເຮົາ ເຮັດໃຫ້ເຊື້ອບໍ່ຢູ່ກັບບ່ອນຄືຢູ່ຫ້ອງທົດລອງ ຫຼື ກໍລະນີທີ່ລະອອງເຊື້ອໃຫຍ່ເກີນໄປ ເຄື່ອງດັ່ງກ່າວກໍບໍ່ສາມາດກຳຈັດໄດ້ ເພາະໃນສະຖານະການຕົວຈິງ ພື້ນທີ່ທີ່ເຮົາໄປນັ້ນເປັນພື້ນທີ່ເປີດ.

ນອກຈາກນີ້ ຍັງມີຜູ້ຜະລິດເຄື່ອງຟອກອາກາດແບບພົກພາລາຍໜຶ່ງ ອອກມາຢືນຢັນວ່າ ສິນຄ້າຂອງທາງບໍລິສັດບໍ່ໄດ້ມີຄຸນສົມບັດໃນການຂ້າເຊື້ອ ຫຼື ປ້ອງກັນໂຄວິດ-19 ແຕ່ມີຜູ້ບໍ່ຫວັງດີ ຫຼື ຜູ້ສວຍໂອກາດ ເອົາໄປໂຄສະນາເກີນຄວາມເປັນຈິງ ເຮັດໃຫ້ເກີດຄວາມເຂົ້າໃຈຜິດເປັນວົງກວ້າງ.

ເຖິງຢ່າງໃດກໍຕາມ ເວລາຈະຊື້ອັນໃດ ເຮົາຕ້ອງອ່ານ ແລະ ສຶກສາຄຸນສົມບັດມັນໃຫ້ດີກ່ອນຈະຊື້ ຖ້າບໍ່ດັ່ງນັ້ນອາດຈະກໍ່ໃຫ້ເກີດຄວາມເຂົ້າໃຈຜິດສົ່ງຕໍ່ກັນໄປ ແລະ ສິ່ງທີ່ຕາມມາກໍກາຍເປັນຄວາມປະໝາດໃນການປ້ອງກັນຕົນເອງຈາກເຊື້ອຮ້າຍເຫຼົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/