UEFA ອອກກົດໃຫ້ແຕ່ລະທີມໃນຢູໂຣບຕ້ອງບໍ່ຈ່າຍຄ່າແຮງນັກເຕະເກີນ 70% ຂອງລາຍຮັບສະໂມສອນ

UEFA

ກິລາບານເຕະໃນຍຸກນີ້ຖືເປັນອີກໜຶ່ງກິລາທີ່ມີເມັດເງິນໝຸນວຽນຢູ່ຢ່າງມະຫາສານ ເນື່ອງຈາກການເຂົ້າມາຂອງບັນດາມະຫາເສດຖີຕ່າງໆ ແລະ ອັດຕາເງີນເຟີ້ ໃນວົງການບານເຕະໃນໄລຍະ 10 ປີຫຼັງມານີ້ ເຮັດໃຫ້ UEFA ຫຼື ສະຫະພັນບານເຕະຢູໂຣບ ໄດ້ອອກມາແກ້ໄຂກົດລະບຽບການເງິນອີກເທື່ອໜຶ່ງ ມາແທນກົດ Financial Fair Play ທີ່ໃຊ້ມາຕັ້ງແຕ່ປີ 2010.

UEFA

ໂດຍກົດການເງິນໃໝ່ນີ້ ຈະກຳນົດເພດານສຳລັບການໃຊ້ຈ່າຍຄ່າແຮງນັກເຕະ, ຄ່າຕົວ ແລະ ຄ່າເອເຈນຊີ ລວມທັງໝົດບໍ່ໃຫ້ກາຍ 70% ຈາກລາຍຮັບທັງໝົດຂອງສະໂມສອນ ໃນຮອບປີນັ້ນໆ. ກົດນີ້ຈະເລີ່ມໃຊ້ຢ່າງເປັນທາງການໃນລະດູການ 2025-2026 ເຊິ່ງການປະຕິບັດຈະຄ່ອຍໆເປັນຄ່ອຍໆໄປ ໂດຍລະດູການ 2023 ຈະປັບໃຊ້ ທີ່ 90%, ລະດູການ 2024 ຈະລົດລົງເຫຼືອ 80% ແລະ ລະດູການ 2025 ຈະປັບໃຊ້ເປັນ 70% ຢ່າງຖາວອນ.

UEFA

ສຳລັບກົດໃໝ່ນີ້ແມ່ນອອກມາເພື່ອຮັກສາສົມດຸນຂອງການແຂ່ງຂັນ ແລະ ຊ່ວຍປ້ອງກັນສະຖານະການດ້ານການເງິນທີ່ອາດເກີດຂຶ້ນໃນອະນາຄົດ. ລວມທັງການລົດຊ່ອງວ່າງລະຫວ່າງທີມນ້ອຍ ແລະ ທີມໃຫຍ່ ຫຼັງຈາກ 10 ປີທີ່ຜ່ານມາ ຫຼາຍສະໂມສອນໄດ້ຖືກຊື້ ແລະ ເຂົ້າມາເປັນເຈົ້າຂອງຈາກກຸ່ມທຶນ ທາງຕາເວັນອອກກາງ ແລະ ໃຊ້ຈ່າຍເງິນຫຼາຍຈົນເກີນຄວາມຈຳເປັນ.

UEFA

ສ່ວນທີມທີ່ເຮັດຜິດກົດລະບຽບຈະຕ້ອງຖືກລົງໂທດ ຂຶ້ນກັບການພິຈາລະນາຂອງທາງ UEAFA ເຊັ່ນ: ການຕັດຄະແນນ, ປັບຕົກຊັ້ນ ຫຼື ຫ້າມບໍ່ໃຫ້ລົງທະບຽນຊື່ຜູ້ຫຼິ້ນທີ່ກ່ຽວຂ້ອງກັບການເຮັດຜິດກົດດັ່ງກ່າວ.

ຢ່າງໃດກໍຕາມ ລະຫວ່າງການປັບໃຊ້ກົດນີ້ ທາງ UEFA ອະນຸຍາດໃຫ້ ບັນດາສະໂມສອນຕ່າງໆຂາດທຶນໄດ້ 60 ລ້ານຢູໂຣ ຈາກເມື່ອກ່ອນ ແມ່ນ 30 ລ້ານຢູໂຣ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/