ຊີ້ທິດເຍືອງທາງທ່ານນາຍົກ ຕ້ອງມີຄວາມຊື່ສັດບໍລິສຸດ ເຮັດຫຼາຍກວ່າເວົ້າ ແລະ ຕ້ອງເຂົ້າໃຈບັນຫາ

ນາຍົກ

ໃນຕອນເຊົ້າ ວັນທີ 8 ເມສາ 2022 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳໄຕມາດ 1 ແລະ ຈຸດສຸມໄຕມາດ 2 ປະຈໍາປີ 2022; ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ ແລະ ປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງ ຂອງ ຫສນຍ, ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ; ມີທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ; ບັນດາທ່ານ ຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ພະນັກງານ-ລັດຖະກອນ ທົ່ວ ຫສນຍ ເຂົ້າຮ່ວມ.

ໃນວາລະທໍາອິດ ຂອງກອງປະຊຸມ  ແມ່ນໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງ ຫສນຍ ເລກທີ 546 ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ ເພື່ອກຳນົດຫຼັກການ, ກົນໄກ, ວິທີການ, ລະບອບການພົວພັນ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຕົ້ນຕໍຈໍານວນໜຶ່ງ ພາຍໃນ ຫສນຍ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດຕົ້ນຕໍຂອງຕົນ ໂດຍສະເພາະການເປັນເສນາທິການດ້ານເນື້ອໃນ, ການປະສານງານ ແລະ ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ ມີຄວາມວ່ອງໄວ, ໂປ່ງໃສ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ. ຕໍ່ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ຫສນຍ ປະຈຳໄຕມາດ 1 ແລະ ທິດທາງແຜນການໄຕມາດ 2 ຂອງປີ 2022 ເຊິ່ງເຫັນວ່າ ມີຜົນສໍາເລັດໃນຫຼາຍດ້ານ, ຄຽງຄູ່ກັນນັ້ນ ກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂໃຫ້ສຳເລັດ ຕາມແຜນການທີ່ວາງໄວ້.

ນາຍົກ

ຫຼັງຈາກນັ້ນ, ວາລະທີສອງຂອງກອງປະຊຸມ ແມ່ນໄດ້ດຳເນີນພິທີປະກາດການຈັດຕັ້ງ ພະນັກງານນໍາພາ-ຄຸ້ມຄອງຂອງ ຫສນຍ ເພື່ອສືບຕໍ່ປັບປຸງກົງຈັກການຈັດຕັ້ງພາຍໃນ ຫສນຍ ໃຫ້ມີຄວາມເຂັ້ມແຂງ, ຄ່ອງຕົວ, ຮັບປະກັນລັກ ສະນະສືບທອດ, ປ່ຽນແທນ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ກໍຄືການຈັດຕັ້ງປະຕິ ບັດ ພາລະບົດບາດ, ສິດ, ໜ້າທີ່ ຕາມໂຄງປະກອບກົງຈັກການຈັດຕັ້ງ ຫສນຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນເລື້ອຍໆ. ໃນພິທີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ຄື: ແຕ່ງຕັ້ງ ທ່ານ ສົມກຽດ ພະສີ ເປັນຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ທ່ານ ສະຖິດ ເພັດສິງເລືອງ ເປັນຫົວໜ້າກົມປະຊາສຳພັນ; ທ່ານ ຈັນທະພອນ ແກ້ວມາລາວົງ ເປັນຫົວໜ້າກົມບໍລິຫານ, ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມນິຕິກຳ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ເຂິງຄຳ ແກ້ວໜູຈັນ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ບຸນໜັກ ດາລາງາແກ້ວ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ແລະ ທ່ານ ວັນນະລາດ ໃຈຍາວົງ ເປັນຫົວໜ້າກົມເລຂາ; ອະນຸມັດພະນັກງານ ອອກພັກການ ຮັບອຸດໜູນບຳນານ; ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ແຕ່ງຕັ້ງຜູ້ຊ່ວຍວຽກ ທ່ານລັດຖະມົນຕີ, ຫົວໜ້າ ຫສນຍ.  ພ້ອມດຽວກັນນີ້, ທ່ານຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າ ຫສນຍ ຄື: ແບ່ງຄວາມຮັບຜິດຊອບ ຂອງບັນດາທ່ານ ຜູ້ຊ່ວຍວຽກທ່ານລັດຖະມົນຕີ, ຫົວໜ້າ ຫສນຍ; ແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 1 ທ່ານ; ຮັບເອົາພະນັກງານ ຈາກກະຊວງແຜນການ ແລະ ການລົງທຶນ ຈຳນວນ 2 ທ່ານ; ອະນຸມັດໃຫ້ພະນັກງານ ຫສນຍ ໄປປະຈຳການຢູ່ກະຊວງອື່ນ ຈຳນວນ 2 ທ່ານ.

ນາຍົກ

ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບກຽດຢ່າງສູງ ຮັບຟັງການໂອ້ລົມ ແລະ ຄຳເຫັນຊີ້ທິດເຍືອງທາງ ຈາກທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຫສນຍ ໃນໄລຍະຜ່ານມາ; ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່, ຍົກຍ້າຍຊັບຊ້ອນ ລວມທັງທ່ານທີ່ໄດ້ຮັບນະໂຍບາຍ ອອກພັກການ ຮັບອຸດໜູນບຳນານ ໃນຄັ້ງນີ້.

ອັນສຳຄັນ, ທ່ານໄດ້ມີຄໍາເຫັນເນັ້ນໜັກ ໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເອົາໃຈໃສ່ ເປັນຕົ້ນ,  ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນໝູ່ຄະນະ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ບັນດາຜູ້ທີ່ຖືກແຕ່ງຕັ້ງ, ສັບຊ້ອນໃນຄັ້ງນີ້ ລວມທັງພະນັກງານລັດຖະກອນທັງໝົດຂອງ ຫສນຍ ຕ້ອງກໍາແໜ້ນທີ່ຕັ້ງພາລະບົດບາດຂອງ ຫສນຍ ໂດຍສະເພາະການເປັນເສນາທິການ, ການປະສານງານ ແລະ ບໍລິການຮັບໃຊ້ລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ, ເຊິ່ງການເປັນເສນາທິການຮັບໃຊ້ລັດຖະບານ ຕ້ອງຍຶດໝັ້ນ ບົນພື້ນຖານກົດໝາຍ, ລະບຽບການ ແລະ ຜົນປະໂຫຍດສ່ວນລວມ ເປັນກົກ, ຕ້ອງສັດຊື່ບໍລິສຸດ, ອົດທົນ ແລະ ເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຄົ້ນຄວ້າ ຊອກໃຫ້ເຫັນຈຸດດີ ເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ເພື່ອພ້ອມກັນແກ້ໄຂ, ອັນທີ່ບໍ່ທັນມີລວມທັງນິຕິກຳ ເພື່ອຮອງຮັບໃຊ້ວຽກງານ ກໍຕ້ອງຄົ້ນຄວ້າສ້າງຂຶ້ນໃໝ່ ເພື່ອເຮັດໃຫ້ວຽກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງການຈັດຕັ້ງຕົນມີການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ແລະ ປ່ຽນແປງໃນທາງທີ່ດີຂຶ້ນກວ່າເກົ່າ;  ຕ້ອງເອົາໃຈໃສ່ຕີລາຄາ ແລະ ປະເມີນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນເອງ ຢ່າງເປັນປົກກະຕິ, ການປະຕິບັດໜ້າທີ່ຕ້ອງຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ, ມີຄວາມສັດຊື່ບໍລິສຸດ, ທ່ຽງທໍາ, ໂປ່ງໃສ, ກ້າຫານ ກ້າຕັດສິນໃຈ, ກ້າເຮັດ-ກ້າຮັບຜິດຊອບ ແລະ ມີຄວາມເສຍສະຫຼະ.

ຄະນະພັກ-ຄະນະນໍາ ຫສນຍ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕາມການມອບໝາຍໃຫ້ຫຼ້ອນໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ເຮັດແທ້ທໍາຈິງ, ເຮັດຫຼາຍກວ່າເວົ້າ, ຫຼີກເວັ້ນການແກ້ຕົວ, ບໍ່ຢ້ານບັນຫາ, ຕ້ອງເຂົ້າເຖິງບັນຫາທີ່ແທ້ຈິງ ເພື່ອແກ້ໄຂໃຫ້ຖືກຈຸດ.

ນາຍົກ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/