ປອ.ສະຫວາດ ນັກພັດທະນາ Software ສີມືດີ ຜູ້ທີ່ມີຫຼາກຫຼາຍຜົນງານໂດດເດັ່ນ

ປອ.ສະຫວາດ

ປອ. ສະຫວາດ ໄຊປະດິດ ເປັນອີກຄົນໜຶ່ງທີ່ມີຄວາມຮູ້ຄວາມສາມາດດ້ານການພັດທະນາ Software ຜ່ານມາມີຜົນງານທີ່ໂດດເດັ່ນຢູ່ສະເໝີ. ພ້ອມກັນນີ້, ຍັງໄດ້ເປັນຜູ້ຮ່ວມກໍ່ຕັ້ງແອັບ Wayha Booking ແອັບທີ່ ສ້າງຄວາມສະດວກສະບາຍແກ່ການຈອງປີ້ລົດເມ, ລົດໄຟ ແລະ ອື່ນໆ ແບບຄົບວົງຈອນ ພ້ອມທັງມີຄວາມປອດໄພອີກດ້ວຍ. ເມື່ອບໍ່ດົນມານີ້ ກໍໄດ້ຈົບການສຶກສາລະດັບປະລິນຍາເອກທີ່ປະເທດຍີ່ປຸ່ນ ພ້ອມໄດ້ຕຳແໜ່ງ ປອ. ສະຫວາດ ແລະ ກໍເປັນອາຈານສອນຢູ່ພາກວິຊາວິສະວະກຳຄອມພິວເຕີ ແລະ ໄອທີ ທີ່ຄະນະວິສະວະກຳສາດ (ມຊ) ແລະ ພ້ອມທັງເຮັດວຽກທີ່ບໍລິສັດເວຫາ ອີກດ້ວຍ.

ປອ.ສະຫວາດ

ກ່ອນຈະຮຽນໃນສາຍນີ້ ກໍຍ້ອນວ່າເປັນຄົນທີ່ມັກເລື່ອງເທັກໂນໂລຢີ ມາຕັ້ງແຕ່ສະໄໝຍັງນ້ອຍແລ້ວ ກໍເລີຍຢາກສຶກສາຮ່ຳຮຽນໃນດ້ານນີ້ ເຊັ່ນ: ເລື່ອງຂອງຄອມພິວເຕີ, ໂທລະສັບ ເປັນຕົ້ນ. ຫຼັງຈາກນັ້ນ ກໍໄດ້ມີການສອບເສັງເຂົ້າມະຫາວິທະຍາໄລສາຍນີ້ໂດຍກົງ ແລ້ວກໍໄດ້ຈົບທັງປະລິນຍາຕີ, ປະລິຍາໂທ ແລະ ຈົນຮອດປະລິນຍາເອກ ເຊິ່ງຜ່ານມາທັງປະລິນຍາໂທ ແລະ ປະລິນຍາເອກ ແມ່ນໄດ້ທຶນຈາກໄຈກ້າ.

ປອ.ສະຫວາດ

ຜ່ານມາໄດ້ມີຜົນງານທີ່ໂດດເດັ່ນ ເຄີຍພາທີມແຂ່ງຂັນໂຣບັອດ ແລ້ວກໍໄດ້ຮາງວັນທີ 1 ມາຄອບຄອງ. ນອກຈາກນີ້ ກໍຍັງມີຜົນງານສ້າງແອັບໃນໂທລະສັບອີກພ້ອມ ເຊິ່ງມີຊື່ວ່າ ລາວໄວຕິ້ງ ເຊິ່ງໄດ້ເຮັດດົນພໍສົມຄວນ, ແອັບນີ້ຈະກ່ຽວກັບການສອນໜັງສືໃຫ້ແກ່ເດັກນ້ອຍ ເປັນແອັບໜຶ່ງທີ່ມີປະໂຫຍດແກ່ເດັກໃນໄວຮຽນ ເຮັດໃຫ້ຮຽນຮູ້ໄວ ແລະ ເຂົ້າໃຈງ່າຍສຳລັບເດັກນ້ອຍກຳລັງເລີ່ມຕົ້ນ ເຊິ່ງຈະໂຫຼດໄດ້ສະເພາະ Android ແລະ ອະນາຄົດກໍມີແຜນພັດທະນາແອັບນີ້ຂຶ້ນກັບເວຫາອີກເທື່ອໜຶ່ງ. ນອກຈາກນີ້ ກໍຍັງມີແອັບທີ່ຮວບຮວມເບີສຸກເສີນ, ເບີສະຖານທູດ, ເບີທະນາຄານເລືອດ, ເບີຂົວມິດຕະພາບ… ເມື່ອບໍ່ຮູ້ຈະຊອກເບີຈຳນວນດັ່ງກ່າວນີ້ແນວໃດ ກໍສາມາດໂຫຼດແອັບນີ້ມາເບິ່ງໄດ້.

ປອ.ສະຫວາດ

ຜົນງານໃຫຍ່ກໍແມ່ນແອັບເວຫາ ເຊິ່ງແອັບນີ້ສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ຊົມໃຊ້ ເປັນຕົ້ນແມ່ນການຈອງປີ້ລົດເມ, ລົດໄຟ ທີ່ກຳລັງຈະເຮັດໃນໄວໆນີ້ກໍຄືການຈອງໂຮງແຮມ, ຈອງເຮືອຊົມວິວ, ການຈອງເຊົ່າລົດ ສະຫຼຸບແລ້ວກໍຄືເປັນແອັບທີ່ສັ່ງຈອງຄົບວົງຈອນໃນແອັບເວຫາ. ໃນສ່ວນຂອງການສ້າງແອັບກໍໃຊ້ເວລາປະມານ 2-3 ເດືອນ ບາງແອັບກໍອາດໃຊ້ເວລາດົນອາດຈະເປັນປີກໍວ່າໄດ້. ສ່ວນໃນການສ້າງແອັບເວຫາ ກໍຢູ່ໃນໄລຍະທີ່ເຮັດວິໄຈ ເຊິ່ງເລີ່ມທ້າຍປີ 2019 ຈົນຮອດທ້າຍປີ 2021 ຈຶ່ງໄດ້ເປີດໃຊ້ງານ, ເນື່ອງຈາກວ່າເຮັດວຽກອື່ນຄວບໄປນຳເລີຍໃຊ້ເວລາດົນພໍສົມຄວນ. ຫຼັງຈາກທີ່ຈົບຈາກຍີ່ປຸ່ນ ທ່ານ ສະຫວາດ ກໍໄດ້ເຮັດວຽກກັບບໍລິສັດເວຫາແບບປົກກະຕິ ເບິ່ງວຽກງານດ້ານເທັກໂນໂລຍີໃນບໍລິສັດເປັນຫຼັກ.

ປອ.ສະຫວາດ

ເວລາວ່າງທີ່ກຳລັງສຶກສາຮ່ຳຮຽນຢູ່ຍີ່ປຸ່ນ ໂດຍສ່ວນຕົວຂອງ ທ່ານ ສະຫວາດ ແລ້ວຈະເປັນຄົນທີ່ມັກອ່ານປຶ້ມ ໃຊ້ເວລາວ່າງໃນການອ່ານປຶ້ມເປັນສ່ວນໃຫຍ່ ຊອກຄົ້ນຫາຄວາມຮູ້ດ້ານເທັກໂນໂລຍີ ເພື່ອຕາມເທຣນໃຫ້ໄດ້ ເພາະເທັກໂນໂລຍີຈະອອກມາໃໝ່ຢູ່ຕະຫຼອດ. ພ້ອມກັນນີ້ ກໍໄດ້ຫາເວລາວ່າງໃນການທ່ອງທ່ຽວອີກພ້ອມ.

ປອ.ສະຫວາດ

ນອກຈາກນີ້ ຍັງມີຄຳແນະນຳສຳລັບນ້ອງໆທີ່ສົນໃຈຮຽນສາຍນີ້ ພ້ອມກັບບອກຄຸນປະໂຫຍດວຽກງານດ້ານນີ້ວ່າ: “ປັດຈຸບັນ ເທັກໂນໂລຍີກຳລັງພັດທະນາຢູ່ຕະຫຼອດ ເຊິ່ງມີຄວາມສຳຄັນຫຼາຍຕໍ່ກັບອະນາຄົດ ບໍ່ວ່າຈະເປັນອົງກອນໃດບໍລິສັດໃດກໍຕ້ອງການເທັກໂນໂລຍີເຂົ້າມາຊ່ວຍ. ສະນັ້ນແລ້ວ, ຄິດວ່າສາຍນີ້ຈະສ້າງປະໂຫຍດໃຫ້ກັບເສດຖະກິດ-ສັງຄົມ ໂດຍລວມຂອງປະເທດກໍວ່າໄດ້ ແລະ ກໍສ້າງວຽກເຮັດງານທຳໃຫ້ແກ່ໄວໜຸ່ມ ແລະ ຜູ້ທີ່ເຮັດວຽກສາຍນີ້ໃນຕໍ່ໜ້າ. ພິເສດ ວຽກງານດ້ານນີ້ຍັງລໍຖ້າຜູ້ທີ່ມີຄວາມສາມາດເປັນຈຳນວນຫຼາຍ ຝາກເຖິງຮຸ່ນນ້ອງທີ່ຮ່ຳຮຽນສາຍນີ້ກໍຍັງບໍ່ຊ້າເກີນໄປ ເພາະວຽກນີ້ຍັງຖ້າບຸກຄະລາກອນດ້ານໄອທີສະເໝີ”.

ປອ.ສະຫວາດ

ຂອບໃຈບົດສຳພາດໂດຍ: ສະຫວາດ ໄຊປະດິດ https://bit.ly/3jmEftq

ສາມາດໂຫຼດແອັບ Wayha Booking ໄດ້ທີ່:  https://onelink.to/wayhabooking

ສາມາດໂຫຼດແອັບ Lao Writing ໄດ້ທີ່: https://bit.ly/35U6ix8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/