WHO ລະບຸວ່າ 99% ຂອງມະນຸດທົ່ວໂລກທີ່ອາໄສຢູ່ພື້ນທີ່ທີ່ມີລະດັບມົນລະພິດທາງອາກາດສູງແມ່ນກຳລັງສູບເອົາອາກາດພິດເຂົ້າໄປໃນຮ່າງກາຍ


ຖ້າກ່າວເຖິງບັນຫາສິ່ງແວດລ້ອມ ແນ່ນອນວ່າມົນລະພິດທາງອາກາດຕ້ອງເປັນໜຶ່ງໃນບັນຫາທີ່ຄົນທົ່ວໂລກກຳລັງປະເຊີນຢູ່ ເພາະວ່າໃນປັດຈຸບັນນີ້ມັນໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆ ເຮັດໃຫ້ການເປັນຢູ່ຂອງມະນຸດແລະສິ່ງທີ່ມີຊີວິດອື່ນໆ ມີຄວາມຫຍຸ້ງຍາກ ແລະ ລໍາບາກຂຶ້ນໄປອີກ ຢ່າງໃດກໍຕາມນີ້ເປັນພຽງສ່ວນໜຶ່ງຂອງຜົນກະທົບຈາກການກະທຳຂອງມະນຸດ.

ແລະເມື່ອບໍ່ດົນມານີ້ ອົງການອະນາໄມໂລກ ຫຼື WHO ກໍໄດ້ອອກມາເຕືອນຄົນທົ່ວໂລກ ຫຼັງຈາກທີ່ພົບຂໍ້ມູນວ່າ 99% ຂອງມະນຸດທົ່ວໂລກ ທີ່ອາໄສຢູ່ພື້ນທີ່ທີ່ມີລະດັບມົນລະພິດທາງອາກາດສູງ ແມ່ນກຳລັງຫາຍໃຈເອົາອາກາດທີ່ເປັນພິດເຫຼົ່ານັ້ນເຂົ້າໄປໃນຮ່າງກາຍ.

ບໍ່ພຽງເທົ່ານັ້ນ WHO ຍັງເຕືອນອີກວ່າ ມົນລະພິດທາງອາກາດເຫຼົ່ານີ້ກໍາລັງເຮັດໃຫ້ສຸຂະພາບຂອງທຸກຄົນມີຄວາມສ່ຽງເພີ່ມຂຶ້ນໃນໄລຍະຍາວ ໂດຍໃນຖະແຫຼງການຂອງ WHO ລະບຸວ່າ ຄ່າຝຸ່ນລະອອງຂະໜາດນ້ອຍ ຫຼື ຄ່າ PM ແລະ Nitrogen Dioxide (NO2) ແມ່ນເປັນຕົວຕັ້ງຫຼັກທີ່ເຮັດໃຫ້ເກີດບັນຫາສຸຂະພາບ ໂດຍຝຸ່ນລະອອງຂະໜາດນ້ອຍເຫຼົ່ານີ້ຈະສາມາດເຂົ້າໄປສູ່ປອດແລະເຂົ້າໄປສູ່ໃນກະແສເລືອດໄດ້ ເຮັດໃຫ້ມະນຸດເຮົາເກີດໂຣກຕ່າງໆ ເຊັ່ນ: ໂຣກຫຼອດເລືອດຫົວໃຈ, ໂຣກຫຼອດເລືອດສະໝອງ ແລະ ສົ່ງຜົນກະທົບຕໍ່ລະບົບທາງເດີນຫາຍໃຈ ແລະຈາກຜົນສໍາຫຼວດພົບວ່າປະຊາຊົນໃນກຸ່ມປະເທດທີ່ມີລາຍຮັບຕ່ຳແລະປານກາງ ເປັນກຸ່ມທີ່ມີຄວາມສ່ຽງສູງສຸດທີ່ຈະພົບກັບພາວະດັ່ງກ່າວ.

WHO ລະບຸຕື່ມອີກວ່າ ປັດຈຸບັນນີ້ມີເມືອງປະມານກວ່າ 6,000 ເມືອງ ຈາກ 117 ປະເທດທົ່ວໂລກ ທີ່ຕ້ອງຈັບຕາເບິ່ງແລະເຝົ້າລະວັງຄຸນະພາບອາກາດ ເຊິ່ງເປັນເປົ້າໝາຍທີ່ຈະເຮັດໃຫ້ຄຸນະພາບອາກາດສະອາດຂຶ້ນຕື່ມ. ທັງນີ້ການເຝົ້າຕິດຕາມຄຸນະພາບອາກາດເປັນພຽງກ້າວໜຶ່ງທີ່ຈະນຳໄປສູ່ເປົ້າໝາຍດັ່ງກ່າວເທົ່ານັ້ນ ພ້ອມກັນນັ້ນ WHO ຍັງໄດ້ເຕືອນອີກວ່າ ເຖິງເວລາແລ້ວທີ່ທົ່ວໂລກຈະຕ້ອງລົງມືເຮັດຫຼາຍກວ່ານີ້.

ມີຜົນງານວິໄຈຈາກປະເທດ ເນເທີແລນ ທີ່ໄດ້ເຜີຍແຜ່ເມື່ອເດືອນມີນາທີ່ຜ່ານມາ ແລະ ກໍໄດ້ພົບກັບຂໍ້ມູນທີ່ໜ້າຕົກໃຈ ເມື່ອພົບວ່າມີໄມໂຄຣພລາສຕິກ ໄດ້ໄປປົນເປື້ອນຢູ່ໃນກະແສເລືອດຂອງມະນຸດ. ທາງດ້ານ Philip Landrigan ຜູ້ອໍານວຍການໜ່ວຍສັງເກດການມົນລະພິດແລະສຸຂະພາບໂລກ ກໍໄດ້ອອກມາກ່າວວ່າ ພລາສຕິກນັ້ນເປັນອັນຕະລາຍຢ່າງແຮງຕໍ່ສຸຂະພາບມະນຸດ ເພາະວ່າຕັ້ງແຕ່ຂະບວນການສະກັດ ຟອສຊິລ, ຄາບອນ, ນ້ຳມັນ ແລະ ແກສ ນັ້ນກໍແມ່ນສ່ວນປະກອບຫຼັກຂອງການຜະລິດພລາສຕິກ ແລະ ເຊິ່ງໄມໂຄຣພລາສຕິກມັນເປັນອັນຕະລາຍຕໍ່ການໄຫຼວຽນຂອງເລືອດ ຖ້າຫາກສະສົມກັນເປັນຈໍານວນຫຼາຍ ອາດຈະເຮັດໃຫ້ອັອກຊີເຈນບໍ່ສາມາດເຂົ້າໄປສູ່ສ່ວນຕ່າງໆ ຂອງຮ່າງກາຍໄດ້.

ແລະກຸ່ມເດັກນ້ອຍ ນັບເປັນກຸ່ມທີ່ມີຄວາມສ່ຽງສູງກວ່າກຸ່ມຄົນອາຍຸອື່ນໆ ເພາະເມື່ອໄມໂຄຣພລາສຕິກເຂົ້າໄປສູ່ກະແສເລືອດ ແລະ ອະໄວຍະວະຕ່າງໆຂອງພວກເຂົາຕັ້ງແຕ່ອາຍຸຍັງນ້ອຍ ແມ່ນຈະສົ່ງຜົນຕໍ່ການພັດທະນາອະໄວຍະວະຕ່າງໆ ແລະ ຜູ້ຍິງຖືພາກໍອາດມີຄວາມສ່ຽງທີ່ຈະສົ່ງຕໍ່ໄມໂຄຣພລາສຕິກໄປໃຫ້ເກີດການລຸລູກໃນທ້ອງໄດ້ເຊັ່ນກັນ.

ຂະນະທີ່ Nitrogen Dioxide (NO2) ກໍເປັນອັນຕະລາຍຕໍ່ສຸຂະພາບມະນຸດເຊັ່ນກັນ ໂດຍ Nitrogen Dioxide ຈະກ່ຽວຂ້ອງກັບໂຣກລະບົບທາງເດີນຫາຍໃຈ ໂດຍສະເພາະໂຣກຫອບຫືດ ແລະ ຈະນໍາໄປສູ່ອາການຕ່າງໆ ເຊັ່ນ: ໄອ ຫຼື ຫາຍໃຈລຳບາກ ແຕ່ຫາກມັນມີອາການຮຸນແຮງອາດໄດ້ໄປເຂົ້າຫ້ອງສຸກເສີນ.

ທາງດ້ານ ດຣ. Maria Neira ຜູ້ອຳນວຍການສິ່ງແວດລ້ອມ, ສະພາບອາກາດປ່ຽນແປງ ແລະ ສຸຂະພາບ ປະຈຳອົງການອະນາໄມໂລກກໍໄດ້ລະບຸວ່າ ຫຼັງຈາກເອົາຕົວລອດຈາກໂຣກລະບາດມາໄດ້ ແຕ່ຍັງມີອີກຫຼາຍຮ້ອຍຄົນຕ້ອງມາເສຍຊີວິດ ຫຼື ເຈັບປ່ວຍຈາກພາວະທີ່ປ້ອງກັນໄດ້ຢ່າງມົນລະພິດທາງອາກາດ ທີ່ນັບມື້ແມ່ນມີທ່າອ່ຽງສູງຂຶ້ນເລື້ອຍໆ ທັ້ງໆທີ່ມີແນວທາງໃນການແກ້ໄຂບັນຫາຢູ່.

ພ້ອມນີ້ ດຣ. Maria Neira ຍັງໄດ້ແນະນໍາໃຫ້ບັນດາປະເທດຕ່າງໆ ວາງນະໂຍບາຍມົນລະພິດໃຫ້ຄອບຄຸມທັງຂະບວນການ ເຊັ່ນການເພີ່ມການລົງທຶນໃນລະບົບຂົນສົ່ງ, ການໃຊ້ລົດຖີບແທນລົດຈັກ ຫຼື ລົດໃຫຍ່ໃຫ້ຫຼາຍຂຶ້ນ ລວມໄປຮອດເພີ່ມການລົງທຶນເຄື່ອງໃຊ້ໃນເຮືອນທີ່ມີປະສິດທິພາບ ເພື່ອຈຳກັດການປ່ອຍແກສເຮືອນແກ້ວ ຖ້າບໍ່ດັ່ງນັ້ນອະນາຄົດລູກຫຼານຂອງພວກເຮົາແມ່ນຈະບໍ່ມີໂອກາດໄດ້ຫາຍໃຈແບບເຕັມປອດອີກຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/