ນັກບິນໃຈດີ! ພາບິນອ້ອມເບິ່ງແສງເໜືອ ເພື່ອໃຫ້ຜູ້ໂດຍສານທັງຝັ່ງ ຊ້າຍ-ຂວາ ໄດ້ຊົມແສງເໜືອໄປພ້ອມໆກັນ

ນັກບິນໃຈດີ-ພາບິນອ້ອມເບິ່ງແສງເໜືອ

ເອີ້ນໄດ້ວ່າເປັນຄວາມປະທັບໃຈກັບຜູ້ໂດຍສານ ຂອງ easy jet ບໍລິສັດການບິນຈາກປະເທດອັງກິດ ເມື່ອນັກບິນລົງທຶນພາບິນອ້ອມຮອບໜຶ່ງ ເພື່ອໃຫ້ຜູ້ໂດຍສານທັງຝັ່ງ ຊ້າຍ-ຂວາ ໄດ້ຊົມແສງເໜືອໄປພ້ອມໆກັນ.

ໂດຍພາບຈາກ ແພລັດຟອມ Flightradar24 ເຊິ່ງເປັນແພລັດຟອມຕິດຕາມເສັ້ນທາງການບິນທົ່ວໂລກ ສະແດງໃຫ້ເຫັນເສັ້ນທາງການບິນຂອງ easy jet ຖ້ຽວບິນທີ U21806 ເມື່ອວັນທີ 27 ກຸມພາ ບິນດ້ວຍເຮືອບິນ Airbus A320 ອອກເດີນທາງຈາກ ເຣັກຍາວິກ ປະເທດ ໄອແລນ ເວລາ 19:46 ປາຍທາງໄປເມືອງ ແມນເຊັສເຕີ ປະເທດອັງກິດ.

ນັກບິນໃຈດີ-ພາບິນອ້ອມເບິ່ງແສງເໜືອ

ໂດຍໃນຂະນະທີ່ບິນຢູ່ເໜືອມະຫາສະໝຸດ ແອັດແລນຕິກຕອນເໜືອ ຜູ້ໂດຍສານທາງຝັ່ງຊ້າຍ ໄດ້ຊົມຄວາມງາມຂອງແສງເໜືອ ໃນຄວາມສູງ 37,000 ft. ນັກບິນຈຶ່ງໄດ້ຕັດສິນໃຈ ລ້ຽວຊ້າຍຕີວົງ 360 ອົງສາ 1 ຮອບເພື່ອໃຫ້ຜູ້ໂດຍສານທາງຝັ່ງຂວາ ໄດ້ຮັບຊົມຄວາມສວຍງາມຂອງແສງເໜືອໄປພ້ອມໆກັນ.

ນັກບິນໃຈດີ-ພາບິນອ້ອມເບິ່ງແສງເໜືອ

ໂດຍໂຄສົກຈາກ easy jet ເຜີຍວ່າ ພວກເຮົາຍິນດີກັບຄໍາຂໍຂອງນັກບິນເຮົາໃນຖ້ຽວບິນດັ່ງກ່າວ ທີ່ຈະໃຫ້ຜູ້ໂດຍສານໄດ້ເບິ່ງຄວາມສວຍງາມຂອງປາກົດການທຳມະຊາດ ທີມງານຂອງພວກເຮົາຈະເຮັດທຸກຢ່າງທີ່ເໜືອກວ່າ ເພື່ອລູກຄ້າຂອງພວກເຮົາສະເໝີ ແລະ ເຮົາຍິນດີທີ່ຈະແບ່ງປັນມຸມມອງພິເສດ ຂອງແສງເໜືອກັບພວກເຂົາ.

ນັກບິນໃຈດີ-ພາບິນອ້ອມເບິ່ງແສງເໜືອ

ແສງເໜືອ ຫຼື Aurora ເປັນປາກົດການຂອງການເກີດສີທີ່ແຕກຕ່າງກັນຂອງແສງສະຫວ່າງໃນທ້ອງຟ້າຕອນກາງຄືນ, ປົກກະຕິແລ້ວເກີດຂຶ້ນໃນປະເທດທີ່ມີທີ່ຕັ້ງຢູ່ເຂດລັດຕິຈູດສູງ. ເຊິ່ງກໍຄືບໍລິເວນຂວັ້ນໂລກ ທີ່ມີອຸນຫະພູມຕໍ່າ ແລະ ໜາວເຢັນ. ເຊິ່ງຖ້າເກີດຢູ່ບໍເວນຂວັ້ນໂລກເໜືອຈະເອີ້ນວ່າແສງເໜືອ ຫຼື Aurora borealis. ແຕ່ຖ້າເກີດຢູ່ບໍລິເວນຂວັ້ນໂລກໃຕ້ ຈະເອີ້ນວ່າແສງໃຕ້ ຫຼື Aurora australis ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/