ວົງດົນຕີຈາກປະເທດປາຣາໄກວ ປ່ຽນຂີ້ເຫຍື້ອໃຫ້ກາຍເປັນເຄື່ອງດົນຕີ ແລະ ເຄື່ອນໄຫວເພື່ອສິ່ງແວດລ້ອມ

ວົງດົນຕີຈາກປະເທດ

ທ່າມກາງຄວາມພະຍາຍາມທີ່ຈະປູກຈິດສຳນຶກ ໃນການຮັກສາສິ່ງແວດລ້ອມຂອງຄົນທົ່ວໂລກ, ນັກດົນຕີກຸ່ມໜຶ່ງຈາກ ປາຣາໄກວ ໄດ້ຈັດຄອນເສີດ ສະແດງສຽງດົນຕີທີ່ມ່ວນຫູ ຈາກເຄື່ອງດົນຕີທີ່ດັດແປງມາຈາກຂີ້ເຫຍື້ອ ແລະ ມີຈຸດມຸ່ງໝາຍໃນການເຄື່ອນໄຫວເພື່ອສິ່ງແວດລ້ອມ.

ໂດຍວົງດົນຕີດັ່ງກ່າວເປັນວົງດົນຕີ ອໍເຄສຕຣ້າ ທີ່ຊື່ວ່າ Paraguay’s Cateura orchestra ໂດຍພວກເຂົາຈະນໍາເອົາຂີ້ເຫຍື້ອ ຫຼື ສິ່ງເສດເຫຼືອຕ່າງໆນໍາມາດັດແປງເປັນເຄື່ອງດົນຕີ ຕາມຄຳຂວັນຂອງ ຟາບິໂອ ຊາວິສ (Fabio Chavez) ໜຶ່ງໃນສະມາຊິກວົງ ທີ່ວ່າ “ປ່ຽນຂີ້ເຫຍື້ອໃຫ້ເປັນສຽງດົນຕີ”

ວົງດົນຕີຈາກປະເທດ

ໂດຍພວກເຂົາໄດ້ເດີນທາງໄປສະແດງຢູ່ເກືອບ 50 ປະເທດ ໂດຍການຫຼິ້ນເພງຂອງ Coldplay ແລະ John Lennon ແລະ ສິລະປິນຄົນອື່ນໆ. ນັກດົນຕີເຫຼົ່ານີ້ໄດ້ສ້າງຄວາມບັນເທີງໃຫ້ພະນັກງານຂີ້ເຫຍື້ອໃນທ້ອງຖິ່ນ, ເຊິ່ງຫຼາຍຄົນປະທັບໃຈກັບສຽງຂອງ ເຊລໂລ, ໄວໂອລິນ ແລະ ເຄື່ອງເປົ່າ ທີ່ອອກແບບມາຈາກກະປ໋ອງຂະໜາດໃຫຍ່, ທໍ່ ແລະ ວັດສະດຸອື່ນໆ ທີ່ກາຍເປັນຂີ້ເຫຍື້ອແລ້ວ.

ຊິເວີເຣຍ ເວກ້າ (Silveria Vega) ໜຶ່ງໃນພະນັກງານກ່າວພ້ອມຮອຍຍິ້ມວ່າ “ມັນງົດງາມຫຼາຍ ແລະ ຂ້ອຍແປກໃຈແທ້ໆກັບເຄື່ອງມືທີ່ນຳມາໃຊ້ໃໝ່ເຫຼົ່ານີ້. ຂ້ອຍຄິດວ່າພວກເຂົາດີກວ່າຕົ້ນສະບັບອີກ”

ນັກດົນຕີ ບິອັນກ້າ ປິນໂຕສ (Bianca Pintos) ຜູ້ຫຼິ້ນເຄື່ອງເຊລໂລກ່າວວ່າ: “ມັນມີສຽງດຽວກັນກັບເຊລໂລທີ່ເຮັດຈາກໄມ້ເລີຍ, ມັນບໍ່ມີຄວາມແຕກຕ່າງກັນຫຼາຍເວັ້ນເສຍແຕ່ວ່າອັນນີ້ແມ່ນເຮັດຈາກຂີ້ເຫຍື້ອ”

ວົງດົນຕີຈາກປະເທດ

ໂດຍຄອນເສີດດັ່ງກ່າວໄດ້ຈັດຂຶ້ນທ່າມກາງຄວາມພະຍາຍາມຂອງເຈົ້າໜ້າທີ່ທ້ອງຖິ່ນທີ່ມີເປົ້າໝາຍຕ້ອງການລົດຜົນກະທົບຕໍ່ສິ່ງແວດລ້ອມຈາກການຖິ້ມຂີ້ເຫຍື້ອ ໂດຍສະເພາະຄວາມສ່ຽງຕໍ່ການສົ່ງຜົນກະທົບຕໍ່ແຫຼ່ງນໍ້າໃຕ້ດິນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/