The Weeknd ເປັນສິລະປິນຄົນທຳອິໃນ Spotify ທີ່ມີຄົນຟັງເພງເກີນ 100 ລ້ານບັນຊີພາຍໃນເດືອນດຽວ

The Weeknd

The Weeknd ນັກຮ້ອງຜູ້ມີຊື່ສຽງໂດ່ງດັງ ມີເພງມ່ວນໆຫຼາຍເພງ ມາພ້ອມກັບ Style ທີ່ໂດດເດັ່ນ ສາມາດເວົ້າໄດ້ເລີຍວ່າເປັນສິລະປິນທີ່ຫຼາຍຄົນທົ່ວໂລກໄດ້ຮັບຟັງ. ພ້ອມຍັງເປັນສິລະປິນທີ່ປະສົບຜົນສຳເລັດຕະຫຼອດໃນໄລຍະທີ່ຜ່ານມາ ບໍ່ວ່າຈະປ່ອຍຜົນງານເພງໃດອອກມາກໍໄດ້ການຕອບຮັບເປັນຢ່າງດີ ແລະ ມີກະແສໂດ່ງດັງຖືກເວົ້າເຖິງເປັນຈຳນວນຫຼາຍຢູ່ສະເໝີ.

ໃນປີ 2020 ກໍຖືໄດ້ວ່າເປັນປີທີ່ປະສົບຜົນສຳເລັດສູງ ປະສົບຜົນສຳເລັດໃນທຸກໆດ້ານ ສົ່ງຜົນໃຫ້ມູນຄ່າໃນຕົວຂອງລາວສູງຂຶ້ນ. ນັກຮ້ອງຊາວແຄນາດາຄົນນີ້ ໄດ້ຮັບໂອກາດຂຶ້ນໂຊທີ່ສຳຄັນໃນເວທີຍິ່ງໃຫຍ່ເຊັ່ນ “Super Bowl Halftime Show 2021” ແລະ ຫຼ້າສຸດ ກໍກາຍເປັນສິລະປິນຄົນທຳອິດໃນປະຫວັດສາດຂອງ Spotify ທີ່ມີຄົນຟັງເພງເກີນ 100 ລ້ານບັນຊີໃນເດືອນດຽວ.

The Weeknd

ເປັນອີກຄວາມສຳເລັດອີກກ້າວໜຶ່ງ ຕັ້ງແຕ່ເປັນນັກຮ້ອງເລີ່ມມີຄົນຮູ້ຈັກຕັ້ງແຕ່ປີ 2011 ແລະ ມີຜົນງານທຳອິດປີ 2012 ສະໄໝກ່ອນກໍຖືວ່າໂດ່ງດັງພໍສົມຄວນ ມາຮອດປັດຈຸບັນຍິ່ງດັງຂຶ້ນໄປຕື່ມ.

The Weeknd

ນອກຈາກນີ້ The Weeknd ຍັງຖືກເວົ້າກັນວ່າເປັນແຟນບອຍ Michael Jackson ເພາະຫຼາຍເພງທີ່ລາວແຕ່ງ ກໍມີກິ່ນອາຍຂອງລາຊາເພງປັອບຢ່າງ Michael Jackson ເຊິ່ງຟັງໄປມາຈະມີຄວາມຄ້າຍສຸດໃນບາງເພງ ແລະ ເວລາຂຶ້ນເວທີກໍຈະລະເບີດພະລັງຂອງຕົນເອງ ໂດຍການເປີດເພງຂອງ Michael Jackson ເນື່ອງຈາກເປັນແຟນເພງຂອງລາວນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/