“ນອນເດິກເພື່ອແກ້ແຄ້ນ” ເປັນວິທີຜ່ອນຄາຍຄວາມຄຽດ ຫຼື ສິ່ງທີ່ອາດຈະເຮັດໃຫ້ຄຽດກວ່າເກົ່າ?


ການທີ່ຄົນເຮົາໃຊ້ເວລາໃນຕອນຄຳ່ຫຼັງເລີກຮຽນເລີກວຽກ ມາເລື່ອນໜ້າຈໍໂທລະສັບ ຫຼື ຄອມພິວເຕີ ເພື່ອອ່ານເນື້ອຫາໃນສື່ອອນລາຍ ຫາຫຼິ້ນເກມ ຫຼື ບາງສິ່ງບາງຢ່າງເບິ່ງໃນ Netflix ໄດ້ດຶງຄວາມສົນໃຈເລື່ອງຮຽນເລື່ອງວຽກແທນຫຼາຍພໍສົມຄວນໃນແຕ່ລະມື້ ເມື່ອເລື່ອນແລ້ວຈາກ 8 ໂມງ 9 ໂມງ ເລື່ອນໄປເລື່ອນມາ ກໍກາຍໄປຮອດ 1 ໂມງ 2 ໂມງກາງຄືນໂດຍທີ່ເຮົາບໍ່ຮູ້ຕົວ.

ເຊິ່ງປາກົດການ Revenge Bedtime Procrastination ຫຼື ການນອນເດິກເພື່ອແກ້ແຄ້ນນີ້ ຈະເຮັດໃຫ້ການຕື່ນນອນຂອງເຈົ້ານັ້ນບໍ່ສົດຊື່ນຄືເມື່ອກ່ອນ ຈາກການທີ່ນອນບໍ່ເຕັມອິ່ມ ບາງຄົນອາດຈະຕື່ນນອນມາຢ່າງບໍ່ມີແຮງບໍ່ມີພະລັງ ເຊິ່ງຫຼາຍປີທີ່ຜ່ານມາ ພຶດຕິກຳນີ້ກໍກາຍເປັນສິ່ງທີ່ຫຼາຍຄົນລຶ້ງເຄີຍ ແລະ ຖືກເຮັດໃຫ້ເປັນສິ່ງປົກກະຕິ (socially normalized action)

Dr. Rajkumar Dasgupta ຜູ້ຊ່ວຍສາສະດາຈານ ຂອງ University of Southern California, Keck School of Medicine ອະທິບາຍວ່າ ການນອນເດິກເພື່ອແກ້ແຄ້ນຄື ຄວາມຮຽກຮ້ອງຂອງຮ່າງກາຍຂອງມະນຸດຜູ້ເຮັດວຽກໜັກ ແລະ ຄົນເຫຼົ່ານີ້ກໍພະຍາຍາມດັນເວລາຂອງຕົວເອງໃຫ້ເຫຼືອໜ້ອຍລົງ ເພື່ອທີ່ຈະເອີ້ນບາງສິ່ງຄືນກັບມາເພື່ອຕົວເອງ.

ມັນເປັນເລື່ອງປົກກະຕິສຳລັບຫຼາຍຄົນທີ່ຢາກຈະໄດ້ເວລາທີ່ເປັນຂອງຕົວເອງໃນຍາມເດິກ ແຕ່ປາກົດການນີ້ມັນເຮັດໃຫ້ພວກເຂົາຮູ້ສຶກຄຽດເມື່ອຮອດໂມງ ຫຼື ເວລາທີ່ຕ້ອງຕື່ນ.

ສຳລັບບາງຄົນນັ້ນ ບໍ່ວ່າຄືນທີ່ຜ່ານມາຈະນອນເດິກເທົ່າໃດ ແຕ່ໂມງໃນຮ່າງກາຍຂອງພວກເຂົາກໍຈະປຸກໃຫ້ຮູ້ສຶກຕົວຕື່ນຂຶ້ນມາໃນໂມງເກົ່າທຸກຄັ້ງ ແລະ ເຮັດໃຫ້ລະຫວ່າງມື້ນັ້ນ ເຮົາຈະຕ້ອງດື່ມກາເຟ ຫຼື ເຄື່ອງດື່ມຫຍັງກໍຕາມທີ່ຈະເຮັດໃຫ້ຕົວເອງຮູ້ສຶກຕື່ນຢູ່ຕະຫຼອດເພື່ອເຮັດວຽກ.

ແລະ ຍັງມີຜູ້ຄົນບາງສ່ວນທີ່ໃຊ້ການແກ້ແຄ້ນດ້ວຍການນອນເດິກ ເພື່ອສ້າງເວລາທີ່ເປັນຂອງຕົວເອງຂຶ້ນມາ ເພາະໃນຍາມກາງເວັນນັ້ນມີຫຼາຍຢ່າງໃນຊີວິດທີ່ພວກເຂົາບໍ່ສາມາດຄວບຄຸມໄດ້.

ແລ້ວຍ້ອນຫຍັງເຮົາຈຶ່ງເຮັດແບບນັ້ນ?

ຜູ້ຄົນບາງສ່ວນອາດຈະມີເວລາທີ່ຍາກລຳບາກໃນການຈະຕັດຈົບມື້ເຮັດວຽກຂອງພວກເຂົາ ຈາກການທີ່ເສັ້ນແບ່ງລະຫວ່າງການເຮັດວຽກກັບຊີວິດສ່ວນຕົວນັ້ນ ຂ້ອນຂ້າງບໍ່ຊັດເຈນ. ການນອກເດິກພ້ອມກັບໄຖໜ້າຈໍໄປເລື້ອຍໆຢ່າງບໍ່ມີເຫດຜົນຂອງຫຼາຍຄົນນັ້ນ ອາດຈະເປັນຄວາມພະຍາຍາມໃນການລົດຄວາມຄຽດທີ່ຫຼາຍໆຄົນພົບໃນມື້ໃດມື້ໜຶ່ງມາໄດ້.


“Vaile Wright” senior director ທີ່ Health Care Innovation ຂອງ American Psychological Association (ສະມາຄົມຈິດຕະວິທະຍາອາເມຣິກາ) ກ່າວວ່າ “ເຮົາຮູ້ວ່າການເລື່ອນໜ້າຈໍໄປເລື້ອຍໆແບບບໍ່ມີເຫດຜົນນັ້ນ ທີ່ຈິງແລ້ວມັນເປັນສິ່ງທີ່ເພີ່ມຄວາມຄຽດໃຫ້ກັບເຮົາໄດ້ ແລະ ມັນຍັງຕໍ່ຕ້ານກັບການລົດຄວາມຄຽດນຳອີກດ້ວຍ”

ເຊິ່ງສິ່ງທີ່ເກີດຂຶ້ນຕາມມາຈາກການນອນເດິກກໍຄື?

ການນອນບໍ່ພໍນັ້ນນຳໄປສູ່ Sleep Deprivation ຫຼື ພາວະຂາດການນອນຫຼັບ ເຊິ່ງເປັນການນອນແບບບໍ່ມີຄຸນະພາບ ແລະ ສາມາດສົ່ງຜົນກະທົບທັງສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ເຊິ່ງບາງຄັ້ງຜົນທີ່ຕາມມາກໍເປັນການທີ່ເຮົາມີສັກກະຍະພາບໃນການເຮັດວຽກລົດລົງ ແລະ ການອົດນອນຍັງເຮັດໃຫ້ຮ່າງກາຍອ່ອນແອ ແລະ ຢູ່ໃນພາວະເຄັ່ງຕຶງຈາກການທີ່ຮ່າງກາຍຜະລິດຄໍຕິຊໍອອກມາຫຼາຍເກີນຄວາມຈຳເປັນ ເຊິ່ງຈະສົ່ງຜົນເສຍຕໍ່ຮ່າງກາຍ ເຮັດໃຫ້ຮ່າງກາຍເຮົານັ້ນເສື່ອມໄວ ແລະ ເບິ່ງຄືເຖົ້າກວ່າອາຍຸໄດ້.

ແລະ ຈາກຫຼາຍການສຶກສາກໍສະແດງໃຫ້ເຫັນວ່າ ການເພີ່ມຊົ່ວໂມງການນອນຫຼາຍເປັນພິເສດໃນທ້າຍອາທິດກໍບໍ່ແມ່ນວິທີທີ່ມີປະສິດທິພາບສູງສຸດໃນການເຕີມເຕັມການນອນທີ່ຫາຍໄປ ແລະ ຍັງອາດຈະເຮັດໃຫ້ຫຼາຍຄົນມີພຶດຕິກຳການກິນເຂົ້າໜົມຈົນນຳ້ໜັກເພີ່ມຂຶ້ນ ແລະ ເຮັດໃຫ້ຈັງຫວະໂມງຂອງຊີວິດ ຫຼື circadian rhythms ເຮັດວຽກບໍ່ປົກກະຕິໄດ້.

ນອກຈາກນັ້ນ ການເບິ່ງໜ້າຈໍຂອງອຸປະກອນອິເລັກໂທຣນິກຕ່າງໆ ຍັງລົບກວນການນອນຂອງເຮົາໄດ້ ຈາກການທີ່ມັນປ່ອຍແສງສີຟ້າອອກມາ ເຊິ່ງມີຜົນຕໍ່ການລະງັບການປ່ອຍເມລາໂທນິນ (ເພາະສະໝອງຈະຖືກກະຕຸ້ນໃຫ້ສ້າງເມລາໂທນິນໃນເວລາທີ່ບໍ່ມີແສງ ຫຼື ມີແສງສະຫວ່າງໜ້ອຍເວລາກາງຄືນ ສະໝອງຈະປ່ອຍເມລາໂທນິນອອກມາສູ່ກະແສເລືອດ ແລະ ເຮັດໃຫ້ຮ່າງກາຍຮູ້ສຶກຢາກນອນ ພ້ອມທັງຊ່ວຍຄວບຄຸມວົງຈອນການນອນຫຼັບຂອງເຮົາໄດ້)

ແລ້ວເຮົາຈະຢຸດທຳລາຍຕາຕະລາງການນອນຂອງຕົວເອງໄດ້ແນວໃດ?

ວິທີທີ່ຈະຊ່ວຍຮັກສາຕາຕະລາງການນອນຂອງເຮົາກໍຄື ການສ້າງບັນຍາກາດຂອງຫ້ອງນອນທີ່ດີຕໍ່ການນອນ, ມີຄວາມງຽບສະຫງົບດີ, ມືດ, ອາກາດເຢັນສະບາຍ ຫຼື ເຮົາອາດຈະລອງເຮັດສະມາທິ, ປິດເຄື່ອງມືສື່ສານທຸກຊະນິດ ແລະ ບໍ່ເອົາໄວ້ໃກ້ຕົວໃນຕອນນອນ.

ຫຼື ອີກວິທີໜຶ່ງທີ່ໃຊ້ໄດ້ກໍຄື ການນອນຫຼັບໃນເວລາສັ້ນໆ ເພາະມັນສາມາດຊ່ວຍລົດໜີ້ການນອນທີ່ຂາດຫາຍໄປຂອງຫຼາຍຄົນໄດ້ ເຊິ່ງການນອນຫຼັບ 15-20 ນາທີໃນຕອນທ່ຽງເຖິງປະມານ 2 ໂມງ ຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນຫຼັງຈາກທີ່ຕື່ນມາໄດ້.

ພາບ: remodelista.com, herobed.com, glamour.com, bamboozle.com, lifehacker.com.au

ຂອບໃຈຂໍ້ມູນຈາກ: