12 ສາຍພັນໝາ ທີ່ອັນຕະລາຍທີ່ສຸດໃນໂລກ ຈົນບາງປະເທດມີກົດໝາຍຫ້າມບໍ່ໃຫ້ລ້ຽງເດັດຂາດ


ໝາເປັນສັດສີ່ຂາທີ່ຫຼາຍຄົນຫຼົງຮັກ ໃນຄວາມໜ້າຮັກຂອງມັນ, ຫຼາຍຄົນຫຼາຍຄອບຄົວກໍນຳເອົາມາລ້ຽງ ເພື່ອໃຫ້ເຝົ້າເຮືອນ ຫຼື ເອົາມາເປັນໝູ່ໃນຍາມເຫງົາ, ແຕ່ວ່າຍັງມີໝາຫຼາຍສາຍພັນ ທີ່ໄດ້ມີກົດໝາຍອອກມາຫ້າມບໍ່ໃຫ້ລ້ຽງໂດຍເດັດຂາດ ເພາະອາດຈະນຳອັນຕະລາຍມາສູ່ຕົນເອງ ແລະ ຄົນອື່ນ, ເຊິ່ງມີຢູ່ 12 ສາຍພັນໝາທີ່ບໍ່ໃຫ້ລ້ຽງ ເປັນຕົ້ນແມ່ນມີດັ່ງຕໍ່ໄປນີ້:

      12. Perro de Presa Canario ໝາພັນນີ້ເປັນໝາທີ່ໃຈຮ້າຍ ມີແຮງກັດເຖິງ 540 psi, ປະກອບກັບເປັນໝາທີ່ກັດແລ້ວບໍ່ຍອມປ່ອຍ ຈະກັດຢູ່ນັ້ນ ຖ້າຄົນໃດຄົນໜຶ່ງທີ່ຖືກກັດຖືວ່າເປັນເຫຍື່ອຖືກໂຊກຮ້າຍທີ່ສຸດ. ໃນຄວາມໂຫດຂອງມັນ ຈຶ່ງເປັນສາເຫດທີ່ເຮັດໃຫ້ລັດຖະບານ ອອສເຕເລຍ ແລະ ນິວຊີແລນ ສັ່ງຫ້າມບໍ່ໃຫ້ລ້ຽງ, ຖືກຂຶ້ນບັນຊີດຳໃນສະຫະລັດອາເມຣິກາ ເນື່ອງຈາກວ່າມັນເໝາະກັບການຕໍ່ສູ້ຫຼາຍກວ່າທີ່ຈະເປັນສັດລ້ຽງທົ່ວໄປ ເຊິ່ງໃຜກໍອາດຈະບໍ່ກ້າຢອກສັດທີ່ມີອາລົມຂຶ້ນໆລົງໆນຳອີກ.

      11. Fila Brasileiro ເປັນອີກໝາປະເພດໜຶ່ງ ທີ່ບໍ່ຜ່ານວີຊ່າໃນຫຼາຍໆປະເທດ ຢ່າງເຊັ່ນ: ໃນສະຫະຣາຊະອານາຈັກ ເຖິງກັບອອກກົດໝາຍຫ້າມລ້ຽງສັດປະເພດນີ້ໂດຍເດັດຂາດ. ໃນປະເທດເດນໝາກ, ນໍເວ ແລະ ຫຼາຍລັດໃນສະຫະລັດ ກໍຕັ້ງເງື່ອນໄຂໃນການນຳເຂົ້າ ເນື່ອງຈາກເປັນໝາທີ່ມັກໃນການລ່າ, ເດົາໃຈຍາກ ແລະ ໃຈຮ້ອນງ່າຍ. ນອກຈາກນີ້  ຖ້າຫາກຢາກທີ່ຈະສອນໃຫ້ມັນເຊື່ອຟັງງ່າຍໆແລ້ວ ໃນໄລຍະ 6 ເດືອນທຳອິດຕ້ອງສອນນິໄສໃຈຄໍມັນ ໂດຍຜູ້ຊ່ຽວຊານສະເພາະດ້ານໝາເທົ່ານັ້ນ ແລະ ຫາກໃຜທີ່ໄດ້ລ້ຽງໝາປະເພດນີ້ ບໍລິສັດປະກັນໄພກໍຕ້ອງຍົກເລີກສັນຍາໄດ້ ເພາະຮູ້ສຶກວ່າການທີ່ຢູ່ຮ່ວມກັນກັບໝາທີ່ດຸຮ້າຍ ມີຄວາມສ່ຽງສູງ ເຊິ່ງຈະບໍ່ກຸ້ມຄ່າກັບເງິນທີ່ເສຍໄປ.

      10. Molosso Presa Mayo ເປັນໝາສາຍພັນໃໝ່ທີ່ປະສົມດ້ວຍ 3 ສາຍພັນ, ເຊິ່ງເຫັນພາຍນອກກໍເປັນຕາຢ້ານແລ້ວ ທັງກຳລັງແຮງທີ່ດຸຮ້າຍ ແລະ ໂຕໃຫຍ່ ພ້ອມມີນ້ຳໜັກ 59-77 ກິໂລກຼາມ ເກືອບເທົ່າກັບຄົນເລີຍ ເຖິງແມ່ນວ່າຈະບອກວ່າມັນເປັນສັດທີ່ສະຫຼາດ, ຈົງຮັກພັກດີຕໍ່ເຈົ້າຂອງ ແລະ ມີພະລັງຫຼາຍກໍຕາມ ແຕ່ກະແສບາງສ່ວນກໍຍັງໂຕ້ຕອບວ່າມັນດຸຮ້າຍຫຼາຍ ອາດເຮັດໃຫ້ເສຍຊີວິດໄດ້, ຈຶ່ງໄດ້ຕໍ່ຕ້ານບໍ່ໃຫ້ໝາພັນນີ້ນຳເຂົ້າໃນຫຼາຍໆປະເທດ ເນື່ອງຈາກວ່າມັນຂ້ອນຂ້າງເປັນໝາທີ່ໃຈຮ້າຍ. ແຕ່ທັງນີ້ທັງນັ້ນ ເຈົ້າຂອງກໍຍັງມີການຢືນຢັນວ່າ ກຳລັງປັບປຸງກຳລັງສາຍພັນນີ້ ໃຫ້ເໝາະສົມກວ່າເກົ່າ, ສ່ວນຈະອອກມາແບບໃດນັ້ນ ຕ້ອງຖ້າເບິ່ງກັນຕໍ່ໄປ.

9. Dobermann ເປັນໝາທີ່ຂ້ອນຂ້າງດຸຮ້າຍ ແຂ້ວຂອງມັນສາມາດກັດລູກເທນນິດແຕກໄດ້, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໃຈຮ້າຍຢ່າງທີ່ຄິດ ແລະ ບໍ່ຄ່ອຍຈະທຳຮ້າຍຄົນ ເມື່ອທຽບກັບໝາພັນອື່ນໆ, ແຖມຍັງເຝິກຝົນງ່າຍກວ່າສັດຊະນິດອື່ນອີກ ແລະ ຍັງເປັນໝາທີ່ຕຳຫຼວດມັກເອົາມາລ້ຽງ ເພື່ອຊ່ວຍເຂົ້າໃນວຽກງານທີ່ກ່ຽວຂ້ອງ ເຖິງຈະມີຂໍ້ດີຫຼາຍກວ່າສາຍພັນອື່ນ ແຕ່ກໍຍັງມີຫຼາຍປະເທດທີ່ໄດ້ສັ່ງແບນ ແລະ ຈຳກັດການລ້ຽງ.

8. American Bandogge ໂຕໃຫຍ່ກ້າມໃຫຍ່ ແລະ ໂຫດ ເບິ່ງຄືວ່າອາດຈະເບິ່ງຄືໜ້າຮັກໃນສາຍຕາຄົນທີ່ຮັກໝາ ແຕ່ໃນຄວາມເປັນຈິງແລ້ວມັນດື້ ແລະ ມີກຳລັງແຮງຢ່າງຫຼວງຫຼາຍ ຖ້າຫາກວ່າບໍ່ພາມັນໄປແລ່ນໃນສະຖານທີ່ໃດໜຶ່ງທີ່ບໍ່ແມ່ນເຮືອນ ມັນກໍຈະທຳລາຍສິ່ງຂອງຕ່າງໆທີ່ຢູ່ໃນເຮືອນຈົນໝົດ ແລະ ຍິ່ງຮ້າຍໄປກວ່ານັ້ນ ເວລາທີ່ມັນເຫັນຄົນແປກໜ້າມັນຈະກັດບໍ່ປ່ອຍແລ້ວຈະບໍ່ເຫົ່າເລີຍ ຄວາມເລິກໃນການກັດສາມາດເຮັດໃຫ້ຂາຂາດໄດ້ ຖ້າຫາກວ່າບໍ່ຊ່ວຍ. ເປັນໂຕອັນຕະລາຍເຖິງຂະໜາດຖືກແບນໃນປະເທດສະວິດເຊີແລນ ແລະ ສະຫະລັດອາເມຣິກາ, ເຖິງແມ່ນວ່າຫຼາຍປະເທດບໍ່ໄດ້ສັ່ງຫ້າມ ແຕ່ເຈົ້າຂອງກໍຕ້ອງລ້ຽງໂດຍຕ້ອງມີຄວາມຮັບຜິດຊອບ.

7. Staffordshire Bull Terrier ເປັນໝາມີຂະໜາດໂຕຂ້ອນຂ້າງນ້ອຍ ແຕ່ມັນສາມາດແລ່ນໄດ້ໄວ ແລະ ຖ້າມີການທ້າທາຍໃດຂຶ້ນ ຈະແລ່ນນຳໂດຍທີ່ບໍ່ຢຸດພັກເລີຍກໍວ່າໄດ້ ເນື່ອງຈາກວ່າໝາພັນນີ້ບໍ່ໄດ້ໃຈດີຢູ່ແລ້ວ, ຫາກບໍ່ໄດ້ຮັບການເຝິກທີ່ດີ ມັນຈະບໍ່ເປັນມິດກັບຄົນໂດຍງ່າຍໆ, ສາມາດໄລ່ຄົນ ຫຼື ສັດໂຕນ້ອຍໆຮອບບ້ານເຊັ່ນ: ນົກ, ແມວ, ໜູ ຈຶ່ງຖືກສັ່ງຫ້າມລ້ຽງໃນປະເທດ ເຢຍລະມັນ ແລະ ສະວິດເຊີແລນໂດຍເດັດຂາດ ສ່ວນປະເທດອື່ນໆເຊັ່ນ: ໄອແລນ, ສະເປນ ລວມເຖິງຝຣັ່ງເສດ ກໍບໍ່ໄດ້ຫ້າມ ແຕ່ກໍຈຳກັດການລ້ຽງ.

6. Tosa ken ເປັນໝານັກສູ້ປະເທດຢີ່ປຸ່ນ ເປັນສາຍລູກປະສົມທີ່ເປັນຕາຢ້ານຫຼາຍ ມີຄວາມອົດທົນສູງ, ຄວາມສູງແມ່ນ 62-82 cm ເຊິ່ງສ້າງສາຍພັນນີ້ມາໂດຍສະເພາະລ່າສັດປ່າ, ສະໄຕລ໌ການໂຈມຕີ ແລະ ລັກສະນະໃນການໂຈມຕີແມ່ນບໍ່ຄ່ອຍຈະສົ່ງສຽງ. ນອກນີ້ ກໍຍັງເປັນສັດທີ່ຜິດກົດໝາຍໃນອັງກິດ ຖ້າຫາກພົບເຫັນອາດຈະເກີດເລື່ອງໃຫຍ່ ແລະ ຖ້າຫາກຕຳຫຼວດພົບໝາພັນນີ້ ກໍສາມາດຂຶ້ນຟ້ອງຮ້ອງເຖິງຂັ້ນສານໄດ້ ຖ້າພິຈາລະນາມາແລ້ວວ່າມັນເປັນສັດທີ່ດຸຮ້າຍ ບໍ່ແມ່ນສາຍພັນທີ່ອະນຸຍາດ ຫຼື ອາດຈະຂັງໂຕໝານີ້ໄວ້ ສ່ວນເຈົ້າຂອງກໍຖືກປັບໃໝດ້ວຍເງິນ ພ້ອມຈຳຄຸກ 6 ເດືອນ.

5. Boerboel ເປັນໝາທີ່ຖືກໃຊ້ໃຫ້ເຝົ້າຟາມງົວ ມີກຳລັງທີ່ແຂງແຮງ ມີການຫວງແຫນອານາເຂດ, ໂຕໃຫຍ່ ເມື່ອພາໄປໃສກໍຕ້ອງໄດ້ອັດປາກມັນໄວ້ ເພື່ອບໍ່ໃຫ້ໄປກັດຄົນອື່ນ, ມີຫຼາຍປະເທດທີ່ອອກກົດໝາຍຄວບຄຸມທີ່ໃຫ້ສາມາດລ້ຽງໄດ້ ເຊັ່ນ: ປະເທດໂຣມາເນຍ ຄົນທີ່ຈະລ້ຽງຕ້ອງມີອາຍຸ 18 ປີຂຶ້ນໄປ, ທີ່ປະເທດສິງກະໂປແມ່ນເຈົ້າຂອງຕ້ອງໄດ້ເຮັດປະກັນໄວ້ຕາມລາຄາທີ່ກຳນົດ.

4. Bully Kutta ເປັນໝາສາຍພັນທີ່ມີຂະໜາດໂຕໃຫຍ່ເກືອບເທົ່າກັບຄົນ ເຮັດໃຫ້ຄົນສ່ວນຫຼາຍຈະຢ້ານ, ສູງເຖິງ 86 CM, ມີນິໄສທີ່ຮຸນແຮງ, ໃຈຮ້າຍຫຼາຍ ຂະໜາດສັດຕະວະແພດໃນອິນເດຍ ເຖິງກັບບອກເລີຍວ່າມັນຕ້ອງຢູ່ກັບເຈົ້າຂອງ ທີ່ຜ່ານການເບິ່ງແຍງລ້ຽງດູແລ້ວ ຈຶ່ງຈະຮູ້ໃຈຂອງມັນ, ແຕ່ວ່າມີການລະບຸໄວ້ວ່າແມ່ນສັດທີ່ຜິດກົດໝາຍ ໃນປະເທດອິນເດຍ ແລະ ປາກິດສະຖານ.

3. Neapolitan Mastiff ມີລັກສະນະຮູບຮ່າງໃຫຍ່ ສີຈະອອກສີດຳໆ ແລະ ສີອື່ນໆ, ຫູຕູບໆ, ປາກກວ້າງໆ, ສົບຍານໆ, ມີນິໄສທີ່ຮ້າຍ ແລະ ທຳຮ້າຍສັດນ້ອຍໆໄດ້, ສາມາດແກ່ຄົນໄດ້ອີກດ້ວຍ ເຢຍລະມັນ ແລະ ສະຫະລັດອາເມຣິກາ ສັ່ງຫ້າມບໍ່ໃຫ້ລ້ຽງ.

2. Pit Bull ເປັນພັນທີ່ມີຮູບຮ່າງໃຫຍ່ພໍສົມຄວນ ເປັນໝາທີ່ມີຄວາມບໍ່ຊັດແຈ້ງໃນເລື່ອງນິໄສໃຈຄໍ ແຕ່ສ່ວນໃຫຍ່ແລ້ວເຮົາຈະເຫັນຄວາມຮ້າຍຂອງມັນ ແລະ ປະເທດເຢຍລະມັນ ກໍສັ່ງຫ້າມບໍ່ໃຫ້ລ້ຽງ, ພ້ອມມີການຈຳກັດການລ້ຽງໃນຫຼາຍໆປະເທດ ຕ້ອງໃສ່ແນວອັດປາກ. ແຕ່ກໍມີຄົນຕັ້ງຂໍ້ສັງເກດວ່າທີ່ຈິງແລ້ວມັນກໍອາດຈະຄືໝາພັນອື່ນທີ່ບາງຄັ້ງກໍຂຶ້ນຢຸູ່ກັບຄົນລ້ຽງ ແຕ່ສ່ວນຫຼາຍຄົນຈະຄິດວ່າໝາພັນນີ້ ເປັນໂຕກັດຕະຫຼອດ.

1. Rottweiler ຖ້າເວົ້າເຖິງໝາທີ່ໃຈຮ້າຍ ກໍຕ້ອງແມ່ນພັນນີ້ທີ່ຫຼາຍຄົນຄິດວ່າ ມັນໂຫດ ກັດບໍ່ຍອມປ່ອຍ ພ້ອມກັດຄົນທີ່ແປກໜ້າສະເໝີ ເຊິ່ງຈັດຢູ່ໃນລະດັບທີ່ອັນຕະລາຍ ຈົນປະເທດ ເອກົວດໍແລະ ເກາະເບີມິວດາ ໃນອັງກິດ ກໍສັ່ງແບນສາຍພັນນີ້. ສ່ວນໃນຫຼາຍປະເທດເຊັ່ນ: ໄອແລນ, ໂຣມາເນຍ ແລະ ສິງກະໂປ ສັ່ງໃຫ້ລ້ຽງໃນພື້ນທີ່ໃນຈຳກັດ. ເຖິງແມ່ນວ່າໝາພັນນີ້ອາດຈະມີລັກສະນະນິໄສທີ່ສະຫຼາດ ແລະ ເປັນມິດ ແຕ່ເພື່ອຄວາມປອດໄພກໍຕ້ອງປ້ອງກັນໄວ້ກ່ອນ.

ຂອບໃຈຂໍ້ມູນຈາກ: