ເນເທີແລນໃຊ້ແສງ LED ຊ່ວຍໃຫ້ພືດຜົນຜະລິດດີຂຶ້ນ ແລະ ຊ່ວຍລົດການໃຊ້ຢາປາບສັດຕູພືດ


Dann Roosegaarde ນັກອອກແບບຊາວເນເທີແລນ ໄດ້ຮ່ວມງານກັບນັກພຶກສາສາດ ນຳສິລະປະມາປະສົມປະສານກັບວິທະຍາສາດ ໄດ້ອອກແບບໂຄງການ “Grow” ດ້ວຍການໃຊ້ແສງສີແດງ, ສີຟ້າຂອງໄຟ LED ແລະ ລັງສີ UV ປ່ຽນສວນຕົ້ນກະທຽມທຳມະດາໃຫ້ເປັນສວນເຮືອງແສງໃນພື້ນທີ່ຂະໜາດໃຫຍ່ເຖິງ 20,000 ຕາແມັດ ເພື່ອສົ່ງເສີມໃຫ້ເຫັນເຖິງຄວາມສຳຄັນຂອງການກະສິກຳ ແລະ ການພັດທະນາທາງວິທະຍາສາດທີ່ສົ່ງເສີມໃຫ້ປູກພືດ.

ນອກຈາກຄວາມສວຍງາມທີ່ດຶງດູດຜູ້ຄົນຫັນມາສົນໃຈສວນກະທຽມ Dann Roosegaarde ຍັງມີເປົ້າໝາຍທີ່ຈະຊ່ວຍໃຫ້ຜົນຜະລິດຂອງພືດເຕີບໃຫຍ່ມີຜົນຜະລິດດີຂຶ້ນ ແລະ ລົດການໃຊ້ຢາຂ້າແມງໄມ້ລົງເຖິງ 50%. ແສງສີຟ້າ ແລະ ສີແດງແຕ່ກ່ອນແມ່ນໃຊ້ໃນບ້ານເຮືອນແກ້ວ ແລະ ຟາມແນວຕັ້ງ ສາມາດນຳມາເປັນປະໂຫຍດກັບພືດໃນເນເທີແລນ ເພື່ອສົ່ງຜົນໃນວົງກວ້າງໄດ້.

ແສງ LED ທີ່ຖືກຕິດຕັ້ງໃນສວນ ແລະ ສ່ອງແສງໄປທີ່ພືດດັ່ງໃນພາບ ມັນບໍ່ໄດ້ໃຫ້ພຽງຄວາມສວຍງາມຢ່າງດຽວເທົ່ານັ້ນ ແຕ່ມັນຈະຊ່ວຍເຂົ້າໄປກະຕຸ້ນການເຜົາຜານຂອງພືດ ເຮັດໃຫ້ມັນສາມາດດູດຊຶມແສງໃນຕອນກາງເວັນໄດ້ຫຼາຍຂຶ້ນ ສາມາດເພີ່ມຜົນຜະລິດຂອງພືດໃນໄລຍະຍາວໄດ້. ແສງ UV ທີ່ນຳມາສ່ອງເພື່ອກະຕຸ້ນເມັດພັນພືດ ແລະ ກົນໄກການເຮັດວຽກທາງໃນຂອງມັນ ເພາະວ່າ UV ຈະຊ່ວຍກະຕຸ້ນລະບົບການປ້ອງກັນຕົວເອງຂອງພືດໄດ້, ເມື່ອມີແສງ UV ຢາຂ້າແມງໄມ້ກໍຈະຖືກນຳມາໃຊ້ໜ້ອຍລົງ.

Dann Roosegaarde ມີແຜນຢາກນຳຜົນງານນີ້ໄປໃຊ້ກັບສວນໃຫຍ່ໆ 40 ປະເທດໃນໂລກເພື່ອຊ່ວຍໃຫ້ຜົນຜະລິດຂອງແຕ່ລະປະເທດນັ້ນໆເພີ່ມຂຶ້ນ ແລະ ໄຟທີ່ນຳໄປໃຊ້ໃນແຕ່ລະປະເທດກໍຈະປັບໃຫ້ເຂົ້າກັບພືດແຕ່ລະຊະນິດນຳອີກດ້ວຍ. ຖືວ່າເປັນອີກບາດກ້າວໜຶ່ງທີ່ປະສົມປະສານກັນລະຫວ່າງ ການກະສິກຳ ແລະ ວິທະຍາສາດ ແຖມຍັງສາມາດເປັນແຫຼ່ງທ່ອງທ່ຽວໄດ້ອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

https://www.dezeen.com/2021/01/18/daan-roosegaarde-grow-light-installation-sustainable-agriculture/?fbclid=IwAR1A_fOGieC_h-2AwrrMukV3rBtQnNCwx1ec_oTnpbbnKEsPMJd4GDiuHA0https://www.facebook.com/environman.th/posts/3502047976590291