6 ຂໍ້ສົງໄສຈາກແຟນໆ ກ່ຽວກັບນັກກິລາບານເຕະ ເປັນຫຍັງຕ້ອງເຮັດສິ່ງນີ້? ແລ້ວເຮັດເພື່ອຫຍັງ?


  1. ເປັນຫຍັງເວລາກິນນ້ຳຕ້ອງຖົ່ມນ້ຳອອກ ຄືບໍ່ກືນລົງເລີຍ?

ໃນຂະນະທີ່ເຮົາກຳລັງເບິ່ງເຕະບານຢູ່ນັ້ນ ເຮົາມັກຈະເຫັນວ່າມີນັກເຕະທີ່ອົມນ້ຳແລ້ວຖົ່ມລົງ ສ່ວນຫຼາຍຈະບໍ່ກືນ, ບາງຄົນຄິດວ່າເປັນພຽງການບ້ວນປາກເທົ່ານັ້ນ ແຕ່ຄວາມຈິງແລ້ວບໍ່ແມ່ນຢ່າງທີ່ຄິດ.

ສື່ຕ່າງປະເທດໄດ້ລາຍງານໃຫ້ຮູ້ວ່າ: ເປັນອີກວິທີໜຶ່ງທີ່ເອີ້ນວ່າ Carbohydrate mouth rinsing ຫຼື ເອີ້ນຢ່າງໜຶ່ງວ່າ Carb Rinsing ເຊິ່ງໝາຍຄວາມວ່າ ນັກກິລາໃຊ້ນ້ຳຫວານບ້ວນປາກ ຫຼື Sports Drink ເຊິ່ງມັນບໍ່ແມ່ນນ້ຳລ້າ ແຕ່ມີນ້ຳຫວານປະສົມ 6-8% ເພື່ອເສີມສ້າງພະລັງງານໃຫ້ແກ່ຮ່າງກາຍຂອງນັກກິລາ.

ໃນການອົມແມ່ນຈະອົມປະມານ 10-15 ວິນາທີຂຶ້ນໄປ ໂດຍຈະເຮັດທຸກໆ 10-15 ນາທີໃນຕອນອອກກຳລັງກາຍ ຫຼື ຫຼິ້ນກິລາ.

  1. ເວລາຍິງປະຕູເຂົ້າ ເປັນຫຍັງນັກເຕະຕ້ອງແລ່ນໜີໝູ່?

ຫຼາຍຄົນອາດໄຂຂໍ້ຂ້ອງໃຈກັບຂໍ້ນີ້ບໍ່ໄດ້ຫຼາຍ ວ່າເປັນຫຍັງນັກເຕະບານບາງເວລາທີ່ເຮັດປະຕູໄດ້ ຕ້ອງແລ່ນໜີອອກຈາກໝູ່ເພື່ອໄປຢູ່ອີກຈຸດໜຶ່ງ ເຊິ່ງຖ້າຫາກລອງພິຈາລະນາອາດຈະເຫັນໄດ້ວ່າ ນັກເຕະຜູ້ທີ່ເຮັດປະຕູໄດ້ນັ້ນ ອາດຈະບໍ່ຕ້ອງການຖືກໝູ່ຮ່ວມງານດັກໂຕເອົາໄວ້ ເພາະສິ່ງທີ່ຈະຕາມມາຫຼັງຈາກທີ່ຖືກດັກໂຕ ໝູ່ເພື່ອນຈະພາກັນລົ້ມທັບເຕັງໂຕນອນລົງ ຫຼື ບໍ່ລົ້ມກໍອາດຈະຖືກຂີ່ຫຼັງຂຶ້ນມາຕໍ່ໆກັນ ໂດຍທີ່ບໍ່ໄດ້ປຶກສາກັນເລີຍວ່າໝູຸ່ຈະເຈັບ.

  1. ເປັນຫຍັງຕ້ອງໃສ່ຫູຟັງ?

ແນ່ນອນວ່າຫູຟັງເປັນອີກສ່ວນໜຶ່ງທີ່ນຳແຟຊັ່ນ ທີ່ນຳມາກ່ຽວຂ້ອງກັບເລື່ອງນີ້ອີກດ້ວຍ ແລະ ນອກຈາກນີ້ ຍັງລວມໄປເຖິງດ້ານການຕະຫຼາດຂອງຜະລິດຕະພັນທີ່ກ່ຽວກັບຫູຟັງນຳອີກ.

ແຕ່ເມື່ອມາສັງເກດເບິ່ງແລ້ວ ນັກເຕະສ່ວນໃຫຍ່ຈຳເປັນຕ້ອງໃສ່ຫູຟັງ ບໍ່ວ່າຈະເປັນຂະນະທີ່ຢູ່ລົດ ຫຼື ລົງຈາກລົດ ເພື່ອທີ່ຈະຍ່າງເຂົ້າໄປໃນສະໜາມ ຫູຟັງອາດເປັນສ່ວນໜຶ່ງທີ່ເຮັດໃຫ້ພວກເຂົາມີສະມາທິ ກ່ອນທີ່ຈະເຕະບານ ແລະ ຍັງຊ່ວຍໃຫ້ຜ່ອນຄາຍຈາກຄວາມກົດດັນອີກ.

  1. ເມື່ອການແຂ່ງຂັນຈົບລົງແລ້ວ ເປັນຫຍັງຕ້ອງແລກເສື້ອກັນ?

ການແລກເສື້ອ ທີ່ຈິງແລ້ວມັນມີແຕ່ດົນນານມາແລ້ວຕັ້ງແຕ່ໃນປີ 1931 ເຊິ່ງຕົ້ນກຳເນີດມາຈາກທີມນ້ອຍໆເຊັ່ນ: ຝຣັ່ງ ໃນຍຸກນັ້ນທີ່ສາມາດເອົາຊະນະມະຫາອຳນາດລູກໜັງຢ່າງ ອັງກິດ , ຫຼັງຈາກນັ້ນມາ ກໍເກີດມີໄອເດຍຢາກເກັບຄວາມຊົງຈຳທີ່ດີຕໍ່ກັນ ຈຶ່ງມີການແລກເສື້ອກັນແຕ່ມື້ນັ້ນມາ.

ປັດຈຸບັນ ການແລກເສື້ອກັນຈະພົບເຫັນແຕ່ໃນລາຍການແຂ່ງຂັນເຕະບານໃຫຍ່ໆ ຫຼື ບິກແມັດ ເທົ່ານັ້ນ, ການແລກເສື້ອຍັງເປັນສິ່ງໜຶ່ງທີ່ຈະຊ່ວຍໃຫ້ຄວາມສຳພັນລະຫວ່າງນັກເຕະໃຫ້ດີຂຶ້ນ ແລະ ການແລກເສື້ອກັນ, ການຈັບມືກັນ, ໂອ້ລົມກັນ ຖືວ່າເປັນການສະໜັບສະໜູນໃຫ້ນັກກິລາເປັນຜູ້ມີນ້ຳໃຈໃຫ້ແກ່ເພື່ອນຕ່າງທີມນຳອີກດ້ວຍ.

  1. ເປັນຫຍັງຕ້ອງຈູງເດັກນ້ອຍລົງສະໜາມເຕະບານ?

ເດັກນ້ອຍທີ່ເຮົາເຫັນນັກເຕະບານຈູງມືລົງສະໜາມ ອາດຈະມານຳການຄັດເລືອກຂອງແຕ່ລະສະໂມສອນ ທີ່ເຮົາອາດຈະຮູ້ຈັກໃນຊື່ ລັກກີບອຍ ຫຼື ລັກກີເກີລ ເຊິ່ງມີຄວາມໝາຍເຖິງການຮູ້ໄດ້ຮູ້ເສຍ  ແລະ ການໃຫ້ອະໄພໃນເກມການແຂ່ງຂັນ.

ໃນການກະທຳດັ່ງກ່າວ ຍັງເປັນການຊ່ວຍເຫຼືອສົ່ງເສີມແຮງບັນດານໃຈໃນໄວເດັກຢ່າງດີເລີຍ ເພາະໃນອະນາຄົດເດັກນ້ອຍຈຳນວນເຫຼົ່ານັ້ນ ອາດຈະມາເປັນນັກເຕະບານຊື່ດັງກໍເປັນໄດ້.

  1. ເປັນຫຍັງນັກເຕະ ຈຶ່ງໃສ່ເສື້ອ ແລະ ໂສ້ງທີ່ຮັດກ້າມເນື້ອ?

ເພາະໃນສ່ວນໜຶ່ງແລ້ວ ປະໂຫຍດຂອງຂອງເສື້ອ ຫຼື ໂສ້ງ ຮັດກ້າມມັນສາມາດຊ່ວຍເຮັດໃຫ້ກ້າມເນື້ອຂອງເຮົາລົດຈາກອາການບາດເຈັບໄດ້. ນອກຈາກນີ້ແລ້ວ ຍັງຊ່ວຍໃຫ້ບໍ່ຕ້ອງເຈັບແສບເຈັບຮ້ອນ ເວລາລົ້ມແລ້ວຖູໃສ່ຫຍ້າ, ຍິ່ງເມື່ອເຕະຢູ່ຢູໂຣບໃນເວລາໜາວໆ ຍິ່ງເປັນປະໂຫຍດສຸດໆ ເພາະຈະປ້ອງກັນບໍ່ໃຫ້ຄວາມໜາວນັ້ນປະທະກັບຜິວໂດຍກົງ ກໍຈະສາມາດຮັກສາອຸນຫະພູມໄວ້ໄດ້.

ຂອບໃຈຂໍ້ມູນຈາກ: https://www.90min.com/th/posts/4943559-10?fbclid=IwAR22PpA816eWz33CTEFf2Wp0wQ0mpU5ku1CKAnWDUtFvd_aWEDt189Ycm6A