ແບຣນກະເປົາ Hermès ຈະເຮັດກະເປົາທີ່ມາຈາກເຫັດໄມຊີລຽມ (Mycelium) ເປັນມິດຕໍ່ສັດ ແລະ ສິ່ງແວດລ້ອມ


ຖ້າເວົ້າເຖິງແບຣນກະເປົາຫຼູອັນດັບຕົ້ນໆ ໜຶ່ງໃນນັ້ນຕ້ອງມີ Hermès ແບຣນກະເປົາຫຼູຈາກຝຣັ່ງແນ່ນອນ, ເຊິ່ງກະເປົາສ່ວນໃຫຍ່ຂອງແບຣນດັ່ງກ່າວກໍຈະເຮັດຈາກໜັງສັດ ແຕ່ຫຼ້າສຸດ Hermès ໄດ້ຮ່ວມວຽກກັບ MycoWorks ເຮັດກະເປົາໜັງທີ່ມາຈາກເຫັດ Mycelium ທົນທານ ແລະ ເປັນມິດກັບສິ່ງແວດລ້ອມ.

ເມື່ອປີ 2013 philip ross ແລະ sophia wang ໄດ້ຮ່ວມກັນກໍ່ຕັ້ງບໍລິສັດ MycoWorks ບໍລິສັດທີ່ເຮັດວັດສະດຸຈາກທຳມະຊາດ ເຊັ່ນວັດສະດຸທີ່ເຮັດຈາກເສັ້ນໃຍເຊື້ອເຫັດຣາ Mycelium ທີ່ເປັນວັດສະດຸທີ່ຍືນຍົງຫຼາຍຂຶ້ນ ບໍ່ຕ້ອງທຳຮ້າຍສັດ. ວັດສະດຸທີ່ເຮັດຈາກ mycelium ນັ້ນກຳລັງເປັນທີ່ນິຍົມກັນຫຼາຍ ບໍ່ວ່າຈະເປັນການເອົາມາເປັນວັດສະດຸທົດແທນເຂົ້າໃນການກໍ່ສ້າງຕ່າງໆ ຫຼື ແມ່ນແຕ່ອາຫານກໍມີ.

ທາງບໍລິສັດ MycoWorks ໄດ້ເຜີຍວ່າ ໄດ້ຮ່ວມມືກັບແບຣນແຟຊັ່ນຫຼູລະດັບໂລກ Hermès ໂດຍໃຊ້ເວລາຮ່ວມກັນຄິດ ແລະ ເຮັດຜະລິດຕະພັນມາ 3 ປີແລ້ວ, ກະເປົາໜັງເຫັດນີ້ ເປັນວັດສະດຸທຳມະຊາດທີ່ດີຕໍ່ສິ່ງແວດລ້ອມ, ສັດ ແຖມຍັງຍືນຍົງກວ່າວັດສະດຸສັງເຄາະອື່ນໆ ແລະ ກຳລັງຈະພັດທະນາວັດສະດຸໃໝ່ເອີ້ນວ່າ Sylvania ອີກດ້ວຍ.

ຂອບໃຈຂໍ້ມູນຈາກ: