ຮັບຮູ້ອາລົມ-ຄວາມຮູ້ສຶກຂອງຄົນອ້ອມຂ້າງດ້ວຍສາຍແຂນ Moodbeam


ຄວາມຮູ້ສຶກ ແລະ ອາລົມອາດເປັນເລື່ອງລະອຽດອ່ອນທີ່ຄົນເຮົາບໍ່ຢາກເປີດເຜີຍ ຫຼື ສະແດງມັນອອກມາໂດຍກົງໃຫ້ຄົນອື່ນໄດ້ຮັບຮູ້ໃນບາງເວລາ, ຈົນຫຼາຍໆເທື່ອກໍອາດເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງບໍ່ເຂົ້າໃຈເຖິງອາລົມ ແລະ ບໍ່ຮູ້ວ່າຈະຕ້ອງປະຕິບັດແນວໃດເພື່ອໃຫ້ເຂົ້າກັບອາລົມໃນຂະນະນັ້ນ.

ມັນອາດຈະເປັນເລື່ອງດີຂຶ້ນ ຖ້າຫາກວ່າມີເຄື່ອງມືທີ່ສາມາດສະແດງ ຫຼື ອະທິບາຍຄວາມຮູ້ສຶກຂອງຄົນເຮົາໄດ້, ຕໍ່ກັບບັນຫານີ້ທາງບໍລິສັດ ເຮວລ໌ເທັກ ຈາກປະເທດອັງກິດຈຶ່ງໄດ້ມີການຜະລິດສາຍແຂນທີ່ຊື່ວ່າ ມູດບີມ (Moodbeam) ເປັນສາຍແຂນທີ່ມີ 2 ປຸ່ມກົດເພື່ອສະແດງອາລົມຂອງຜູ້ທີ່ໃສ່ສາຍແຂນນັ້ນ ໂດຍທີ່ປຸ່ມສີເຫຼືອງແມ່ນເພື່ອສະແດງອາລົມທີ່ມີຄວາມສຸກ ແລະ ສີຟ້າສະແດງເຖິງອາລົມທີ່ກົງກັນຂ້າມກັບສີເຫຼືອງ.

ຈຸດເລີ່ມຕົ້ນຂອງ Moodbeam ແມ່ນເລີ່ມມາຈາກ ຄຣິສຕິນ່າ ແມັກຮິວ (Christina Colmer McHugh) ຜູ້ຮ່ວມກໍ່ຕັ້ງ Moodbeam ທີ່ມີຄວາມກັງວົນຕໍ່ກັບຄວາມຮູ້ສຶກຂອງລູກສາວອາຍຸ 7 ປີ ເວລາທີ່ຢູ່ຫ່າງກັນ ຫຼື ຕອນທີ່ລູກສາວໄປໂຮງຮຽນ ຈຶ່ງຢາກໄດ້ອຸປະກອນບາງຢ່າງທີ່ສາມາດຕິດຕາມຄວາມຮູ້ສຶກ ແລະ ລາຍງານຄວາມຮູ້ສຶກໃນຂະນະນັ້ນເລີຍ.

ຈຸດເດັ່ນຂອງສາຍແຂນ Moodbeam ຄືການຊ່ວຍໃຫ້ຜູ້ໃຊ້ສາມາດສຳຫຼວດຮູບແບບ ແລະ ທ່າອ່ຽງຂອງອາລົມໄດ້ຕະຫຼອດມື້ ໂດຍສາມາດບັນທຶກ ຫຼື ເພີ່ມຄວາມຄວາມຄິດເຫັນຕໍ່ກັບສິ່ງທີ່ເກີດຂຶ້ນໄດ້, ສາມາດຕິດຕາມພຶດຕິກຳການພັກຜ່ອນ ແລະ ຍັງສາມາດຕັ້ງຄ່າການແຈ້ງເຕືອນ, ນອກຈາກນັ້ນຍັງມີຄວາມທົນທານ ແລະ ກັນນ້ຳໄດ້ ເຮັດໃຫ້ສາມາດໃສ່ໄດ້ເກືອບຕະຫຼອດເວລາ ລວມທັງຕອນອາບນ້ຳ ແລະ ອອກກຳລັງກາຍ.

ອາລົມຕ່າງໆທີ່ສະແດງອອກຜ່ານສາຍແຂນ Moodbeam ແມ່ນຈະໄດ້ຖືກຕິດຕາມ ແລະ ຖືກບັນທຶກຜ່ານທາງແອບພຣິເຄຊັ່ນ ເຊິ່ງຜູ້ໃຊ້ສາມາດກວດສອບຄົນທີ່ເປັນຫ່ວງໄດ້ຢ່າງໃກ້ຊິດ, ໃນຈຸດນີ້ ອາດຈະບໍ່ແມ່ນພຽງຄົນໃນຄອບຄົວ ຫຼື ຄູ່ຮັກ ແຕ່ຍັງລວມໄປເຖິງບໍລິສັດ ຫຼື ອົງກອນທີ່ຈະສາມາດຕິດຕາມອາລົມ ຫຼື ຄວາມຮູ້ສຶກຂອງພະນັກງານໄດ້ ເພາະອາລົມຂອງພະນັກງານ ອາດຈະສົ່ງຜົນເຖິງການເຮັດວຽກໃນເວລານັ້ນ.

ປັດຈຸບັນ Moodbeam ສາມາດນຳໃຊ້ ແລະ ເຊື່ອມຕໍ່ກັບ Smartphone ທີ່ເປັນທັງລະບົບ iOS ແລະ Android ໂດຍມີລາຄາເລີ່ມຕົ້ນຢູ່ທີ່ 65$ ຫຼື ປະມານ 610.000 ກີບ.

ຂໍຂອບໃຈຂໍ້ມູນຈາກ: